ກຸ່ມເນໂຕ້ກ່າວວ່າ ຕົນບໍ່ມີເຈດຕະນາທີ່ຈະທໍາການເຄື່ອນໄຫວທາງທະຫານໃນຊີເຣຍ ຫລັງຈາກຢຸດການໂຈມຕີທາງອາກາດໃນລີເບຍມາເປັນເວລາ 7 ເດືອນ ເພື່ອປົກປ້ອງພວກພົນລະເຮືອນນັ້ນ.
ທ່ານ Anders Fogh Rasmussen ເລຂາທິການໃຫຍ່ອົງການເນໂຕ້ ກ່າວໃນວັນຈັນວານນີ້ວ່າ ກຸ່ມພັນທະມິດໄດ້ປະຕິເສດຕໍ່ການທີ່ຈະເຂົ້າໄປທໍາການແຊກແຊງໃດໆ ຢູ່ໃນຊີເຣຍນັ້ນ. ທ່ານ Rasmussen ໄດ້ປະນາມການປາບປາມພວກປະທ້ວງຕໍ່ຕ້ານລັດຖະບານຂອງປະທາ ນາທິບໍດີ Bashar al-Assad ທີ່ໄດ້ເຮັດໃຫ້ປະຊາຊົນເສຍຊີວິດໄປຫລວງຫລາຍ ແລະຮຽກຮ້ອງໃຫ້ລັດຖະບານ ຮັບເອົາອັນທີ່ທ່ານເອີ້ນວ່າ “ຄວາມປາດຖະໜາທີ່ຖືກຕ້ອງຊອບທໍາ” ຂອງປະຊາຊົນຊີເຣຍ.
ທ່ານ Assad ໄດ້ກ່າວເຕືອນປະຊາຄົມນາໆຊາດ ບໍ່ໃຫ້ເຂົ້າໄປແຊກແຊງໃນຊີເຣຍ ໂດຍກ່າວວ່າ ການເຄື່ອນໄຫວໃດໆແມ່ນຈະສ້າງຄວາມແຕກແຍກຂຶ້ນໃນພາກຕາເວັນກາງ.
ສະຫະປະຊາຊາດກ່າວວ່າ ຈໍານວນຜູ້ຄົນເສຍຊີວິດທັງໝົດຈາກການປາບປາມພວກປະທ້ວງຕໍ່ຕ້ານລັດຖະບານຊີເຣຍ ມາເປັນເວລາ 7 ເດືອນນັ້ນໄດ້ເພີ່ມຂຶ້ນເປັນ 3000 ຄົນແລ້ວ.