ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະຫານຊີເຣຍ ບຸກເຂົ້າໄປ ໃນເມືອງ Banias ອີກ


ຮູບຖ່າຍຈາກໂທລະສັບເຄື່ອນທີ່ໆສະແດງໃຫ້ເຫັນພວກປະທ້ວງຕໍ່ຕ້ານລັດຖະບານຊີເຣຍໂຮມຊຸມນຸມກັນທີ່ເມືອງທ່າ Banias (6 ພຶດສະພາ 2011)
ຮູບຖ່າຍຈາກໂທລະສັບເຄື່ອນທີ່ໆສະແດງໃຫ້ເຫັນພວກປະທ້ວງຕໍ່ຕ້ານລັດຖະບານຊີເຣຍໂຮມຊຸມນຸມກັນທີ່ເມືອງທ່າ Banias (6 ພຶດສະພາ 2011)

ພວກນັກເຄື່ອນໄຫວເພື່ອສິດທິມະນຸດກ່າວວ່າ ທະຫານຊີ
ເຣຍ ພ້ອມດ້ວຍລົດຖັງ ໄດ້ບຸກເຂົ້າໄປໃນເມືອງ Banias
ໃນຕອນເຊົ້າຂອງວັນເສົາມື້ນີ້ ນຶ່ງມື້ຫຼັງຈາກການປະທະກັນ
ໄດ້ລະເບີດຂຶ້ນລະຫວ່າງກຳລັງຮັກສາຄວາມສະຫງົບແລະ
ພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ເຮັດໃຫ້ມີຜູ້ເສຍຊີວິດ
ຢ່າງນ້ອຍ 31 ຄົນ.

ພວກທີ່ເຫັນເຫດການກ່າວວ່າເຮືອຂອງພວກທະຫານໄດ້
ລາດຕະເວນ ຢູ່ນອກແຄມຝັ່ງທະເລຂອງເມືອງ Banias
ແລະນອກນັ້ນອົງການຂ່າວຝຣັ່ງຍັງລາຍງານວ່າລົດຖັງໄດ້
ປິດລ້ອມເມືອງ Baida ທີ່ຕັ້ງຢູ່ໃກ້ຄຽງ.

ພວກນັກເຄື່ອນໄຫວເວົ້າວ່າ ລັດຖະບານໄດ້ສັ່ງໃຫ້ຕັດໄຟຟ້າແລະການສື່ສານທີ່ເມືອງ Ba-
nias ກ່ອນທີ່ພວກທະຫານຈະບຸກເຂົ້າໄປຈາກ 3 ດ້ານດ້ວຍກັນ.

ເມືອງດັ່ງກ່າວໄດ້ກາຍເປັນສູນກາງການປະທ້ວງຕໍ່ຕ້ານປະທານາທິບໍດີ Bashar al-As-
sad ທີ່ໄດ້ມີຄຳສັ່ງໃຫ້ທະຫານທຳການປາບປາມພວກປະທ້ວງຝ່າຍຄ້ານນັ້ນ.

ພວກນັກເຄື່ອນໄຫວກ່າວວ່າ ຊາວຊີເຣຍຈຳນວນຫຼາຍໆພັນຄົນໄດ້ພາກັນເດີນຂະບວນ
ຢູ່ຕາມຖະໜົນຫົນທາງສາຍຕ່າງໆຫຼັງຈາກພິທີສວດມົນພາວະນາໃນວັນສຸກວານນີ້.

ພວກປະທ້ວງໄດ້ໄປໂຮມຊຸມນຸມກັນ ທີ່ນະຄອນຫຼວງ Damascus ແລະຢູ່ໃນຫຼາຍໆຫົວ
ເມືອງທົ່ວປະເທດໂດຍຮຽກຮ້ອງໃຫ້ລັດຖະບານຂອງປະທານາທິບໍດີ Assad ພັງພິນາດ.

ພວກນັກເຄື່ອນໄຫວເວົ້າວ່າ ທະຫານຊີເຣຍໄດ້ຍິງສັງຫານພວກປະທ້ວງຢ່າງນ້ອຍ 26 ຄົນ.
ສ່ວນອົງການຂ່າວ SANA ຂອງທາງການຊີເຣຍລາຍງານວ່າແກ່ງອາດຊະຍາກອນປະກອບ
ອາວຸດໄດ້ບຸກໂຈມຕີ ແລະສັງຫານນາຍຕຳຫຼວດຄົນນຶ່ງແລະພົນຕຳຫຼວດອີກ 4 ຄົນທີ່ເມືອງ
Homs.

ນອກນັ້ນ ກຳລັງຮັກສາຄວາມສະຫງົບຂອງຊີເຣຍ ຍັງໄດ້ຈັບທ່ານ Riad Seif ຜູ້ນຳຂອງ
ພວກຝ່າຍຄ້ານ ໃນວັນສຸກວານນີ້ ທີ່ບ່ອນປະທ້ວງຮຽກຮ້ອງເອົາປະຊາທິປະໄຕ ຢູ່ຄຸ້ມ Mi-
dan ໃນເຂດໃຈກາງນະຄອນຫຼວງ Damascus.

XS
SM
MD
LG