ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ເພີ່ມການຮັກສາ ຄວາມປອດໄພ ທົ່ວປະເທດ


ພວກເດີນຂະບວນຕໍ່ຕ້ານປະທານາທິບໍດີ Bashar al-Assad ໃນຊີເຣຍ ພາກັນຖືແຜ່ນເຂົ້າຈີ່ໃນການໂຮມຊຸມ ນຸມປະທ້ວງທີ່ເມືອງທ່າ Banias (3 ພຶດສະພາ 2011)
ພວກເດີນຂະບວນຕໍ່ຕ້ານປະທານາທິບໍດີ Bashar al-Assad ໃນຊີເຣຍ ພາກັນຖືແຜ່ນເຂົ້າຈີ່ໃນການໂຮມຊຸມ ນຸມປະທ້ວງທີ່ເມືອງທ່າ Banias (3 ພຶດສະພາ 2011)

ພວກນັກເຄື່ອນໄຫວຊີເຣຍກ່າວວ່າ ກຳລັງຮັກສາຄວາມ
ສະຫງົບໄດ້ເຂົ້າປະຈຳການຢູ່ຕາມຫົວເມືອງຕ່າງໆໃນທົ່ວ
ປະເທດຂະນະທີ່ພວກຜູ້ນຳຝ່າຍຄ້ານຮຽກຮ້ອງໃຫ້ພວກ
ປະທ້ວງ ລົງສູ່ຖະໜົນຫົນທາງອີກຄັ້ງນຶ່ງ ໃນວັນສຸກມື້ນີ້
ເພື່ອອັນ ທີ່ພວກເຂົາເຈົ້າເອີ້ນວ່າ ວັນແຫ່ງການປະທ້ວງ
ແບບທ້າທາຍນັ້ນ.

ພວກຜູ້ນຳຝ່າຍຄ້ານ ໄດ້ຮຽກຮ້ອງໃຫ້ພວກປະທ້ວງໄປ
ໂຮມຊຸມນຸມກັນລຸນຫຼັງພິທີສວດມົນພາວະນາໃນວັນສຸກ
ມື້ນີ້ ທັງໆທີ່ລັດຖະບານໄດ້ທຳການປາບປາມພວກເດີນ
ຂະບວນປະທ້ວງ.

ໃນວັນພະຫັດວານນີ້ ປະຊາຊົນເວົ້າວ່າ ໄດ້ມີການສົ່ງ
ກຳລັງທະຫານແລະລົດຫຸ້ມເກາະໄປຍັງຫົວເມືອງຕ່າງໆ
ຮວມທັງເມືອງ Homs ເມືອງ Banias ແລະເມືອງ
Rastan.

ແຕ່ແນວໃດກໍຕາມກອງທັບຊີເຣຍກ່າວວ່າ ຕົນພວມເລີ່ມຖອນກຳລັງອອກຈາກເມືອງ Daraa ທີ່ເປັນຈຸດສູນກາງໃນການປະທ້ວງຕໍ່ຕ້ານປະທານາທິບໍດີ Ba-shar al-Assad.

ກອງທັບຊີເຣຍກ່າວໃນວັນພະຫັດວານນີ້ວ່າ ຕົນໄດ້ປະຕິບັດພາລະກິດໃນການຈັບກຸມຄຸມຂັງ
ພວກກໍ່ການຮ້າຍທີ່ເມືອງ Daraa ແລະໄດ້ຟື້ນຟູຄວາມສະຫງົບຢູ່ທີ່ເມືອງດັ່ງກ່າວ. ແຕ່ປະ
ຊາຊົນເວົ້າວ່າ ລົດຖັງ ທະຫານແລະພວກມືປືນຍັງສືບຕໍ່ຈຳກັດການເດີນທາງໄປມາຂອງປະ
ຊາຊົນທີ່ນັ້ນ.

ບັນດາກຸ່ມປົກປ້ອງສິດທິມະນຸດເວົ້າວ່າ ມີຢ່າງນ້ອຍ 600 ຄົນເສຍຊີວິດ ໃນການປາບປາມ
ພວກປະທ້ວງຕໍ່ຕ້ານລັດຖະບານ ຢູ່ໃນທົ່ວປະເທດ ແລະມີຫຼາຍເຖິງ 8 ພັນຄົນຍັງຫາຍສາບ
ສູນຫຼືບໍ່ກໍຖືກຈັບ.

XS
SM
MD
LG