ລະເບີດຂະໜາດແຮງຫຼາຍໆຄັ້ງ ໄດ້ສັ່ນສະເທືອນຊີເຣຍ ໃນວັນເສົາມື້ນີ້ ເຮັດໃຫ້ມີຜູ້ເສຍຊີວິດ
ຢ່າງນ້ອຍ 5 ຄົນຂະນະທີ່ພວກສັງເກດການຂອງອົງການສະຫະປະຊາຊາດຍັງສືບຕໍ່ດຳເນີນ
ຄວາມພະຍາຍາມເພື່ອຕິດຕາມເບິ່ງການຢຸດຍິງທີ່ບໍ່ໄດ້ຮັບການເຄົາລົບລະຫວ່າງລັດຖະບານ
ແລະພວກຝ່າຍຄ້ານ.
ກຸ່ມສິ້ງຊອມສິດທິມະນຸດ ໃນຊີເຣຍ ກ່າວວ່າ ມີ 5 ຄົນເສຍຊີວິດ ທີ່ເມືອງ Aleppo ໃນພາກ
ເໜືອຂອງປະເທດຫຼັງຈາກໄດ້ເກີດເຫດລະເບີດທີ່ບ່ອນລ້າງລົດແຫ່ງນຶ່ງ ຂະນະທີ່ມີລົດເມຄັນ
ນຶ່ງ ແລ່ນຜ່ານໄປ.
ນອກນັ້ນ ພວກນັກເຄື່ອນໄຫວ ຍັງເວົ້າວ່າ ເຫດລະເບີດ 2 ຄັ້ງ ທີ່ເກີດຂຶ້ນ ໃນນະຄອນຫຼວງ
Damascus ແມ່ນຮວມທັງລະເບີດລູກນຶ່ງທີ່ຫ້າງໃສ່ກ້ອງລົດທະຫານ. ເຫດລະເບີດດັ່ງກ່າວ
ໄດ້ພາໃຫ້ເກີດຂຸມຂະໜາດໃຫຍ່ຢູ່ໃນຫົນທາງ ແລະສ້າງຄວາມເສຍຫາຍໃຫ້ແກ່ລົດທີ່ຈອດຢູ່
ໃນບໍລິເວນໃກ້ຄຽງ.
ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອແຕ່ລັດຖະບານໄດ້ຖິ້ມໂທດໃສ່ພວກກໍ່ການ
ຮ້າຍກ່ຽວກັບຄວາມຮຸນແຮງສ່ວນໃຫຍ່ທີ່ຍັງດຳເນີນຢູ່ຕໍ່ມານັບແຕ່ການປະທ້ວງຕໍ່ຕ້ານລັດຖະ
ບານໄດ້ລະເບີດຂຶ້ນເມື່ອນຶ່ງປີກວ່າໆແລ້ວນັ້ນ.
ຂະນະດຽວກັນ ພວກນັກສັງເກດການຂອງອົງການກສະຫະປະຊາຊາດໄດ້ອອກເດີນທາງ
ຈາກຫ້ອງການຂອງພວກເຂົາເຈົ້າໃນກຸງ Damascus ໄປຍັງສະຖານທີ່ໆບໍ່ໄດ້ມີການເປີດ
ເຜີຍໃຫ້ຊາບ. ຄະນະສັງເກດການຈຳນວນນຶ່ງຂອງອົງການສະຫະປະຊາຊາດ ໄດ້ເດີນທາງ
ໄປຍັງຊີເຣຍເພື່ອຊັ່ງຊາຕີລາຄາເບິ່ງການຈັດຕັ້ງປະຕິບັດແຜນການສັນຕິພາບທີ່ໄກ່ເກ່ຍໂດຍ
ທ່ານ Kofi Annan ທູດພິເສດຂອງນາໆຊາດ.
ອົງການສະຫະປະຊາຊາດກະປະມານວ່າ ບໍ່ຕໍ່າກວ່າ 9,000 ຄົນໄດ້ເສຍຊີວິດໃນການປາບ
ປາມຂອງລັດຖະບານ ແຕ່ລັດຖະບານຊີເຣຍເວົ້າວ່າ ຕົນໄດ້ສູນເສຍກຳລັງຢ່າງນ້ອຍ 2,600
ຄົນໃນການຕໍ່ສູ້ກັບພວກກໍ່ການຮ້າຍທີ່ໄດ້ຮັບການໜຸນຫຼັງຈາກຕ່າງປະເທດ.