ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊີເຣຍຖອນທະຫານ ອອກຈາກ ເມືອງ Daraa


Widows celebrate by throwing flowers and colored powder into the air during a Holi celebration March 24, 2013. Holi, also known as the Festival of Colors, heralds the beginning of spring and is celebrated all over India.
Widows celebrate by throwing flowers and colored powder into the air during a Holi celebration March 24, 2013. Holi, also known as the Festival of Colors, heralds the beginning of spring and is celebrated all over India.

ຊີເຣຍກ່າວວ່າ ຕົນໄດ້ເລີ່ມຖອນທະຫານເທື່ອລະເລັກລະ
ນ້ອຍ ອອກຈາກເມືອງ Daraa ບ່ອນທີ່ການປະທະກັນ
ຢ່າງຮ້າຍແຮງໄດ້ລະເບີດຂຶ້ນລະຫວ່າງກຳລັງຮັກສາຄວາມ
ສະຫງົບແລະພວກປະທ້ວງຕໍ່ຕ້ານລັດຖະບານ.

ອົງການຂ່າວ SANA ຂອງທາງການຊີເຣຍ ໄດ້ອ້າງຄຳ
ເວົ້າ ຂອງເຈົ້າໜ້າທີ່ທະຫານຄົນນຶ່ງ ໃນວັນພະຫັດມື້ນີ້ທີ່
ກ່າວວ່າ ທາງກອງທັບໄດ້ສຳເລັດເສັດສິ້ນພາລະກິດຂອງ
ຕົນ ໃນການຄຸມຂັງອັນທີ່ເອີ້ນວ່າ ອົງປະກອບຂອງພວກ
ກໍ່ການຮ້າຍໃນເມືອງ Daraa ທາງພາກໃຕ້ຂອງປະເທດ
ແລະຟື້ນຟູຄວາມສະຫງົບ ແລະສະຖຽນລະພາບໃນເມືອງ
ດັ່ງກ່າວ.

ໃນວັນພຸດວານນີ້ໜັງສືພິມລາຍວັນ Al Watan ຂອງ
ພາກຕາເວັນອອກກາງໄດ້ອ້າງຄຳເວົ້າຂອງປະທານາທິບໍ
ດີຊີເຣຍທ່ານ Bashar al-Assad ທີ່ກ່າວວ່າ ການປາບ ປາມຂອງພວກທະຫານທີ່ເມືອງ Daraa ຈະສິ້ນສຸດລົງໃນໄວໆນີ້.

ໄດ້ມີການສົ່ງທະຫານແລະລົດຖັງເຂົ້າໄປໃນເມືອງ Daraa ນັບແຕ່ພວກປະທ້ວງຕໍ່ຕ້ານລັດ
ຖະບານເລີ່ມຮຽກຮ້ອງໃຫ້ມີການປະຕິຮູບ ທີ່ໄດ້ກາຍເປັນການທວງໃຫ້ປະທານາທິບໍດີອອກ
ຈາກອຳນາດນັ້ນ.

ຂະນະດຽວກັນລັດຖະມົນຕີກະຊວງການຕ່າງປະເທດສະຫະລັດທ່ານນາງ Hillary Clinton
ກ່າວວ່າບັນດາປະເທດມະຫາອຳນາດຂອງໂລກຕ້ອງໄດ້ສະແດງໃຫ້ລັດຖະບານຊີເຣຍເຫັນວ່າ
ຈະມີຜົນທີ່ຕິດຕາມມາຕໍ່ອັນທີ່ທ່ານນາງເອີ້ນວ່າ “ການປາບປາມຢ່າງໂຫດຮ້າຍຕໍ່ພວກພົນລະ
ເຮືອນນັ້ນ". ທ່ານນາງ Clinton ເວົ້າວ່າ ທ່ານນາງໄດ້ສົນທະນາຫາລືກ່ຽວກັບການລົງໂທດ
ທີ່ອາດຈະມີຂຶ້ນຕໍ່ຊີເຣຍ ໃນລະຫວ່າງທີ່ທ່ານນາງພົບປະຢູ່ກຸງໂຣມ ໃນວັນພະຫັດມື້ນີ້ກັບລັດ ຖະມົນຕີກະຊວງການຕ່າງປະເທດອີຕາລີທ່ານ Franco Frattini.

XS
SM
MD
LG