ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະປະຊາຊາດ ພິຈາລະນາຮ່າງຍັດຕິ ປະນາມຊີເຣຍ


ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ

ເປັນທີ່ຄາດກັນວ່າພວກນັກຊ່ຽວຊານຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈະ
ປຶກສາຫາລືກັນ ກ່ຽວກັບຮ່າງຍັດຕິສະບັບນຶ່ງໃນວັນພະຫັດມື້ນີ້ທີ່ຈະປະນາມຊີເຣຍຍ້ອນການ ປາບປາມການໂຮມຊຸມນຸມປະທ້ວງຢ່າງສັນຕິຂອງປະຊາຊົນ.

ຮ່າງຍັດຕິທີ່ນຳສະເໜີໂດຍອັງກິດ ຝຣັ່ງ ເຢຍຣະມັນແລະປອກຕຸຍກາລນັ້ນຮຽກຮ້ອງໃຫ້ຢຸດຕິ
ການກໍ່ຄວາມຮຸນແຮງຢູ່ໃນຊີເຣຍໂດຍທັນທີ ​ແລະ​ພ້ອມດຽວ​ກັນກໍປະນາມຕໍ່ອັນທີ່ບັນດາປະ
ເທດຢູໂຣບທີ່ນຳສະເໜີຍັດ​ຕິ​ນີ້ເອີ້ນວ່າ ການລ່ວງລະເມີດສິດທິມະນຸດຢ່າງເປັນລະບົບທີ່ຮວມ
ທັງການສັງຫານ ການຈັບກຸມຄຸມຂັງໂດຍພະລະການ ການຫາຍສາບສູນແລະການທໍລະມານ
ພວກປະທ້ວງທີ່ໂຮມຊຸມນຸມຢ່າງສັນຕິ.

ບັນດາກຸ່ມປົກປ້ອງສິດທິມະນຸດລາຍງານວ່າ ມີປະມານ 1,000 ຄົນໄດ້ເສຍຊີວິດນັບແຕ່ລັດ
ຖະບານເລີ່ມທຳການປາບປາມ ເພື່ອຢຸດຕິການປະທ້ວງ ຕໍ່ຕ້ານປະທານາທິບໍດີຊີເຣຍ ທ່ານ
Bashar al-Assad ໃນເດືອນມີນາຜ່ານມາ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກົດດັນໃຫ້ມີການປະຕິຮູບຢູ່ໃນຊີເຣຍ
ຫຼັງຈາກໄດ້ພົບປະໃນມື້ວານນີ້ທີ່ກຸງລອນດອນ ກັບນາຍົກລັດຖະມົນຕີອັງກິດທ່ານ David
Cameron. ທ່ານໂອບາມາເວົ້າວ່າວໍຊິງຕັນແລະພັນທະມິດຈະສືບຕໍ່ເພີ່ມທະວີຄວາມກົດດັນ
ຕໍ່ປະທານາທິບໍດີ Assad ເພື່ອຢຸດຕິນະໂຍບາຍກົດຂີ່ແລະເລີ່ມທຳການປ່ຽນແປງຕາມທີ່ປະ
ຊາຊົນຢາກໃຫ້ມີຂຶ້ນນັ້ນ.

XS
SM
MD
LG