ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

44 ຄົນເສຍຊີວິດ ໃນການປະທ້ວງຢູ່ຊີເຣຍ


ທະຫານຊີເຣຍຄົນນຶ່ງ ພວມແນປືນຍິງໃສ່ພວກປະທ້ວງທີ່ເມືອງ Hama ທາງທິດເໜືອຂອງນະຄອນຫຼວງຊີເຣຍ (21 ພຶດສະພາ 2011)
ທະຫານຊີເຣຍຄົນນຶ່ງ ພວມແນປືນຍິງໃສ່ພວກປະທ້ວງທີ່ເມືອງ Hama ທາງທິດເໜືອຂອງນະຄອນຫຼວງຊີເຣຍ (21 ພຶດສະພາ 2011)

ກຸ່ມປົກປ້ອງສິດທິມະນຸດກຸ່ມນຶ່ງຂອງຊີເຣຍໄດ້ເພີ່ມຈຳນວນ
ຜູ້ເສຍຊີວິດ ທີ່ກະປະມານວ່າມີຂຶ້ນໃນການປາບປາມການ
ປະທ້ວງຕໍ່ຕ້ານລັດຖະບານຢູ່ໃນຊີເຣຍ ໃນມື້ວັນສຸກວານນີ້
ຂຶ້ນເປັນ 44 ຄົນ.

ອົງການສິດທິມະນຸດແຫ່ງຊາດຂອງຊີເຣຍກ່າວໃນວັນເສົາ
ມື້ນີ້ວ່າ ການເສຍຊີວິດສ່ວນໃຫຍ່ໄດ້ມີຂຶ້ນທີ່ແຂວງ Idlib
ໃນພາກຕາເວັນຕົກແລະເມືອງ Homs ໃນເຂດພາກກາງ
ຂອງປະເທດຫຼັງຈາກກຳລັງຮັກສາຄວາສະຫງົບຂອງຊີເຣຍ
ໄດ້ທຳການປາບປາມພວກເດີນຂະບວນປະທ້ວງ. ພວກທີ່
ເຫັນເຫດການ ແລະພວກນັກເຄື່ອນໄຫວ ລາຍງານກ່ອນ
ໜ້ານີ້ວ່າ ມີປະມານ 30 ຄົນເສຍຊີວິດ.

ໃນມື້ວັນສຸກວານນີ້ອົງການຂ່າວຕ່າງໆໄດ້ອ້າງຄຳເວົ້າ
ຂອງພວກທີ່ເຫັນເຫດການຢູ່ໃນຫຼາຍໆ ຫົວເມືອງທີ່ກ່າວ
ວ່າ ກຳລັງຮັກສາຄວາມສະຫງົບຂອງຊີເຣຍ ໄດ້ໃຊ້ລູກ
ປືນແທ້ຍິງເຂົ້າໃສ່ພວກປະທ້ວງທີ່ໄດ້ພາກັນໂຮມຊຸມນຸມຕໍ່ຕ້ານລັດຖະບານປະທານາທິບໍດີ
Bashar al-Assad. ເຫດການເຫຼົ່ານີ້ຍັງບໍ່ສາມາດໄດ້ຮັບຢືນຢັນຢ່າງເປັນອິດສະຫຼະ ເທື່ອທັງນີ້ກໍຍ້ອນລັດຖບານຊີເຣຍໄດ້ຫ້າມບໍ່ໃຫ້ພວກນັກຂ່າວຕ່າງປະເທດເຂົ້າໄປເອົາຂ່າວ ຢູ່ໃນຊີເຣຍ.

ພວກນັກເຄື່ອນໄຫວເພື່ອສິດທິມະນຸດຊີເຣຍກ່າວວ່າມີພົນລະເຮືອນຫຼາຍກວ່າ 850 ຄົນໄດ້ເສຍ
ຊີວິດ ນັບແຕ່ກາງເດືອນມີນາເປັນຕົ້ນມາ ເວລາພວກປະທ້ວງເລີ່ມຮຽກຮ້ອງໃຫ້ມີການປະຕິຮູບ
ໄປສູ່ປະຊາທິປະໄຕ ແລະໃຫ້ທ່ານ Assad ລາອອກ. ເຈົ້າໜ້າທີ່ໄດ້ຈັບກຸມປະຊາຊົນ ຢ່າງນ້ອຍ
7,000 ຄົນອັນເປັນພາກສ່ວນນຶ່ງໃນປາບປາມຂອງລັດຖະບານນັ້ນ.

XS
SM
MD
LG