ຊີເຣຍໄດ້ປະນາມການລົງໂທດຄັ້ງໃໝ່ຂອງສະຫະລັດທີ່ແນ
ໃສ່ປະທານາທິບໍດີ Hafez al-Assad ແລະເຈົ້າໜ້າທີ່ອະ
ວຸໂສອື່ນໆອີກຂອງຊີເຣຍ 6 ຄົນ.
ເຈົ້າໜ້າທີ່ທ່ານນຶ່ງກ່າວອອກມາທາງໂທລະພາບຂອງທາງ
ການຊີເຣຍ ໃນວັນພະຫັດມື້ນີ້ວ່າ ມາດຕະການລົງໂທດ
ຂອງສະຫະລັດແມ່ນຮັບໃຊ້ຜົນປະໂຫຍດຂອງອິສຣາແອລ
ແລະຈະບໍ່ມີຜົນກະທົບແນວໃດຕໍ່ອະນາຄົດຂອງຊີເຣຍ.
ສະຫະລັດໄດ້ປະກາດໃຊ້ມາດຕາການລົງໂທດຕໍ່ປະທານາ
ທິບໍດີຊີເຣຍຍ້ອນໄດ້ລ່ວງລະເມີດສິດທິມະນຸດ ຂະນະທີ່ຊີ
ເຣຍເພີ່ມທະວີການປາບປາມຢ່າງຮຸນແຮງຂຶ້ນຕໍ່ພວກປະທ້ວງຕໍ່ຕ້ານລັດຖະບານຢູ່ໃນທົ່ວ
ປະເທດ.
ກະຊວງການເງິນຂອງສະຫະລັດກ່າວໃນວັນພຸດວານນີ້ວ່າ ຕົນໄດ້ຢຶດຊັບສົມບັດທັງໝົດ
ທີ່ຢູ່ໃນຂອບເຂດອຳນາດສະຫະລັດຂອງປະທານາທິບໍດີຊີເຣຍ ທ່ານ Hafez al-Assad ແລະເຈົ້າໜ້າທີ່ອະວຸໂສອື່ນໆອີກຂອງຊີເຣຍ 6 ຄົນ.
ການລົງໂທດໂດຍທົ່ວໄປແລ້ວແມ່ນໝາຍເຖິງການຫ້າມບໍ່ໃຫ້ປະຊາຊົນແລະບໍລິສັດອະເມ
ຣິກັນເຮັດທຸລະກິດກັບພວກກ່ຽວ.
ເຈົ້າໜ້າທີ່ອະວຸໂສຄົນນຶ່ງຂອງກະຊວງການເງິນຂອງສະຫະລັດກ່າວວ່າການລົງໂທດທີ່ວ່າ
ນີ້ແມ່ນແນໃສ່ເພື່ອສົງສັນຍານຢ່າງຈະແຈ້ງ ໄປຍັງປະທານາທິບໍດີ Assad ແລະຜູ້ນຳຄົນ
ອື່ນໆຂອງຊີເຣຍວ່າພວກເຂົາເຈົ້າຈະຖືກຖືວ່າເປັນຜູ້ຮັບຜິດຊອບໃນການກໍ່ຄວາມຮຸນແຮງ
ແລະການກົດຂີ່ທີ່ພວກເຂົາເຈົ້າເປັນຜູ້ກໍ່ຫລືສັ່ງໃຫ້ກໍ່ຂຶ້ນນັ້ນ.