ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີເຣຍກຽມຮັບມື ກັບການປະທ້ວງ ເພີ່ມຕື່ມ


ລົດທະຫານຊີເຣຍທີ່ສົ່ງໄປຍັງເມືອງ Homs
ໃນພາກກາງຂອງປະເທດ ຈາກເວັບໄຊທ໌ຝ່າຍຄ້ານຂອງຊີເຣຍ
ລົດທະຫານຊີເຣຍທີ່ສົ່ງໄປຍັງເມືອງ Homs ໃນພາກກາງຂອງປະເທດ ຈາກເວັບໄຊທ໌ຝ່າຍຄ້ານຂອງຊີເຣຍ

ມີການສົ່ງລົດຖັງໄປຍັງຫົວເມືອງຕ່າງໆໃນທົ່ວປະເທດຊີເຣຍ
ກ່ອນການປະທ້ວງຕໍ່ຕ້ານລັດຖະບານຊຶ່ງມີແຜນການຈະຈັດ
ໃຫ້ມີຂຶ້ນໃນວັນສຸກມື້ນີ້.

ກຳລັງຮັກສາຄວາມສະຫງົບຂອງຊີເຣຍ ໄດ້ຖືກສົ່ງລ່ວງໜ້າ
ໄປຍັງເຂດຕ່າງໆຮວມທັງບໍລິເວນແຄມຝັ່ງທະເລຂອງຊີເຣຍ
ເມືອງ Homs ໃນເຂດພາກກາງເມືອງ Hama ແລະຫຼາຍ
ຫົວເມືອງໃນເຂດພາກໃຕ້ຂອງປະເທດ.

ພວກນັກເຄື່ອນໄຫວຝ່າຍຄ້ານ ໄດ້ຮຽກຮ້ອງອີກຄັ້ງນຶ່ງໃຫ້ມີ
ການໂຮມຊຸມນຸມປະທ້ວງຢູ່ຕາມຖະໜົນຫົນທາງລຸນຫຼັງພິທີ
ສວດມົນພາວະນາໃນວັນສຸກມື້ນີ້ ທັງໆທີ່ ໄດ້ມີການປາບປາມຂອງພວກທະຫານ.

ບັນດາອົງການຂ່າວປະເທດຕາເວັນຕົກ ໄດ້ອ້າງຄຳເວົ້າຂອງນາຍ Louay Hussein ນັກ
ເຄື່ອນໄຫວຄົນນຶ່ງທີ່ກ່າວວ່າປະທານາທິບໍດີ Bashar al-Assad ໄດ້ມີຄຳສັ່ງບໍ່ໃຫ້ກຳລັງ
ຮັກສາຄວາມສະຫງົບ ຍິງພວກປະທ້ວງ. ນັກເຄື່ອນໄຫວຄົນນີ້ເວົ້າວ່າ ລາວໄດ້ຖືກແຈ້ງໃຫ້
ຊາບກ່ຽວກັບຄຳສັ່ງດັ່ງກ່າວໃນລະຫວ່າງການປະຊຸມກັບທີ່ປຶກສາຄົນນຶ່ງຂອງປະທານາທິບໍດີ.

ພວກນັກເຄື່ອນໄຫວຊີເຣຍກ່າວວ່າ ມີຢ່າງນ້ອຍ 600 ຄົນໄດ້ເສຍຊີວິດແລ້ວນັບແຕ່ການ
ລຸກຮືຂຶ້ນຕໍ່ຕ້ານລັດຖະບານ ເລີ່ມມາໃນຕົ້ນປີນີ້. ຈຳນວນພວກທີ່ບາດເຈັບລົ້ມຕາຍ ຍັງບໍ່
ທັນໄດ້ຮັບການຢືນຢັນ ຈາກແຫຼ່ງຂ່າວທີ່ເປັນອິດສະຫຼະເທື່ອທັງ ນີ້ກໍຍ້ອນຊີເຣຍໄດ້ຫ້າມ
ບໍ່ໃຫ້ພວກນັກຂ່າວຕ່າງປະເທດສ່ວນໃຫຍ່ເຂົ້າໄປໃນປະເທດດັ່ງກ່າວ.

ພວກຜູ້ນຳຂອງໂລກ ໄດ້ມີປະຕິກິລິຍາຕໍ່ລາຍງານຂ່າວ ກ່ຽວກັບການປາບປາມພວກປະ
ທ້ວງຢ່າງຮ້າຍແຮງໃນຊີເຣຍ. ໃນວັນສຸກມື້ນີ້ລັດຖະມົນຕີການຕ່າງປະເທດອອສເຕຣເລຍ
ທ່ານ Kevin Rudd ໄດ້ປະກາດໃຫ້ຊາບກ່ຽວກັບແຜນການຂອງລັດຖະບານທ່ານ ທີ່ຈະ
ທຳການລົງໂທດ ຕໍ່ບຸກຄົນສຳຄັນໆ ໃນອຳນາດການປົກຄອງ ຂອງທ່ານ Assad ແລະ ຫ້າມບໍ່ໃຫ້ຂາຍອາວຸດແລະອຸບປະກອນຕ່າງໆໃຫ້ແກ່ຊີເຣຍ.

XS
SM
MD
LG