ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ຂໍການຊ່ອຍເຫຼືອ ຈາກສະຫະປະຊາຊາດ (ເບິ່ງສະໄລດ໌)


ເຫດລະເບີດ ໃນປະເທດຊີເຣຍ
ເຫດລະເບີດ ໃນປະເທດຊີເຣຍ

ລັດຖະບານ​ຊີ​ເຣຍ ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດເອົາ​ມາດ​ຕະ
ການ​ປາບ​ປາມ​ພວກ​ກໍ່​ການ​ຮ້າຍ ​ໃນ​ວັນ​ສຸກ​ມື້ນີ້ ນຶ່ງ​ມື້ ຫຼັງຈາກ​ເກີດເຫດ​ລະ​ເບີດ​ຊ້ອນ ທີ່​ເຮັດ​
ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 55 ຄົນ​ໃນ​ນະຄອນຫຼວງ Damascus.

ສື່​ມວນ​ຊົນ​ຂອງ​ທາງ​ການ​ຊີ​ເຣຍກ່າວ​ວ່າ ລັດຖະບານ​ໄດ້​ທຳ​ການ​ຮ້ອງ​ຮຽນ​ດັ່ງກ່າວ ​ຢູ່​ໃນ​ຈົດ
ໝາຍ​ສະບັບ​ນຶ່ງ​ ທີ່​ສົ່ງ​ໄປ​ຍັງ​ສະພາ​ຄວາມ​ໝັ້ນຄົງ ​ແລະທ່ານ Ban Ki-moon ເລຂາທິການ​
ໃຫຍ່ອົງການ​ສະຫະປະຊາ​ຊາດ. ຈົດໝາຍ​ສະບັບ​ນີ້​ເວົ້າວ່າການ​ກໍ່​ອາ​ຊະ​ຍາ​ກຳ​ທີ່​ທະວີ​ຄວາມ​
ຮ້າຍ​ແຮງ​ຂຶ້ນ​ແມ່ນ​ພິສູດ​ໃຫ້​ເຫັນວ່າຊີ​ເຣຍກຳລັງ​ປະ​ເຊີນ​ໜ້າ​ກັບ​ການ​ໂຈມ​ຕີ​ຂອງ​ພວກກໍ່​ການ
​ຮ້າຍ ນຳພາ​ໂດຍບັນດາ​ກຸ່ມ​ທີ່​ໄດ້​ຮັບ​ການ​ສະໜັບສະໜຸນຈາກ​ຕ່າງປະ​ເທດ.

ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ລົດ​ທີ່​ນະຄອນຫຼວງຊີ​ເຣຍ​ໃນ​ມື້ວານ​ນີ້​ແມ່ນ​ການ​ໂຈມຕີ​ທີ່​ຮ້າຍ​ແຮງ​
ສຸດ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວນັບ​ຕັ້ງແຕ່​ໄດ້​ມີການ​ລຸກ​ຮື​ຂຶ້ນຕໍ່ຕ້ານ​ລັດຖະບານທີ່​ເລີ້ມຕົ້ນຂຶ້ນ​ເມື່ອ
14 ​ເດືອນ​ກ່ອນ.

ທັງໆ​ທີ່​ໄດ້​ເກີດ​ຄວາມ​ຮຸນ​ແຮງ ​ແຕ່​ຄະນະ​ສັງ​ເກດ​ການ​ສະຫະ​ປະຊາ​ຊາດ​ທີ່​ຕິດຕາມ​ເບິ່ງ​ການ​
ຢຸດ​ຍິງ​ທີ່​ຍັງ​ບໍ່​ມີ​ຄວາມ​ໝັ້ນຄົງ​ລະຫວ່າງ​ລັດຖະບານ​ແລະ​ພວກ​ກະບົດກໍ​ໄດ້ຢ້ຽມ​ນະຄອນຫຼວງ
Damascus ​ໃນ​ວັນ​ສຸກ​ມື້ນີ້.

ທ່ານ Neeraj Singh ​ໂຄສົກ​ຂອງ​ຄະນະ​ສັງ​ເກດ​ການ​ສະຫະ​ປະຊາ​ຊາດ​ກ່າວວ່າ ຈຳນວນ​
ຂອງຄະ​ນະສັງ​ເກດ​ການ​ແລະ​ພະນັກງານທີ່​ເຂົ້າຮ່ວມ​ໃນ​ການ​ປະຕິບັດ​ງານ​ຢູ່​ຊີ​ເຣຍ ​ໄດ້​ເພີີ່ມ​
ຂຶ້ນ​ເປັນ 150 ຄົນ​ແລ້ວ.

ຂະນະ​ດຽວ​ກັນ ຫົວໜ້າ​ກຸ່ມ​ຝ່າຍ​ຄ້ານ​ທີ່​ສຳຄັນ​ຂອງ​ຊີ​ເຣຍກ່າວ​ວ່າ ກຳລັງ​ທີ່​ເປັນ​ເຄືອ​ຂ່າຍ
​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາລກາຍ​ດາ​ ທີ່​ມີ​ຄວາມ​ສຳພັນ​ ກັບ​ລັດຖະບານ​ຊີ​ເຣຍ ​ເປັນ​ຜູ້​ຮັບຜິດ
ຊອບ​ກ່ຽວ​ກັບ​ເຫດ​ລະ​ເບີດ​ໃນ​ມື້ວານ​ນີ້.

​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ກຸງ​ໂຕ​ກຽວທ່ານ Burhan Ghalioun ກ່າວ​ວ່າ ລັດຖະບານ
​ຊີ​ເຣຍ ​ໄດ້​ພະຍາຍາມ​ທີ່​ຈະ​ທຳລາຍ​ແຜນການ​ສັນຕິພາບທີ່​ໄກ່​ເກ່ຍ​ໂດຍທູດ​ພິ​ເສດ​ນາໆ​ຊາດ
ທ່ານ Kofi Annan.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອກ່ຽວ​ກັບ​ເຫດ​ລະ​ເບີດ​ໃນ​ມື້ວານນີ້ຊຶ່ງ​ເຮັດ
​ໃຫ້ການ​ຢຸດ​ຍິງ​ ທີ່​ປະກາດ​ໂດຍ​ທ່ານ Annan ​ໃນ​ວັນ​ທີ 12 ​ເມສາ​ຜ່ານ​ມານັ້ນແຕກ​ຫັກ​ລົງ​
ໄປ​ຕື່ມ​ອີກ.

ທ່ານ Leon Panetta ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວຕໍ່ພວກ​ນັກ
​ຂ່າວ​ວ່າ ໜ່ວຍ​ສືບ​ລັບ​ສະຫະລັດ​ສະ​ແດງ​ໃຫ້​ເຫັນ​ວ່າ ກຸ່ມ​ກໍ່​ການ​ຮ້າຍ​ອາລກາຍ​ດາພວມ​ມີ
ໜ້າ​ຢູ່​ໃນ​ຊີ​ເຣຍ ​ແຕ່​ກໍ​ເວົ້າວ່າຂອບ​ເຂດ​ໃນ​ການ​ປະຕິບັດ​ງານຂອງກຸ່ມດັ່ງກ່າວແມ່ນ​ຍັງ​ບໍ່​ຈະ
​ແຈ້ງ​ເທື່ອ.

ອົງການ​ສະຫະ​ປະຊາຊາດກ່າວ​ວ່າ ມີຫຼາຍກວ່າ 9,000 ຄົນ​ໄດ້​ເສຍ​ຊີວິດ​ແລ້ວ ​ໃນ​ຄວາມ
​ຮຸນ​ແຮງ​ທີ່​ພົວພັນ​ກັບ​ການ​ລຸກ​ຮື​ຂຶ້ນຕໍ່ຕ້ານ​ລັດຖະບານ​ໃນ​ຊີ​ເຣຍທີ່​ເລີ່​ມມາ​ແຕ່​ເດືອນ​ມີນາ​ປີ
2011.

XS
SM
MD
LG