ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ເຈົ້າໜ້າທີ່ຂັ້ນສູງ ຂອງຊີເຣຍ ຄົນນຶ່ງ ໂຕນໄປຮ່ວມ ພວກຝ່າຍຄ້ານ (ເບິ່ງສະໄລດ໌)


ຜູ້ຊາຍຊາວຊີເຣຍຄົນນຶ່ງ ຮ້ອງຄຳຂວັນ ຕໍ່ຕ້ານລັດຖະບານ ຂະນະທີ່ຫາມສົບນາຍ Abdulaziz Abu Ahmed Khrer ທີ່ເສຍຊີວິດຍ້ອນຖືກມືປືນລັດຖະບານຊີເຣຍຍິງຕາຍ ໃນພິທີສົ່ງສະການ ທີ່ເມືອງ Idlib (8 ມີນາ 2012)

ຮອງ​ລັດຖະມົນຕີ​ກະຊວງ​ນໍ້າມັນ​ຂອງ​ຊີ​ເຣຍ​ໄດ້​ລາ​ອອກ ​ໃນ​ວັນ​ພະຫັດ​ວານ​ນີ້​ເພື່ອເຂົ້າຮ່ວມ
ການ​ກໍ່​ກະບົດ​ຕໍ່ຕ້ານ​ລັດຖະບານ ​ແລະ​ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ສັນນິ
ບາດ​ອາຣັບ ທ່ານ Kofi Annan ຮຽກຮ້ອງ​ໃຫ້​ຍຸຕິ​ວິ​ກິດ​ການທີ່​ກຳລັງ​ດຳ​ເນີນ​ຢູ່​ໃນ​ປະ​ເທດ​
ຊີ​ເຣຍ ​ໂດຍ​ທາງ​ດ້ານ​ການ​ທູດ​ແທນ​ທີ່​ຈະ​ໃຊ້​ກຳລັງທະຫານ.

ໃນ​ວີ​ດີ​ໂອ​ ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ You Tube ທ່ານ Abdo Husameddine ​ໄດ້​ຖະ​
ແຫຼງ​ໂດຍ​ກົງ​ຕໍ່​ປະທານາທິບໍດີ​ຊີ​ເຣຍທ່ານ Bashar al-Assad ​ໂດຍ​ກ່າວຫາ​ທ່ານ​ວ່າໄດ້​
ກໍ່​ໂທດ​ກຳ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ​ໃນ​ຮອບ​ປີຜ່ານມາ​ ໃນຂະນະ​ທີ່​ທະຫານ​ຝ່າຍ​ລັດຖະ
ບານ​ສືບ​ຕໍ່​ໃຊ້​ກຳລັງ​ຢ່າງ​ໂຫດຮ້າຍປາບ​ປາມ​ພວກຝ່າຍ​ຄ້ານ​ແລະ​ພົນລະ​ເຮືອນ. ທ່ານ Hu
sameddine ຊຶ່ງ​ເປັນນຶ່ງ​ໃນ​ບັນດາ​ເຈົ້າໜ້າ​ທີ່​ພົນລະ​ເຮືອນ​ຂັ້ນສູງ​ສຸດຂອງ​ຊີ​ເຣຍທີ່​ໄດ້​ໂຕນ
ໜີ​ປະ​ໜ້າ​ທີ່​ນັ້ນກ່າວ​ວ່າ ທ່ານບໍ່​ຕ້ອງການຢາກ​ຍຸຕິ​ອາຊີບ​ຂອງ​ທ່ານ ​ດ້ວຍ​ການ​ຮັບໃຊ້​ໂທດ​
ຂອງ​ອຳນາດ​ການ​ປົກຄອງ​ນີ້. ທ່ານ​ໄດ້​ຮຽກ​ຮ້ອງ​ ໃຫ້​ບັນດາ​ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ ໃຫ້​
ພາກັນ​ໂຕນໜີ​ຈາກ​ອັນ​ທີ່​ທ່ານ​ເອີ້ນວ່າ ​“​ເຮືອ​ທີ່​ພວມ​ຫຼົ້ມ.”

ທ່ານ Burhan Ghalioun ຜູ້ນຳຂອງ​ກຸ່ມ​ສະພາ​ແຫ່ງ​ຊາດ​ຊີ​ເຣຍຊຶ່ງ​ເປັນ​ກຸ່ມ​ຝ່າຍ​ຄ້ານ​ນັ້ນ ​
ໄດ້​ກ່າວ​ຊົມ​ເຊີຍ​ການ​ລາ​ອອກ​ຂອງ​ທ່ານ Husameddine ​ແລະຮຽກຮ້ອງ​ໃຫ້ເຈົ້າໜ້າ​ທີ່​ອື່ນ
ອື່ນເຂົ້າຮ່ວມ​ກັບ​ກຸ່ມ​ຝ່າຍ​ຄ້ານ. ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ ກ່າວ​ວ່າ ຖ້າ​ຫາກ​ໄດ້​
ຮັບ​ການ​ຢືນຢັນ ການ​ໂຕນ​ໜີ​ຈາກ​ໜ້າ​ທີ່​ໃນຄັ້ງນີ້ ​ແມ່ນ​ເປັນ​ຂ່າວ​ທີ່​ດີ​ຫຼາຍ.

ມາ​ຮອດ​ປັດຈຸບັນ​ນີ້ ລັດຖະບານ​ທ່ານ Assad ສ່ວນ​ໃຫຍ່​ແລ້ວ​ແມ່ນ​ຍັງ​ເປັນ​ປຶກ​ເປັນ​ແຜ່ນ​
ກັນ​ດີ​ຢູ່ ​ເຖິງ​ແມ່ນ​ວ່າ​ມີ​ພວກ​ທະຫານ​ຊັ້ນຜູ້​ນ້ອຍ ​ທີ່​ໂຕນ​ທັບ​ໄດ້​ໄປ​ຮ່ວມສົມທົບ​ກັບ​ພວກ​ຕໍ່
ຕ້ານ​ລັດຖະບານ ຢູ່​ໃນ​ກອງທັບ​ຊີ​ເຣຍ​ເສລີ ຊຶ່ງ​ໃນ​ເວລາ​ນີ້ມີ​ຈຳນວນ​ຫຼາຍພັນ​ຄົນ​ແລ້ວ.

ທ່ານ Annan ອະດີດຜູ້ນຳສະຫະ​ປະຊາ​ຊາດ ຊຶ່ງ​ເປັນ​ທູດ​ພິ​ເສດ​ຄົນ​ໃໝ່​ຮັບ​ຜິດຊອບ​ກ່ຽວ
ກັບ​ເລື່ອງ​ຊີ​ເຣຍ ​ໄດ້​ເຕືອນ​ກ່ຽວ​ກັບ​ການ​ແຊກ​ແຊງ​ ຂອງ​ກຳລັງ​ທະຫານ ຈາກ​ຕ່າງປະ​ເທດ ​
ໂດຍ​ເວົ້າວ່າ ຈະ​ເຮັດ​ໃຫ້​ສະຖານະ​ການ​ ຮ້າຍ​ແຮງ​ຂຶ້ນຕື່ມ. ​ໃນການ​ຖະ​ແຫຼງລະຫວ່າງ​ເດີນ
ທາງ​ໄປ​ຢ້ຽມຢາມ​ກຸງໄຄ​ໂຣ​ ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Annan ກ່າວ​ວ່າ ການ​ໃຊ້​ກຳລັງ
ຈາກພາຍ​ນອກ​ແກ້​ໄຂ​ວິ​ກິດ​ການ​ໃນ​ຊີ​ເຣຍ ອາດຈະ​ເປັນ​ການ​ຄຳນວນ​ທີ່​ຜິດພາດຊຶ່ງ​ອາດ​ຈະ
ມີຜົນ​ກະທົບ​ໃນ​ທາງ​ລົບ​ໃນ​ຂອບ​ເຂດທີ່​ກວ້າງຂວາງ​ກໍ​ເປັນ​ໄດ້.

XS
SM
MD
LG