ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ Annan ຮຽກຮ້ອງ ໃຫ້ຊີເຣຍ ຢຸດຍິງໃນທັນທີ (ເບິ່ງສະໄລດ໌ກັບວີດີໂອ)


ພວກຜູ້ນຳອາຣັບ ພວມກຽມຖ່າຍຮູບຮ່ວມກັນ ກ່ອນກອງປະຊຸມສຸດຍອດ ທີ່ນະຄອນແບັກແດັດ (29 ມີນາ 2012)
ພວກຜູ້ນຳອາຣັບ ພວມກຽມຖ່າຍຮູບຮ່ວມກັນ ກ່ອນກອງປະຊຸມສຸດຍອດ ທີ່ນະຄອນແບັກແດັດ (29 ມີນາ 2012)

ທ່ານ​ Kofi Annan ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ສັນນິບາດອາຣັບກ່າວ​
ວ່າ ລັດຖະບານ​ຊີ​ເຣຍຕ້ອງ​ຈັດຕັ້ງປະຕິບັດ​ການ​ຢຸດ​ຍິງ​ໃນ​ທັນທີ​ແລະຢຸດ​ເຊົາ​ການ​ໂຈ​ມຕີ​ກຸ່ມ
ຝ່າຍ​ຄ້ານ ຂະນະ​ທີ່​ການ​ປະ​ທະ​ກັນ​ຮອບ​ໃໝ່​ລະ​ເບີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ​ໃນ​ວັນ​ສຸກ​ມື້ນີ້.

ໂຄສົກ​ຂອງ​ທ່ານ Annan ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ທີ່​ນະຄອນ​ເຈ​ນີວາ​ວ່າ ​ເສັ້ນຕາຍແມ່ນໃນ​
ທັນທີ​ໂລດ ​ໃຫ້​ປະທານາທິບໍດີ Bashar al-Assad ຈັດຕັ້ງປະຕິບັດ​ແຜນການ​ສັນຕິພາບ
6 ຂໍ້ ທີ່​ໄດ້​ຮ່າງ​ຂຶ້ນ​ໂດຍອະດີດ​ຫົວໜ້າ​ອົງການ​ສະຫະ​ປະຊາ​ຊາດ. ທ່ານ​ບໍ່​ໄດ້​ໃຫ້​ລາຍ​ລະ
ອຽດ​ຢ່າງ​ເຈາະ​ຈົງ​ວ່າ​ມາດຕະການອັນ​ໃດທີ່​ທ່ານ Assad ຄວນ​ຈະ​ເອົາ ຖ້າ​ທ່ານ​ຫາກ​ຍັງ​ບໍ່​
ໄດ້​ຈັດຕັ້ງປະຕິບັດ.

ເຖິງ​ແມ່ນ​ວ່າ​ທ່ານ Assad ​ໄດ້​ຕົກລົງ​ຮັບ​ເອົາ​ແຜນການ​ສັນຕິພາບ ​ໃນ​ມື້ວັນ​ອັງຄານ​ຜ່ານ
ມາ​ແລ້ວ​ກໍ​ຕາມ ​ແຕ່​ຄວາມ​ຮຸນ​ແຮງ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ໃນ​ແຕ່​ລະມື້. ​ໃນວັນ​ສຸກ​ມື້ນີ້ ກຸ່ມ​ສິ້ງ
ຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ກ່າວ​ຕໍ່​ວີ​ໂອ​ເອວ່າ ທະຫານ​ລັດຖະບານ ​ຍັງ​ສືບ​ຕໍ່​ການ​ໂຈມ​ຕີ​
ທີ່​ເມືອງ Homs ​ໃນ​ພາກ​ກາງຂອງ​ປະ​ເທດ ​ດ້ວຍການ​ຍິງ​ປືນ​ຄົກ​ໂຈມ​ຕີ​ຫຼາຍໆ​ຮອບ ​ທີ່​
ຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 2 ຄົນ. ນອກ​ນັ້ນ​ແລ້ວຍັງ​ມີ​ລາຍ​ງານ​ວ່າ​ໄດ້​ເກີດ​ການ​ສູ້​ລົບ​
ກັນ​ຂຶ້ນທີ່ແຂວງ Idlib ​ໃນ ພາກ​ເໜືອ​ຂອງ​ປະ​ເທດແລະ​ນອກ​ນະຄອນຫຼວງ Damascus.

ຂະນະ​ດຽວ​ກັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton
ພວມ​ຢູ່​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ນະຄອນຫຼວງຂອງ Saudi Arabia ​ເພື່ອເຈລະຈາ​ຫາ
ລື​ແນ​ໃສ່​ເພີ່ມ​ຄວາມ​ກົດ​ດັນ​ຕໍ່​ທ່ານ Assad ​ໃຫ້​ຍຸຕິການ​ປາບ​ປາມ​ຢ່າງ​ໂຫດຮ້າຍ​ ຕໍ່​ການ
ລຸກ​ຮື​ຂຶ້ນຕໍ່ຕ້ານ​ລັດຖະບານ​ທີ່​ດຳ​ເນີນ​ມາ ​ເປັນ​ເວລາ​ນຶ່ງ​ປີ​ແລ້ວນັ້ນ.

ໃນ​ລະຫວ່າງ​ການ​ຢ້ຽມຢາມ​ນະຄອນຫຼວງ Riyadh ​ເປັນ​ເວລາ 2 ມື້ນັ້ນທ່ານນາງ Clin-
ton ຈະ​ໄດ້​ພົບ​ປະ​ກັບ​ກະສັດ Abdullah ​ແລະ​ລັດຖະມົນຕີ​ການ​ຕ່າງປະ​ເທດ ເຈົ້າຊາຍ
Saud al-Faisal ພ້ອມໆ​ກັບ​ເຂົ້າຮ່ວມ​ກອງ​ປະຊຸມ​ລະດັບ​ສູງ​ຂອງພວກ​ນັກ​ການ​ທູດ​ໃນ
ເຂດ​ອ່າວ​ເປີ​ເຊຍນຳ​ດ້ວຍ.

ຫຼັງຈາກ​ນັ້ນ ທ່ານ​ນາງ Clinton ຈະ​ເດີນທາງ​ໄປ​ເທີ​ກີ​ໃນ​ມື້ວັນ​ອາທິດ ​ເພື່ອ​ເຂົ້າຮ່ວມ​ກອງ​
ປະ​ຊຸມ​ຄັ້ງທີ 2 ຂອງ​ອັນ​ທີ່​ເອີ້ນວ່າ “​ເພື່ອນ​ມິດ​ຊີ​ເຣຍ” ຊຶ່ງ​ຈະ​ມີ​ປະ​ເທດ​ຕ່າງໆ​ຫຼາຍສິບ​ປະ
ເທດ​ທີ່​ໃຫ້ການ​ສະໜັບສະໜຸນ​ຕໍ່​ພວກ​ກະບົດ​ໃນ​ຊີ​ເຣຍ​ໄປຮ່ວມ​ນັ້ນ.

ເປັນ​ທີ່​ຄາດ​ກັນ​ວ່າ ກອງ​ປະຊຸມ​ດັ່ງກ່າວ​ນີ້ຈະ​ເພັ່ງ​ເລັງ​ໃສ່​ວ່າ​ ຈະ​ຄໍ້າປະກັນ​ແນວໃດ​ໃຫ້​ປະ
ທານາທິບໍດີ Assad ປະຕິບັດ​ຕາມ​ ແຜນການ​ສັນຕິພາບ ຊຶ່ງ​ຮຽກຮ້ອງ​ໃຫ້ ມີ​ການ​ຢຸດ
ຍິງ ການບັນ​ເທົາ​ທຸກ​ທາງ​ດ້ານ​ມະນຸດສະທຳ 2 ຊົ່ວ​ໂມງ​ຕໍ່​ມື້​ແລະ​ເປີດ​ການ​ເຈລະຈາ​ທາງ​
ດ້ານ​ການ​ເມືອງ​ເພື່ອ​ຍຸຕິ​ບັນຫາ​ຂັດ​ແຍ້​ງ​ໃນ​ຊີ​ເຣຍ.

XS
SM
MD
LG