ທະຫານລັດຖະບານຊີເຣຍ ໃນວັນເສົາມື້ນີ້ໄດ້ຍິງຖະຫຼົ່ມຫຼາຍໆຄຸ້ມໃນເມືອງ Homs ບ່ອນ
ທີ່ການປະເຊີນໜ້າຍັງດຳເນີນຢູ່ຕໍ່ມາລະຫວ່າງເຈົ້າໜ້າທີ່ແລະພະນັກງານຂອງສະພາກາແດງ
ທີ່ພະຍາຍາມຈັດສົ່ງເຄື່ອງໃຊ້ທາງການແພດແລະຢຸກຢາຕະຫຼອດທັງອາຫານການກິນໄປໃຫ້
ປະຊາຊົນທີ່ຕົກຄ້າງຢູ່ໃນເມືອງດັ່ງກ່າວ.
ພວກນັກເຄື່ອນໄຫວ ແລະພະນັກງານການແພດ ກ່າວວ່າ ກອງກຳລັງທີ່ຈົງຮັກພັກດີຕໍ່ປະ
ທານາທິບໍດີ Bashar al-Assad ໄດ້ຍິງປືນຄົກເຂົ້າໄປໃສ່ຄຸ້ມຕ່າງໆ ຢ່າງນ້ອຍ 4 ຄຸ້ມຢູ່
ໃນເມືອງ Homs ໃນຕອນເຊົ້າຂອງວັນເສົາມື້ນີ້. ຈຳນວນຜູ້ບາດເຈັບລົ້ມຕາຍນັ້ນຍັງບໍ່ທັນ
ເປັນທີ່ຮູ້ຈັກເທື່ອ.
ສ່ວນຢູ່ໃນເຂດອື່ນໆຂອງເມືອງ Homs ນັ້ນ ສະພາກາແດງກ່າວວ່າ ເຈົ້າໜ້າທີ່ຊີເຣຍຍັງ
ສືບຕໍ່ຂັດຂວາງບໍ່ໃຫ້ຂະບວນລົດບັນທຸກ 7 ຄັນ ທີ່ລຳລຽງເຄື່ອງຊ່ອຍເຫຼືອເຂົ້າໄປຍັງຄຸ້ມ
Baba Arm ບ່ອນທີ່ພວກກະບົດແລະປະຊາຊົນໄດ້ຖືກທະຫານລັດຖະບານປິດລ້ອມມາ
ເປັນເວລາເກືອບນຶ່ງເດືອນ. ສະພາກາແດງກ່າວວ່າ ໃນຂັ້ນຕົ້ນລັດຖະບານໄດ້ອະນຸຍາດ
ໃນມື້ວັນພະຫັດຜ່ານມາ ໃຫ້ສະພາກາແດງເຂົ້າໄປໃນຄຸ້ມດັ່ງກ່າວຫຼັງຈາກທະຫານລັດຖະ
ບານຊີເຣຍເຂົ້າຄວບຄຸມຄຸ້ມດັ່ງກ່າວແລະພວກກະບົດຖອນອອກໄປແລ້ວ.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ຮຽກຮ້ອງໃຫ້ຊີ
ເຣຍໃຫ້ການອະນຸມັດໃນທັນທີ ແກ່ບັນດາພະນັກງານມະນຸດສະທຳເຂົ້າໄປຫາປະຊາຊົນ
ໃນຄຸ້ມດັ່ງກ່າວທີ່ຕ້ອງການຄວາມຊ່ອຍເຫຼືອເປັນທີ່ສຸດນັ້ນ.
ໃນຄວາມຮຸນແຮງຢູ່ອີກບ່ອນນຶ່ງນັ້ນ ອົງການຂ່າວ SANA ຂອງທາງການຊີເຣຍແຈ້ງວ່າ
ການໂຈມຕີດ້ວຍລົດລະເບີດສະຫຼະຊີບ ໃນວັນເສົາມື້ນີ້ເຮັດໃຫ້ມີຜູ້ເສຍຊີວິດ 2 ຢູ່ທີ່ເມືອງ
Daraa ໃນພາກໃຕ້ຂອງປະເທດ. ນອກນັ້ນແລ້ວຍັງມີອີກຈຳນວນນຶ່ງໄດ້ຮັບບາດເຈັບໃນ
ເຫດລະເບີດດັ່ງກ່າວ.