ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍປະກາດ ການປະຕິຮູບ


ການປະທະກັນລະຫວ່າງພວກສະໜັບສະໜຸນແລະຕໍ່ຕ້ານປະທານາທິບໍດີຊີເຣຍ ທ່ານ Bashar al-Assad ທີ່ນະຄອນຫຼວງ Damascus ຂອງຊີເຣຍ (25 ມີນາ 2001)
ການປະທະກັນລະຫວ່າງພວກສະໜັບສະໜຸນແລະຕໍ່ຕ້ານປະທານາທິບໍດີຊີເຣຍ ທ່ານ Bashar al-Assad ທີ່ນະຄອນຫຼວງ Damascus ຂອງຊີເຣຍ (25 ມີນາ 2001)

ຊີເຣຍກ່າວວ່າ ຕົນຈະພິຈາລະນາເພື່ອຍົກເລີກກົດໝາຍພາ
ວະສຸກເສີນ ອັນເປັນພາກສ່ວນນຶ່ງ ຂອງການປະຕິຮູບລຸນ
ຫຼັງທີ່ໄດ້ມີການໂຮມຊຸມນຸມປະທ້ວງຕໍ່ຕ້ານລັດຖະບານຢ່າງ
ຮຸນແຮງເປັນເວລາເກືອບນຶ່ງອາທິດ.

ຜູ້ຊ່ອຍຄົນນຶ່ງ ຂອງປະທານາທິບໍດີ Bashar al-Assad
ກ່າວວ່າ ລັດຖະບານຊີເຣຍຈະສຶກສາເບິ່ງຄວາມຄິດກ່ຽວກັບ
ການຍົກເລີກກົດໝາຍສະບັບດັ່ງກ່າວທີ່ ຍັງມີຜົນບັງຄັບໃຊ້
ນັບແຕ່ພັກ Baath ຂອງຊີເຣຍເຂົ້າກຳອຳນາດໃນປີ 1963. ກົດໝາຍດັ່ງກ່າວນີ້ໄດ້ຫ້າມບໍ່ໃຫ້ມີການຄັດຄ້ານໃດໆທັງໝົດຕໍ່ພັກ Baath.

ພວກປະທ້ວງຕໍ່ຕ້ານລັດຖະບານໄດ້ທວງໃຫ້ປະທານາທິບໍດີ Assad ຍົກເລີກກົດໝາຍພາ
ວະສຸກເສີນ ຫຼຸດການໃຊ້ສິດອຳນາດເກີນຂອບເຂດ ຂອງໜ່ວຍງານ ຮັກສາຄວາມສະຫງົບ ປ່ອຍພວກນັກໂທດການເມືອງແລະອະນຸຍາດໃຫ້ມີອິດສະຫຼະພາບໃນການປາກເວົ້າ ຫຼືສະ
ແດງອອກຊຶ່ງຄວາມຄິດຄວາມເຫັນ.

ພວກທີ່ເຫັນເຫດການກ່າວວ່າ ມີຫຼາຍກວ່າ 30 ຄົນໄດ້ເສຍຊີວິດໃນການປະທະກັນໃນມື້ວັນ
ພຸດຜ່ານມາ ລະຫວ່າງກຳລັງຮັກສາຄວາມສະຫງົບ ແລະພວກປະທ້ວງ ທີ່ເມືອງ Daraa ໃນ
ພາກໃຕ້ຊີເຣຍ.

ສະຫະລັດໄດ້ປະນາມການປາບປາມພວກເດີນຂະບວນຢ່າງໂຫດຮ້າຍຂອງລັດຖະບານຊີເຣຍ
ແລະຮຽກຮ້ອງໃຫ້ເຈົ້າໜ້າທີ່ໃນປະເທດດັ່ງກ່າວເຄົາລົບນັບຖືສິດທິຂອງປະຊາຊົນຊາວຊີເຣຍ.

XS
SM
MD
LG