ສະຫະພາບຢູໂຣບໄດ້ຕັດສິນໃຈລົງໂທດຮອບໃໝ່ຕໍ່ພວກທີ່ຢູ່ໃນວົງໃນຂອງປະທານາທິບໍດີຊີ
ເຣຍທ່ານ Bashar al-Assad ຂະນະທີ່ການປະທະກັນຄັ້ງໃໝ່ລະເບີດຂຶ້ນໃນທົ່ວປະເທດ.
ບັນດາລັດຖະມົນຕີການຕ່າງປະເທດ ຂອງສະຫະພາບຢູໂຣບ ທີ່ພວມປະຊຸມກັນ ຢູ່ນະຄອນ
Brussels ກ່າວວ່າ ພວກທ່ານຈະທຳການລົງໂທດກ່ຽວກັບການຫ້າມເດີນທາງ ແລະຢຶດຊັບ
ສິນສະມາຊິກຫຼາຍໆຄົນ ໃນຄະນະລັດຖະບານ ແລະຄອບຄົວຂອງປະທານາທິບໍດີ Assad
ຮວມທັງພັນລະຍາຂອງທ່ານ ຄືຍານາງ Asma al-Assad ທີ່ເປັນຄົນອັງກິດ ໂດຍກຳເນີດ
ນັ້ນ.
ພັນລະຍາຂອງທ່ານ Assad ໄດ້ຕົກເປັນຈຸດສົນໃຈເມື່ອໄວໆມານີ້ຫຼັງຈາກອີແມລທີ່ໜັງສືພິມ
Guardian ຂອງອັງກິດໄດ້ຮັບມານັ້ນເປີດເຜີຍໃຫ້ເຫັນວ່າ ຍານາງຍັງສັ່ງຊື້ເຄື່ອງຊື້ຂອງເປັນ
ຈຳນວນຫຼວງຫຼາຍຂະນະທີ່ຊີເຣຍພວມເກີດຄວາມຮຸນແຮງຢ່າງໜັກ. ຍັງບໍ່ທັນເປັນທີ່ຈະແຈ້ງ
ເທື່ອວ່າການລົງໂທດດັ່ງກ່າວນີ້ ຈະຫ້າມບໍ່ໃຫ້ຍານາງເດີນທາງໄປອັງກິດຫຼືບໍ່ບ່ອນທີ່ເຊື່ອກັນ
ວ່າຍານາງຍັງ ຖືສັນຊາດຢູ່ນັ້ນ.
ກ່ອນການປະຊຸມກັນ ລັດຖະມົນຕີການຕ່າງປະເທດອັງກິດ ທ່ານ William Hague ກ່າວ
ວ່າ ການລົງໂທດດັ່ງກ່າວຈະຊ່ອຍເພີ່ມຄວາມກົດດັນຕໍ່ລັດຖະບານຊີເຣຍທີ່ທ່ານເວົ້າວ່າ ຍັງ
ສືບຕໍ່ການສັງຫານປະຊາຊົນ.
ພວກນັກການທູດເວົ້າວ່າ ລາຍຊື່ໂດຍເຕັມ ກ່ຽວກັບເປົ້າໝາຍຂອງການລົງໂທດ ຈະມີການ
ເປີດເຜີຍໃຫ້ຊາບເວລາການລົງໂທດດັ່ງກ່າວເລີ່ມມີຜົນບັງຄັບໃຊ້ໃນວັນເສົານີ້. ສະຫະພາບ
ຢູໂຣບໄດ້ທຳການຕອບໂຕ້ຕໍ່ການປາບປາມພວກຝ່າຍຄ້ານຢ່າງນອງເລືອດທີ່ດຳເນີນມາເປັນ
ເວລານຶ່ງປີຂອງທ່ານ Assad ດ້ວຍການລົງໂທດໃນຂອບເຂດທີ່ກວ້າງຂວາງ ຮວມທັງການ
ຫ້າມບໍ່ໃຫ້ນໍາເຂົ້ານໍ້າມັນຈາກປະເທດຊີເຣຍ ແລະມາດຕະການອື່ນໆຕໍ່ທະນາຄານກາງຂອງ
ປະເທດດັ່ງກ່າວ.
ຂະນະດຽວກັນ ພວກນັກເຄື່ອນໄຫວຝ່າຍຄ້ານ ລາຍງານວ່າ ຄວາມຮຸນແຮງຍັງດຳເນີນຢູ່ຕໍ່
ມາໃນວັນສຸກມື້ນີ້. ກຸ່ມສັງເກດການ ສິດທິມະນຸດໃນຊີເຣຍ ທີ່ມີສຳນັກງານຢູ່ປະເທດອັງກິດ
ແຈ້ງໃຫ້ວີໂອເອຊາບວ່າ ທະຫານຊີເຣຍ 3 ຄົນທີ່ໂຕນທັບ ໄດ້ຖືກຂ້າຕາຍໃນການສູ້ລົບກັນ
ຢ່າງດຸເດືອດທີ່ເມືອງ Azaz ໃກ້ໆຊາຍແດນເທີ ກີ. ນອກນັ້ນກຸ່ມດັ່ງກ່າວຍັງແຈ້ງໃຫ້ຊາບວ່າ
ກຳລັງຂອງຊີເຣຍ ພວມສືບຕໍ່ການໂຈມຕີຕໍ່ເມືອງ Homs ໃນພາກກາງຂອງປະເທດຊຶ່ງເປັນ
ເຂດທີ່ທະຫານຊີເຣຍໄດ້ທຳການປິດລ້ອມແລະກາຍເປັນຂ່າວໃຫຍ່ເມື່ອບໍ່ດົນຜ່ານມານີ້.