ອະດີດເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Kofi Annan ໄດ້ພົບປະ
ກັບປະທານາທິບໍດີຊີເຣຍທ່ານ Bashar al-Assad ທີ່ນະຄອນຫຼວງດາມັສກັສໃນຄວາມ
ພະຍາຍາມເພື່ອຍຸຕິຄວາມຮຸນແຮງທີ່ກຳລັງດຳເນີນຢູ່ໃນປະເທດດັ່ງກ່າວ. ໂທລະພາບຂອງ
ທາງການຊີເຣຍກ່າວເຖິງການພົບປະຊຶ່ງມີຂຶ້ນໃນ ວັນເສົາມື້ນີ້ວ່າ ເປັນໄປໃນທາງບວກ.
ທ່ານ Annan ທູດພິເສດຄົນໃໝ່ຂອງອົງການສະຫະປະຊາຊາດແລະສັນນິບາດອາຣັບຮັບ
ຜິດຊອບກ່ຽວກັບເລື່ອງຊີເຣຍ ໄດ້ຮຽກຮ້ອງ ໃຫ້ແກ້ໄຂວິກິດການດັ່ງກ່າວ ໂດຍທາງການ
ເມືອງ ຊຶ່ງທ່ານເຕືອນວ່າ ການພະຍາຍາຍາມທີ່ຈະປະກອບອາວຸດໃຫ້ແກ່ພວກກະບົດນັ້ນ
ມີແຕ່ຈະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມ.
ຂ່າວກ່ຽວກັບການພົບປະລະດັບສູງທີ່ວ່ານີ້ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກຫົວໜ້າດ້ານມະ
ນຸດສະທຳຂອງອົງການສະຫະປະຊາຊາດກ່າວວ່າຊີເຣຍໄດ້ປະຕິເສດທີີ່ຈະອະນຸຍາດໃຫ້
ມີການຊ່ອຍເຫຼືອທາງດ້ານມະນຸດສະທຳແບບບໍ່ມີການຂັດຂວາງ.
ຫົວໜ້າດ້ານມະນຸດສະທຳຂອງອົງການສະຫະປະຊາຊາດ ທ່ານນາງ Valeri Amos ກ່າວ
ທີ່ນະຄອນຫຼວງອັງກາຣາຂອງເທີກີໃນວັນສຸກວານນີ້ວ່າ ເຈົ້າໜ້າທີ່ຊີເຣຍໄດ້ຂໍເວລາຕື່ມເພື່ອ
ພິຈາລະນາເບິ່ງຂໍ້ຕົກລົງທີ່ຈະອະນຸຍາດໃຫ້ອົງການສະຫະປະຊາຊາດ ໃຫ້ການຊ່ອຍເຫຼືອແກ່
ພວກເຄາະຮ້າຍຈາກການປາບປາມຂອງລັດຖະບານທີ່ກຳລັງດຳເນີນຢູ່ໃນເວລານີ້. ທ່ານນາງ
ເວົ້າວ່າ ເຈົ້າໜ້າທີ່ຊີເຣຍໄດ້ຕົກລົງ ທີ່ຈະທຳການຊັ່ງຊາຕີລາຄາແບບຈຳກັດເພື່ອໃຫ້ໄດ້ຮັບຂໍ້
ມູນບາງຢ່າງກ່ຽວກັບສະພາບຂອງພວກທີ່ໄດ້ຮັບຜົນກະທົບຈາກຄວາມຮຸນແຮງນັ້ນ.
ບັນດາພວກຝ່າຍຄ້ານຂອງຊີເຣຍ ກ່າວໃນວັນສຸກວານນີ້ວ່າ ມີຢ່າງນ້ອຍ 31 ຄົນເສຍຊີວິດ
ຂະນະທີ່ຫຼາຍໆພັນຄົນ ພາກັນໂຮມຊຸມນຸມປະທ້ວງຢູ່ຕາມຖະໜົນຫົນທາງໃນທົ່ວປະເທດຕໍ່
ຕ້ານລັດຖະບານ ຂອງປະທານາທິບໍດີ Assad. ກຸ່ມສັງເກດສິດທິມະນຸດໃນຊີເຣຍ ກ່າວວ່າ
ການເສຍຊີວິດສ່ວນໃຫຍ່ ແມ່ນມີຂຶ້ນທີ່ເມືອງ Homs ຊຶ່ງເປັນຈຸດເພັ່ງເລັງໃນການປາບປາມ
ຂອງລັດຖະບານຊີເຣຍ.
ອົງການສະຫະປະຊາຊາດກະປະມານວ່າ ກຳລັງຂອງຊີເຣຍໄດ້ສັງຫານປະຊາຊົນຢ່າງນ້ອຍ
7500 ຄົນນັບແຕ່ໄດ້ມີການລຸກຮືຂຶ້ນຕໍ່ຕ້ານທ່ານ Assad ເມື່ອນຶ່ງປີຜ່ານມາ. ລັດຖະບານ
ຊີເຣຍໄດ້ຖິ້ມໂທດໃສ່ພວກກໍ່ການຮ້າຍວ່າເປັນຜູ້ກໍ່ຄວາມຮຸນແຮງໂດຍເວົ້າວ່າມີກຳລັງຮັກສາ
ຄວາມສະຫງົບ 2000 ຄົນໄດ້ຖືກຂ້າຕາຍໃນຄວາມວຸ້ນວາຍທີ່ວ່ານີ້.