ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ການຕ່າງປະເທດ ສຫລ ແລະ ຣັດເຊຍ ປຶກສາຫາລື ເລື່ອງຊີເຣຍ ແລະອື່ນໆ


Lavrov Trump
please wait
Embed

No media source currently available

0:00 0:01:12 0:00

ນຶ່ງມື້ ຫຼັງຈາກການປົດຫົວໜ້າອົງການ ທີ່ກຳລັງສືບສວນສອບສວນ ສາຍພົວພັນຂອງ
ລັດຖະບານທ່ານທຣຳ ກັບ ຣັດເຊຍ ຢູ່ນັ້ນ ປະທານທາທິບໍດີ ດໍໂນລ ທຣຳ ໄດ້ເປັນ
ເຈົ້າພາບຕ້ອນຮັບ ລັດຖະມົນຕີການຕ່າງປະເທດ ຂອງຣັດເຊຍ ທ່ານ Sergey Lavrov
ຢູ່ທີ່ທຳນຽບຂາວ ເພື່ອປຶກສາຫາລື ສ່ວນ​ໃຫຍ່​ແລ້ວ ​ແມ່ນເພັ່ງເລັງໃສ່ເລື່ອງ ຊີເຣຍ.

ປະທານາທິບໍດີ ດໍໂນລ ທຣຳ, ຂວາ, ພົບປະກັບ ລັດຖະມົນຕີການຕ່າງປະເທດ ຂອງຣັດເຊຍ ທ່ານ Sergey Lavrov ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ພຶດສະພາ 2017.
ປະທານາທິບໍດີ ດໍໂນລ ທຣຳ, ຂວາ, ພົບປະກັບ ລັດຖະມົນຕີການຕ່າງປະເທດ ຂອງຣັດເຊຍ ທ່ານ Sergey Lavrov ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ພຶດສະພາ 2017.

ທ່ານທຣຳ ໄດ້ບອກບັນດານັກຂ່າວ ຫຼັງຈາກການພົບປະກັນ ວ່າ “ຂ້າພະເຈົ້າ ໄດ້ມີ
ການປຶກສາຫາລື ທີ່ດີຫຼາຍ ກັບ ທ່ານ Lavrov. ຂ້າພະເຈົ້າຄິດວ່າ ມັນເປັນ ການດີ
ຫຼາຍແທ້ໆ.”

ໃນຂະນະທີ່ນັ່ງ ຄຽງຂ້າງ ອະດີດລັດຖະມົນຕີການຕ່າງປະເທດ ທ່ານ Henry
Kissinger ຢູ່ໃນຫ້ອງການ Oval ຢູ່ນັ້ນ ທ່ານທຣຳ ໄດ້ໃຫ້ລາຍລະອຽດໜ້ອຍນຶ່ງ
ກ່ຽວກັບການປຶກສາຫາລືຂອງທ່ານ ກັບນັກການທູດຂອງຣັດເຊຍ. ທ່ານກ່າວວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາຈະໄດ້ຮັບຜົນດີຫຼາຍ ໃນສ່ວນຂອງຊີເຣຍ. ຂ້າພະເຈົ້າ
ຄິດວ່າ ສິ່ງຕ່າງໆ ກຳລັງຈະເກີດຂຶ້ນ ທີ່ເປັນສິ່ງທີ່ເປັນປະໂຫຍດ ທັງນັ້ນເລີຍ. ພວກ
ເຮົາຈະຍຸຕິ ການເຂັ່ນຂ້າ ແລະ ການສູນເສຍຊີວິດ.”

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson (ຂວາ) ໂບກມືໃຫ້ແກ່ສື່ມວນຊົນ ຄຽງຂ້າງ ລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານ Sergey Lavrov ກ່ອນທີ່ພວກເພິ່ນ ຈະເຂົ້າຮ່ວມປຶກສາຫາລື ຢູ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ພຶດສະພາ 2017.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson (ຂວາ) ໂບກມືໃຫ້ແກ່ສື່ມວນຊົນ ຄຽງຂ້າງ ລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານ Sergey Lavrov ກ່ອນທີ່ພວກເພິ່ນ ຈະເຂົ້າຮ່ວມປຶກສາຫາລື ຢູ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 10 ພຶດສະພາ 2017.

ການຢ້ຽມຢາມຂອງທ່ານ Lavrov ເປັນຂີດໝາຍການພົບປະ ລະດັບສູງສຸດ ທີ່ທ່ານ
ທຣຳ ໄດ້ຈັດຂຶ້ນ ກັບ ເຈົ້າໜ້າທີ່ຂັ້ນສູງຂອງມົສກູ ນັບຕັ້ງແຕ່ໄດ້ເຂົ້າກຳຕຳ​ແໜ່​ງ ແລະ
ມີຂຶ້ນ ນຶ່ງເດືອນຫຼັງຈາກປະທານາທິບໍດີ ໄດ້ກ່າວວ່າ ສາຍພົວພັນ ລະຫວ່າງວໍຊິງຕັນ
ແລະ ມົສກູ ​ແມ່ນ​ຕົກຢູ່ໃນລະດັບ​ທີ່​ຕ່ຳ​ສຸດ. ບັນດາເຈົ້າໜ້າທີ່ ສະຫະລັດ ແລະ ຣັດເຊຍ
ໄດ້ກ່າວວ່າ ການປຶກສາຫາລືກັນ ແມ່ນກຳລັງດຳເນີນໄປກ່ຽວ​ກັບ​ຄວາມເປັນໄປໄດ້ວ່າ
ຈະມີການພົບປະກັນ ລະຫວ່າງທ່ານ ທຣຳ ແລະ ປະທານາທິບໍດີ Vladimir Putin
ຢູ່ນອກກອງປະຊຸມ ສຸດຍອດ ຂອງ​ກຸ່ມ G-20 ທີ່ປະເທດເຢຍຣະມັນ ໃນເດືອນ
ກໍລະກົດນີ້.

ໃນຂະນະທີ່ກ່າວຖະແຫລງຕໍ່ບັນດານັກຂ່າວ ຢູ່ທີ່ສະຖານທູດຣັດເຊຍ ຫຼັງຈາກ
ການພົບປະກັນ ທ່ານ Lavrov ໄດ້ໃຫ້ລາຍລະອຽດ ທີ່ເຈາະຈົງຕື່ມອີກ. ທ່ານກ່າວ
ວ່າ “ພວກເຮົາໄດ້ປຶກສາຫາລື ເຖິງລາຍລະອຽດທີ່ກວ້າງຂວາງໃນຮູບແບບຂອງ
ແນວຄິດຕ່າງໆ ສຳລັບຊີເຣຍ ທີ່ໄດ້ຖືກນຳຂຶ້ນມາ ກ່ຽວກັບວ່າ ການຈັດຕັ້ງ​ເຂດ​
ຫລຸດຜ່ອນຄວາມຂັດແຍ້ງ. ພວກເຮົາໄດ້ມີຄວາມເຂົ້າໃຈນຳກັນ ໃນດ້ານຂອງ
ຄວາມແທ້ຈິງ ທີ່ຄວນເປັນບາດກ້າວອັນນຶ່ງ ທີ່ຈະປະກອບສ່ວນ ໃຫ້ເກີດການຍຸຕິ
ຄວາມຮຸນແຮງ ໃນທົ່ວຂົງເຂດຂອງຊີເຣຍ. ມັນຈະເປັນບາດກ້າວທີ່ຈະປະກອບ
ສ່ວນ ໃຫ້ມີການແກ້ໄຂບັນຫາ ດ້ານມະນຸສະທຳຕ່າງໆ.”

ເອກກະສານຂອງການພົບປະດັ່ງກ່າວ ທີ່ໄດ້ນຳອອກເຜີຍແຜ່ ໂດຍທຳນຽບຂາວ
ໄດ້ກ່າວວ່າ ການເຈລະຈາ ​ແມ່ນຍັງປະກອບດ້ວຍ ຂົງເຂດທີ່ມີບັນຫາຂັດແຍ້ງອື່ນໆ
ນຳດ້ວຍ.

ຖະແຫລງການນັ້ນ ໄດ້ກ່າວວ່າ “ປະທານາທິບໍດີ ທຣຳ ໄດ້ເນັ້ນໜັກ ເຖິງຄວາມຈຳ
ເປັນ ທີ່ຈະຕ້ອງ​ເຮັດ​ວຽກຮ່ວມກັນ ເພື່ອຍຸຕິຂໍ້ຂັດແຍ້ງ ໃນຊີເຣຍ ໂດຍສະເພາະ
ເນັ້ນໜັກເຖິງຄວາມຈຳເປັນ ໃຫ້ຣັດເຊຍ ຄວບຄຸມ ອຳນາດການປົກຄອງ Assad
ອີຣ່ານ ແລະ ພວກຕົວແທນຂອງອີຣ່ານ.”

Syria Tops Agenda in Trump-Lavrov Meeting
please wait

No media source currently available

0:00 0:02:35 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG