ເທີກີໄດ້ເນລະເທດຄົນສັນຊາດອາເມຣິກັນ ແລະເນເທີແລນທີ່ໄດ້ຕໍ່ສູ້ໃຫ້ແກ່ກຸ່ມລັດອິສລາມ ໂດຍເປັນສ່ວນນຶ່ງໃນແຜນການນຳສົ່ງຕົວພວກຈີຮາດທີ່ເປັນຄົນຕ່າງປະເທດທີ່ຖືກຂັງຢູ່ເທີກີກັບບ້ານ.
ໂຄສົກກະຊວງພາຍໃນ, ທ່ານ ອິສເມລ ຄາຕັກຄລີ (Ismail Catakli) ບໍ່ໄດ້ບົ່ງບອກຕົວນັກລົບສອງຄົນ ທີ່ໄດ້ຖືກເນລະເທດໃນວັນຈັນວານນີ້ ແຕ່ກໍໄດ້ເວົ້າວ່າ ຄົນເຢຍຣະມັນຄົນນຶ່ງຍັງຈະຖືກສົ່ງກັບບ້ານໃນເວລາຕໍ່ມາໃນມື້ດຽວກັນນັ້ນ.
ທ່ານກ່າວວ່າ ປະເທດດັ່ງກ່າວຍັງຈະໄດ້ເນລະເທດຊາວເຢຍຣະມັນອີກ 9 ຄົນ, ຊາວຝຣັ່ງ 11 ຄົນ ແລະຄົນສັນຊາດໄອຣ໌ແລນ 2 ຄົນ.
ການເຄື່ອນໄຫວດັ່ງກ່າວ ມີຂຶ້ນບໍ່ເທົ່າໃດອາທິດພາຍຫລັງທີ່ລັດຖະມົນຕີກະຊວງພາຍໃນກ່າວວ່າ ເທີກີບໍ່ແມ່ນ “ໂຮງແຮມ” ສຳລັບພວກນັກລົບກຸ່ມລັດອິສລາມ ຫລື IS. ບັນດາເຈົ້າໜ້າທີ່ເທີກີໄດ້ຕຳໜິພວກປະເທດຕາເວັນຕົກ ທີ່ປະຕິເສດບໍ່ຍອມຮັບເອົາຄົນສັນຊາດຂອງຕົນທີ່ເຂົ້າຮ່ວກຸ່ມລັດອິສລາມໃນຂະນະທີ່ກຸ່ມດັ່ງກ່າວຕໍ່ສູ້ເພື່ອຈະສ້າງຕັ້ງດິນແດນຂອງຕົນຢູ່ໃນສ່ວນນຶ່ງຂອງອີຣັກ ແລະຊີເຣຍນັ້ນ ກັບຄືນປະເທດ.
ອັງກາຣາ ບໍ່ໄດ້ເວົ້າຢ່າງເຈາະຈົງວ່າ ພວກນັກລົບເຫລົ່ານັ້ນຈະຖືກເນລະເທດໃຫ້ກັບໄປປະເທດໃດແດ່. ອົງການຂ່າວສານຂອງເທີກີລາຍງານວ່າ ພົນລະເມືອງອາເມຣິກັນຄົນນຶ່ງ ໄດ້ຖືກເນລະເທດໄປຍັງກຣີສ ແລະພວກເຈົ້າໜ້າທີ່ ກຣິສ ໄດ້ປະຕິເສດບໍ່ຍອມຮັບເອົາຜູ້ກ່ຽວ.
ໂຄສົກກະຊວງການຕ່າງປະເທດສະຫະລັດ ຄົນນຶ່ງກ່າວໃນວັນຈັນວານນີ້ວ່າ ວໍຊິງຕັນ "ໄດ້ຮູ້ຈັກກ່ຽວກັບລາຍງານການກັກຂັງພົນລະເມືອງອາເມຣິກັນຄົນນຶ່ງ ໂດຍພວກເຈົ້າໜ້າທີ່ເທີກີ. ເນື່ອງຈາກມີການພິຈາລະນາເຖິງເລື້ອງຄວາມເປັນສ່ວນຕົວຂອງບຸກຄົນ ພວກເຮົາບໍ່ສາມາດໃຫ້ຄວາມເຫັນອັນໃດເພີ້ມເຕີມອີກ.
ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ໄດ້ເວົ້າວ່າ ມີນັກລົບຂອງກຸ່ມລັດອິສລາມ ຫລື IS ປະມານ 2,500 ຄົນຢູ່ໃນຄຸກຂອງເທີກີ.
ມາຮອດວັນຈັນວານນີ້ ສານແຫ່ງນຶ່ງໃນເນເທີແລນໄດ້ຕັດສິນວ່າ ລັດຖະບານຂອງເນເທີແລນ “ຕ້ອງເຮັດທຸກວິທີທາງເພື່ອດຳເນີນຄວາມພະຍາຍາມ” ທີ່ຈະເອົາເດັກນ້ອຍຊາວເນເທີແລນ 56 ຄົນ ທີ່ຖືກຂັງຢູ່ໃນສູນຢູ່ໃນຊີເຣຍນັ້ນກັບຄືນປະເທດ.
ສານແຫ່ງນັ້ນຍັງເວົ້າອີກວ່າ ແມ່ຂອງເດັກນ້ອຍ 23 ຄົນ ທີ່ໄດ້ຂໍກັບມາເນເທີແລນນັ້ນບໍ່ມີສິດກັບຄືນບ້ານເວັ້ນເສຍແຕ່ວ່າ ພວກເຂົາຈຳເປັນຕ້ອງໄດ້ກັບມາບ້ານ ເພື່ອໃຫ້ລູກຂອງພວກເຂົາກັບຄືນບ້ານໄດ້ເທົ່ານັ້ນ.