ທະຫານສະຫະລັດ ທີ່ຖືກມອບໜ້າທີ່ໃຫ້ປົກປ້ອງບ່ອນຜະລິດນ້ຳມັນຢູ່ໃນພາກຕາເວັນອອກສຽງເໜືອຂອງຊີເຣຍ ກຳລັງຊ່ວຍຮັບປະກັນວ່າກຳໄລໃດໆທີ່ມີຂຶ້ນ ໃຫ້ສົ່ງໄປຊ່ວຍກຳລັງທະຫານປະຊາທິປະໄຕຊາວເຄີດໃນຊີເຣຍຫລື SDF, ທີ່ເປັນຄູ່ຮ່ວມຕໍ່ສູ້ສຳຄັນເພື່ອຕ້ານກັບກຸ່ມລັດອິສລາມນັ້ນເປັນສ່ວນໃຫຍ່.
ປະນາທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣຳ ໄດ້ເວົ້າຊ້ຳແລ້ວຊ້ຳອີກກ່ຽວກັບວຽກງານຮັບປະກັນບ່ອນຜະລິດນ້ຳມັນວ່າໃຫ້ເປັນບູລິມະສິດສູງສຸດເຖິງແມ່ນວ່າຈະຖອນທະຫານອອກໄປແລ້ວກໍຕາມ, ໂດຍທ່ານໄດ້ບອກພວກໄປຟັງຄຳປາໄສ ຂອງທ່ານໃນເດືອນແລ້ວນີ້ວ່າ "ພວກເຮົາກຳລັງຮັກສານ້ຳມັນທີ່ມີມູນຄ່າ 45 ລ້ານ ໂດລາເບາະ? ຮັກສາມັນໄວ້."
ແຕ່ວ່າ ເຈົ້າໜ້າທີ່ປ້ອງກັນປະເທດທີ່ສຳຄັນກໍໄດ້ກ່າວໃນວັນພະຫັດວານນີ້ວ່າບໍ່ໄດ້ມີກຳໄລອັນໃດເຂົ້າໄປໃນຄັງເງິນຂອງວໍຊິງຕັນເລີຍ.
"ລາຍຮັບຈາກການຂາຍອັນນີ້ ຈະບໍ່ເຂົ້າມາຫາສະຫະລັດ, ອັນນີ້ຈະເຂົ້າໄປຫາ ກຳລັງ SDF," ນັ້ນຄືຄຳເວົ້າຂອງທ່ານ ໂຈນາທັນ ຣາດ ຮັອຟແມນ (Jonathan Rath Hoffman) ທີ່ກ່າວຕໍ່ພວກນັກຂ່າວ.
ໄດ້ຫລາຍອາທິດມາແລ້ວທີ່ພວກເຈົ້າໜ້າທີ່ພະຍາຍາມທີ່ຈະບໍ່ໃຫ້ຄວາມສຳຄັນ ຕໍ່ການເວົ້າເຖິງກຳໄລທີ່ອາດຈະໄດ້ນັ້ນ ເປັນສິ່ງຜັກດັນຢູ່ເບື້ອງຫລັງຂອງການໄປປະຈຳຢູ່ໃນເຂດພາກຕາເວັນອອກສຽງເໜືອຂອງຊີເຣຍຂອງກຳລັງທະຫານທຳນຽບຫ້າແຈ ໂດຍການອ້າງເຫດຜົນວ່າ ຄວາມເປັນຫ່ວງຕົ້ນຕໍແມ່ນກຸ່ມລັດອິສລາມ ແລະຄວາມພະຍາຍາມຂອງກຸ່ມນັ້ນທີ່ຈະກັບມາເອົາທີ່ນັ້ນຕັ້ງໃຫ້ເປັນດິນແດນຂອງຕົນຄືນອີກ.
"ພວກເຂົາໄດ້ຍ້າຍໄປຢູ່ໃນຈຸດ ທີ່ເຂົາປະຕິບັດງານການກໍ່ຄວາມຮຸນແຮງແບບ ລັບໆໄດ້, ແຕ່ວ່າ ພວກເຂົາກໍໄດ້ຈ້ອງຫາທາງ ທີ່ຈະພະຍາຍາມກັບມາເຕີບໂຕ ຄືນອີກ ແລະຂັ້ນຕອນຂອງພວກເຮົາກໍຄືເພື່ອປ້ອງກັນ," ນັ້ນຄືຄຳເວົ້າຂອງທ່ານ ຮັອຟແມນ (Hoffman) ທີ່ເວົ້າເຖິງກຸ່ມກໍ່ການຮ້າຍຊຶ່ງມີອີກຊື່ນຶ່ງວ່າ IS ຫລື ISIS. ທ່ານກ່າວຕໍ່ໄປອີກວ່າ "ວິທີອັນນຶ່ງໃນຫລາຍວິທີ ທີ່ພວກເຂົາຈະກັບມາ ເຕີບໂຕຄືນໄດ້ອີກກໍຄືໂດຍມີຊ່ອງທາງເຂົ້າເຖິງລາຍໄດ້ ຊຶ່ງລວມທັງບ່ອນຜະລິດນ້ຳມັນນຳ."
ແຕ່ວ່າ ໃນຂະນະດຽວກັນພວກເຈົ້າໜ້າທີ່ກໍເວົ້າວ່າ ລາຍໄດ້ທີ່ມາຈາກການຜະລິດນ້ຳມັນມີຄວາມສຳຄັນຢ່າງຍິ່ງຕໍ່ກຳລັງ SDF ທີ່ໜຸນຫລັງໂດຍສະຫະລັດ.
ມັນມີຄວາມຈຳເປັນທີ່ສະຫະລັດຕ້ອງໄປຢູ່ໃກ້ບ່ອນຜະລິດນ້ຳມັນນັ້ນເພື່ອ "ຮັບປະກັນວ່າ SDF ມີທາງເຂົ້າເຖິງແຫລ່ງຊັບພະຍາກອນເພື່ອຈະຍາມຄຸກຕ່າງໆໄດ້, ເພື່ອຈະໃຫ້ມີອາວຸດປະກອບໃຫ້ແກ່ທະຫານຂອງຕົນໄດ້, ເພື່ອຈະຊ່ວຍພວກເຮົາໃນການຕີກຸ່ມ ISIS ໃຫ້ປະລາໄຊໄດ້," ນັ້ນຄືຄຳເວົ້າຂອງທ່ານມາກຄ໌ ແອສເພີ (Mark Esper) ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທີ່ກ່າວໃນເດືອນແລ້ວນີ້.
ອະດີດເຈົ້າໜ້າທີ່ບາງຄົນ ແລະພວກນັກວິເຄາະເຫດການໄດ້ຕັ້ງຄຳຖາມວ່າ ລະດັບໄພຂົ່ມຂູ່ ທີ່ມີຢູ່ໃນປັດຈຸບັນ ຂອງກຸ່ມ IS ຕໍ່ບ່ອນຜະລິດນ້ຳມັນນັ້ນ ມີຫລາຍປານໃດ ໂດຍອ້າງເຫດຜົນວ່າ ອັນຕະລາຍທີ່ສູງກວ່ານັ້ນ ແມ່ນມາຈາກລັດຖະບານຊີເຣຍ, ຣັດເຊຍ, ແລະແມ່ນກະທັ້ງເທີກີນັ້ນອີກ.