ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໘ ກັນຍາ ໒໐໒໔

ສປຊ ກ່າວຫາຊີເຣຍວ່າ ເຂັ່ນຂ້າປະຊາຊົນຂອງຕົນ (ເບິ່ງວີອີໂອ)


ຊາວຊີເຣຍຈຸນຶ່ງ ພວມລໍຖ້າອະນຸຍາດ ໃນການຂໍຂ້າມເຂົ້າໄປ ໃນຊາຍແດນເຕີກກີ ໃກ້ໆບ້ານ Guvecci ແຂວງ Hatay (8 ມິຖຸນາ 2011)
ຊາວຊີເຣຍຈຸນຶ່ງ ພວມລໍຖ້າອະນຸຍາດ ໃນການຂໍຂ້າມເຂົ້າໄປ ໃນຊາຍແດນເຕີກກີ ໃກ້ໆບ້ານ Guvecci ແຂວງ Hatay (8 ມິຖຸນາ 2011)

ຫົວໜ້າສິດທິມະນຸດ ຂອງອົງການສະຫະປະຊາຊາດໄດ້
ກ່າວຫາຊີເຣຍວ່າພະຍາຍາມເຂັ່ນຂ້າປະຊາຊົນຂອງຕົນ
ໃຫ້ຍອມຈຳນົນຫຼືອ່ອນນ້ອມດ້ວຍການປາບປາມພວກປະ
ທ້ວງຕໍ່ຕ້ານລັດຖະບານ.

ຂ້າຫຼວງໃຫຍ່ໃນດ້ານສິດທິມະນຸດຂອງອົງການສະຫະປະ
ຊາຊາດທ່ານນາງ Navi Pillay ກ່າວໃນວັນພະຫັດມື້ນີ້
ວ່າ ມັນເປັນເລື່ອງທີ່ໜ້າເສົ້າເສຍໃຈ ເປັນທີ່ສຸດ ທີ່ລັດຖະ
ບານຂອງປະເທດໃດກໍຕາມນຳໃຊ້ລົດຖັງ ປືນໃຫຍ່ ແລະ
ມືປືນ​ດັກ​ຍິງ​ສັງຫານປະຊາຊົນຂອງຕົນ. ທ່ານນາງໄດ້
ຮຽກຮ້ອງໃຫ້ຊີເຣຍຢຸດເຊົາການໂຈມຕີດັ່ງກ່າວຕໍ່ສິດທິ ຂັ້ນພື້ນຖານທີ່ສຸດຂອງປະຊາຊົນຊາວຊີເຣຍ.

ຂະນະດຽວກັນ ພະສັນຕະປະປາ Benedict ໄດ້ພົບປະກັບເອກອັກຄະລັດຖະທູດຄົນໃໝ່
ຂອງຊີເຣຍປະຈຳກຸງວາຕິກັນ ທ່ານ Hussan Edin Aala ແລະຊົງກ່າວ​ຕໍ່ທູດຊີເຣຍວ່າ ຊີເຣຍຄວນເຄົາລົບນັບຖືກຽດສັກສີຂອງປະຊາຊົນຂອງຕົນ.

ການໃຫ້ທັດສະນະຄວາມເຫັນຂອງຂ້າຫຼວງໃຫຍ່ໃນດ້ານສິດທິມະນຸດຂອງສະຫະປະຊາຊາດ
ມີຂຶ້ນໃນຂະນະທີ່ຊາວຊີເຣຍອີກນຶ່ງພັນຄົນໄດ້ພາກັນໜີຮ້ອນໄປເພິ່ງເຢັນໃນປະເທດເຕີກກີທີ່
ປະກາດວ່າ ຈະເປີດຊາຍແດນຂອງຕົນ ຮັບເອົາພວກທີ່ຫຼົບໜີຄວາມຮຸນແຮງ ຢູ່ໃນບ້ານເກີດ
ເມືອງນອນຂອງຕົນນັ້ນ.

ລັດຖະບານເຕີກກີກ່າວວ່າ ຊາວຊີເຣຍ​ເຫລົ່າ​ນັ້ນໄດ້ພາກັນຂ້າມຊາຍແດນເຂົ້າໄປໃນເຕີກກີ
ໃນ ຕອນເຊົ້າຂອງວັນພະຫັດມື້ນີ້ ຊຶ່ງເຮັດໃຫ້ຈຳນວນພວກອົບພະຍົບຊີເຣຍ ເພີ່ມຂຶ້ນເປັນ
1,600 ຄົນ. ຊາວຊີເຣຍເຫຼົ່ານີ້ແມ່ນຊອກຫາຊ່ອງທາງຫຼົບໜີການປາບປາມພວກປະທ້ວງ
ຕໍ່ຕ້ານລັດຖະບານທີ່ດຳເນີນມາເປັນເວລາຫຼາຍໆອາທິດ ຂອງປະທານາທິບໍດີ Bashar al-
Assad. ພວກອົບພະຍົບບາງຄົນກ່າວວ່າ ມືປືນທີ່ໃສ່ຊຸດດຳ ໄດ້ລະດົມຍິງເຂົ້າໃສ່ພວກປະ
ທ້ວງແບບບໍ່ມີການ ເຕືອນລ່ວງໜ້າ.

XS
SM
MD
LG