ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ຫາລືກັບ ທ່ານອັນນັນ ກ່ຽວກັບ ວິກິດການ ໃນຊີເຣຍ (ສະໄລດ໌)


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ພົບປະກັບທູດພິເສດອົງການ ສປຊ ແລະ
ສັນນິບາດອາຣັບ ທ່ານ Kofi Annan (8 ມິຖຸນາ 2012)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ພົບປະກັບທູດພິເສດອົງການ ສປຊ ແລະ ສັນນິບາດອາຣັບ ທ່ານ Kofi Annan (8 ມິຖຸນາ 2012)

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ພວມ​ສົ​ນທະ​ນາ​ຫາລື
ໃນ​ວັນ​ສຸກ​ມື້ນີ້ ກ່ຽວ​ກັບ​ວິ​ກິດ​ການ​ໃນ​ຊີ​ເຣຍ ກັບ​ທູດ​ພິ​ເສດ ​ຂອງ​ອົງການ​ສະຫະ​ປະຊາຊາດ​
ແລະ​ສັນນິບາດ​ອາຣັບ ທ່ານ​ໂກ​ຟີ ອັນ​ນັນ ທີ່​ໄດ້​ເຕືອນ​ວ່າ​ຈະ​ເກີດ​ສົງຄາມ​ກາງ​ເມືອງ​ຂັ້ນຮ້າຍ
​ແຮງ​ຢູ່​ໃນ​ປະ​ເທດ​ດັ່ງກ່າວຖ້າ​ສະຖານະ​ການ​ຫາກຍັງ​ບໍ່​ມີ​ການ​ປ່ຽນ​ທິດ​ທາງ​ໃໝ່.

ການ​ພົບ​ປະ​ທີ່​ກຸງ​ວໍ​ຊິງ​ຕັນ​ມີ​ຂຶ້ນນຶ່ງ​ມື້ ຫຼັງຈາກ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ມີ​ການ​ຍິງ
​ປືນ​ໃສ່ຄະນະສັງ​ເກດການ ​ທີ່​ບໍ່​ຕິດ​ອາວຸດ​ຂອງ​ຕົນ ​ແລະ​ໄດ້​ມີ​ການ​ຂັດຂວາງ​ບໍ່​ໃຫ້​ພວກ​ເຂົາ
​ເຈົ້າເຂົ້າ​ໄປ​ສືບສວນໃນ​ບ່ອນ​ທີ່​ມີ​ລາຍ​ງານ​ວ່າໄດ້​ເກີດ​ການສັງຫານ​ໝູ່​ເມື່ອ​ໄວໆ​ມານີ້ທີ່ແຂວງ
Hama ​ໃນ​ເຂດ​ພາກ​ກາງຂອງ​ຊີ​ເຣຍ. ພວກນັກ​ເຄື່ອນ​ໄຫວ​ເວົ້າວ່າມີ​ຢ່າງ​ນ້ອຍ 78 ຄົນຮວມ
ທັງ​ແມ່ຍິງ​ແລະ​ເດັກນ້ອຍ​ໄດ້ຖືກ​ຂ້າ​ຕາຍ​ໃນ​ສັບປະດາ​ນີ້ ທີ່​ບ້ານ Mazraat al-Qubeir.

ທ່ານ​ອັນ​ນັນ ຊຶ່ງ​ໄດ້ໄກ່​ເກ່ຍ​ໃຫ້​ບັນລຸ​ແຜນການ​ສັນຕິພາບ​ໃນ​ເດືອນ​ເມສາ​ຜ່ານ​ມາ ​ແຕ່​ບໍ່​ໄດ້
​ຮັບ​ການຈັດຕັ້ງປະຕິບັດ​ນັ້ນ ​ເຕືອນ​ໃນ​ວັນ​ພະຫັດ​ວານ​ນີ້ ​ກ່ຽວ​ກັບການ​ປ່ອຍ​ໃຫ້​ມີ​ການ​ສັງ
ຫານ​ໝູ່​ກາຍ​ເປັນ​ພາກສ່ວນ​ຂອງ​ຄວາມ​ເປັນ​ຈິງ​ປະຈຳ​ວັນຢູ່​ໃນ​ຊີ​ເຣຍ.

ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ທີ່​ມີ​ການ​ແບ່ງ​ແຍກ ​ແລະສ່ວນ​ທີ່​ເຫຼືອຂອງ​ປະຊາ
​ຄົມນາໆຊາດ ​ໃຫ້​ມີ​ຄວາມ​ປຸ້ມລຸມ​ສາມັກຄີ​ແລະ​ດຳ​ເນີນ​ການ​ໃນ​ທັນທີເພື່ອ​ທຳຄວາມ​ກົດ​ດັນ
​ເພີ່ມ​ຂຶ້ນ ​ໂດຍ​ສະ​ເພາະ​ແລ້ວ​ ແມ່ນ​ຕໍ່​ລັດຖະບານ​ຂອງ​ປະທາ​ນາ​ທິບໍດີ​ຊີ​ເຣຍ ທ່ານ Bashar
al-Assad.

​ໃນ​ລະຫວ່າງ​ເດີນທາງ​ໄປ​ຢ້ຽມຢາມ ​ນະຄອນ​ອິສຕັນ​ບູລ​ ໃນ​ວັນ​ພະຫັດ​ວານ​ນີ້ ທ່ານນາງ
Clinton ກ່າວ​ວ່າ ຜູ້ນຳ​ຂອງ​ຊີ​ເຣຍ​ໄດ້​ທະວີຄູນ​ຄວາມ​ໂຫດຮ້າຍ​ປ່າ​ເຖື່ອນ ​ແລະການ​ຫຼອກ
ລວງ​ຕີ​ສອງ​ໜ້າ​ຂອງ​ທ່ານ ແລະ​ເວລາ​ໄດ້​ມາ​ເຖິງ​ແລ້ວ ​ສຳ​ຫຼັບຊີ​ເຣຍ​ໃນ​ຍຸກ​ຫຼັງ Assad.

ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ ໄດ້​ກ່າວ​ຫາ​ ກຳລັງ​ທີ່​ນິຍົມ​ລັດຖະບານ ​ໃນ​ຊີ​ເຣຍວ່າ ​ເປັນ​ຜູ້
​ທຳ​ການ​ສັງຫານ​ໝູ່​ໃນ​ມື້ວັນ​ພຸດແລ້ວ ​ທີ່​ເມືອງ Hama ຊຶ່ງ​ຖ້າ​ຫາກ​ໄດ້​ຮັບ​ການ​ຢືນຢັນ​ກໍ​ຈະ
​ເປັນ​ການ​ສັງຫານ​ໝູ່​ພົນລະ​ເຮືອນຄັ້ງທີ 4 ​ໃນ​ຮອບສອງ​ອາ​ທິດຜ່ານ​ມາ. ລັດຖະບານ​ຊີ​ເຣຍ​
ໄດ້​ຖິ້ມ​ໂທດ​ໃສ່​ພວກ​ກໍ່​ການ​ຮ້າຍ​ກ່ຽວ​ກັບ ຄວາມ​ຮຸນ​ແຮງ​ດັ່ງກ່າວ.

​ໃນ​ວັນ​ພະຫັດ​ວານ​ນີ້ ທຳນຽບຂາວ​ໄດ້​ກ່າວ​ຫາ​ລັດຖະບານຊີ​ເຣຍວ່າ ​ເປັນ​ຜູ້​ບົງການ​ກ່ຽວ​
ກັບ​ການ​ສັງຫານ​ໂຫດ​ຫ້ຽມທີ່​ແນ​ເປົ້າໝາຍ​ໃສ່​ພົນລະ​ເຮືອນຮວມທັງພວກ​ແມ່ຍິງ​ແລະ​ເດັກ
ນ້ອຍດັ່ງ​ທີ່​ໄດ້​ມີ​ການ​ລາຍ​ງານ​ໂດຍ​ແຫຼ່ງຂ່າວ​ທີ່ເຊື່ອ​ຖື​ໄດ້ຫຼາຍໆແຫຼ່ງ.

ມີ​ຊາວ​ຊີ​ເຣຍຈຳ​ນວນ​ຫຼາຍໆ​ພັນ​ຄົນ​ໄດ້​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ແລະ​ການ​ປະທະກັນ​ນັບຕັ້ງ​
ແຕ່​ໄດ້​ມີ​ການ​ຢຸດ​ຍິງແລະ​ການ​ມີໜ້າ​ຂອງ​ຄະ​ນະ​ສັງ​ເກດ​ການ​ສະຫະປະຊາ​ຊາດ​ຈຳນວນ​ຫຼາຍ
ຮ້ອຍ​ຄົນ ບໍ່​ສາມາດ​ທີ່​ຈະ​ຍຸຕິ​ຄວາມ​ຮຸນ​ແຮງ​ໄດ້.

XS
SM
MD
LG