ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

63 ຄົນເສຍຊີວິດ ຢູ່ຊີເຣຍ (ເບິ່ງວີດີໂອ)


ພວກປະທ້ວງຕໍ່ຕ້ານລັດຖະບານຊີເຣຍ ໂຮມຊຸມນຸມກັນທີ່ເມືອງ Kafr Nabl ໃນພາກຕາເວັນອອກສຽງເໜືອຂອງ ປະເທດ (3 ມິຖຸນາ 2011)
ພວກປະທ້ວງຕໍ່ຕ້ານລັດຖະບານຊີເຣຍ ໂຮມຊຸມນຸມກັນທີ່ເມືອງ Kafr Nabl ໃນພາກຕາເວັນອອກສຽງເໜືອຂອງ ປະເທດ (3 ມິຖຸນາ 2011)

ກຸ່ມປົກປ້ອງສິດທິມະນຸດຂອງຊີເຣຍກ່າວວ່າ ກຳລັງຮັກສາ
ຄວາມສະຫງົບໄດ້ສັງຫານປະຊາຊົນ 63 ຄົນ ໃນວັນສຸກ
ວານນີ້ ຂະນະທີ່ພວກປະທ້ວງຈຳນວນຫຼາຍໆພັນຄົນພາ
ກັນເດີນຂະບວນ ຢູ່ຕາມຖະໜົນຫົນທາງ ຮຽກຮ້ອງໃຫ້ປະ
ທານາທິ ບໍດີ Bashar-al-Assad ລາອອກ.

ນຶ່ງໃນມື້ທີ່ນອງເລືອດທີ່ສຸດ ຂອງການປະທ້ວງເປັນເວລາ
11 ອາທິດນັ້ນ ອົງການຂ່າວຣອຍເຕີ້ລາຍງານວ່າ ກຸ່ມປົກ
ປ້ອງສິດທິມະນຸດ Sawasiah ແຈ້ງວ່າກຳລັງຮັກສາຄວາມ
ສະຫງົບຂອງຊີເຣຍ ໄດ້ສັງຫານພວກປະທ້ວງ 53 ຄົນທີ່
ເມືອງ Hama.

ພວກທີ່ເຫັນເຫດການເວົ້າວ່າ ກຳລັງຮັກສາຄວາມສະຫງົບໄດ້ໃຊ້ລູກປືນແທ້ ຍິງຂັບໄລ່ພວກ
ປະທ້ວງຈຳນວນຫຼາຍສິບພັນຄົນ ທີ່ພາກັນເດີນຂະບວນ ຢູ່ຕາມຖະໜົນຫົນທາງສາຍຕ່າງໆ ລຸນຫຼັງພິທີສວດມົນພາວະນາໃນມື້ວັນສຸກ.

ບັນດາກຸ່ມປົກປ້ອງສິດທິມະນຸດເວົ້າວ່ານອກນັ້ນຍັງມີອີກ 300 ຄົນໄດ້ຮັບບາດເຈັບແລະໂຮງ
ໝໍຕ່າງໆບໍ່ສາມາດໃຫ້ການປິ່ນປົວ ແກ່ພວກຄົນເຈັບເປັນຈຳນວນຫຼວງຫຼາຍໄດ້.

ເມືອງ Hama ເປັນເມືອງທີ່ 29 ປີກ່ອນມື້ລາງປະທານາທິບໍດີ Hafez al-Assad ທີ່ເປັນ
ບິດາຂອງປະທານາທິບໍດີຊີເຣຍຄົນປັດຈຸບັນ ໄດ້ສັ່ງໃຫ້ທຳການປາບປາມຢ່າງໂຫດຮ້າຍ ທີ່
ເຮັດໃຫ້ປະຊາຊົນຢ່າງນ້ອຍ 10,000 ຄົນເສຍຊີວິດ.

ນອກນັ້ນແລ້ວ ການໂຮມຊຸມນຸມປະທ້ວງຍັງໄດ້ມີຂຶ້ນ ທີ່ນະຄອນຫຼວງ Damascus ແລະ
ຫົວເມືອງອື່ນໆອີກໃນວັນສຸກວານນີ້ ລຸນຫຼັງການຮຽກຮ້ອງຂອງບັນດາກຸ່ມຝ່າຍຄ້ານເພື່ອປະ
ນາມການບາດເຈັບລົ້ມຕາຍທີ່ມີເພີ່ມຂຶ້ນຂອງພວກເດັກນ້ອຍ ໃນການລຸກຮືຂຶ້ນຕໍ່ຕ້ານທ່ານ Assad ນັ້ນ.

ໃນໄລຍະສອງສາມອາທິດຜ່ານມາ. ເຖິງແມ່ນເຈົ້າໜ້າທີ່ຊີເຣຍໄດ້ປະຕິເສດກໍຕາມ ແຕ່ພວກ
ຈັດແຈງການປະທ້ວງກ່າວວ່າ ມີພວກເດັກນ້ອຍບໍ່ຕໍ່າກວ່າ 25 ຄົນໄດ້ຖືກຂ້າຕາຍ. ພວກ
ເຄາະຮ້າຍ ແມ່ນຮວມທັງເດັກຊາຍອາຍຸ 13 ປີ ທີ່ມີລາຍງານວ່າ ລາວໄດ້ຖືກທໍລະມານ
ແລະສັງຫານໂດຍກຳລັງຮັກສາຄວາມສະຫງົບ ຊຶ່ງເປັນການກ່າວຫາທີ່ທາງການຊີເຣຍໄດ້
ປະຕິເສດໂຕ້ແຍ້ງໄປແລ້ວ.

XS
SM
MD
LG