ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

15 ຄົນເສຍຊີວິດ ໃນການປະທະກັນ ຢູ່ຊີເຣຍ


ຊາວຊີເຣຍຂ້າມຊາຍແດນເຂົ້າໄປໃນພາກເໜືອເລບານອນເພື່ອຫຼົບໜີຄວາມຮຸນແຮງທີ່ບ້ານ Talkalakh ໃນເຂດ ເມືອງ Wadi Khaled (16 ພຶດສະພາ 2011)
ຊາວຊີເຣຍຂ້າມຊາຍແດນເຂົ້າໄປໃນພາກເໜືອເລບານອນເພື່ອຫຼົບໜີຄວາມຮຸນແຮງທີ່ບ້ານ Talkalakh ໃນເຂດ ເມືອງ Wadi Khaled (16 ພຶດສະພາ 2011)

ພວກທີ່ເຫັນເຫດການແລະພວກນັກເຄື່ອນໄຫວໃນຊີເຣຍກ່າວວ່າ ມີຢ່າງນ້ອຍ 15 ຄົນເສຍ
ຊີວິດໃນວັນສຸກວານນີ້ ເວລາກຳລັງຮັກສາຄວາມສະຫງົບຍິງປືນເຂົ້າໃສ່ຝູງຊົນຂະນະທີ່ພວກ
ປະທ້ວງຫຼາຍສິບພັນຄົນ ພາກັນເດີນຂະບວນຢູ່ຕາມຖະໜົນຫົນທາງໃນທົ່ວປະເທດໃນການ
ໂຮມຊຸມນຸມປະທ້ວງອີກຮອບນຶ່ງທີ່ແນໃສ່ເພື່ອໂຄ່ນລົ້ມປະທານາທິບໍດີ Bashar al-Assad.

ພວກປະທ້ວງ ໄດ້ໂຮມຊຸມນຸມກັນ ຢູ່ໃນທົ່ວເຂດພາກເໜືອຂອງປະເທດ ແລະບໍລິເວນອ້ອມ
ແອ້ມນະຄອນຫຼວງ Damascus ເຖິງແມ່ນໄດ້ມີການສົ່ງກຳລັງຮັກສາຄວາມສະຫງົບໄປປະ
ຈຳການຢ່າງແໜ້ນໜາແລະມີຄວາມຢ້ານກົວກ່ຽວກັບການສືບຕໍ່ປາບປາມຂອງພວກທະຫານ
ກໍຕາມ. ພວກປະທ້ວງໄດ້ຖືກໂຈມຕີໂດຍກຳລັງທີ່ນິຍົມລັດຖະບານມາໄດ້ 100 ກວ່າມື້ແລ້ວ.

ນັກເຄື່ອນໄຫວ Rami Abdel Rahman ຈາກກຸ່ມສັງເກດການສິດທິມະນຸດໃນຊີເຣຍ ທີ່ມີ
ສຳນັກງານຢູ່ກຸງລອນດອນກ່າວຕໍ່ອົງການຂ່າວຝຣັ່ງໂດຍທາງໂທລະສັບຈາກເມືອງ Kiswah
ວ່າ ກຳລັງຮັກສາຄວາມສະຫງົບຂອງຊີເຣຍໄດ້ລະດົມຍິງເຂົ້າໃສ່ພວກປະທ້ວງ ຢູ່ໃນເມືອງດັ່ງ
ກ່າວ ຊຶ່ງເຮັດໃຫ້ມີຜູ້ໄດ້ຮັບບາດເຈັບທີ່ບໍ່ຊາບຈຳນວນ.

ອົງການຂ່າວຣອຍເຕີ້ລາຍງານວ່າ ປະຊາຊົນໃນເມືອງ Barzeh ຄົນນຶ່ງແຈ້ງວ່າ ທຳອິດກຳ
ລັງຮັກສາຄວາມສະຫງົບໄດ້ໃຊ້ລະເບີດນໍ້າຕາຂັບໄລ່ພວກປະທ້ວງແຕ່ຫຼັງຈາກນັ້ນໄດ້ຍິງປືນ
ເຂົ້າໃສ່ພວກປະທ້ວງ ຈາກເທິງຫຼັງຄາ ເວລາການຮ້ອງຄຳຂວັນໂຈມຕີທ່ານ Assad ຍັງດຳ
ເນີນຢູ່ຕໍ່ມາ.

ທີ່ຄຸ້ມ Irbin ໃນເຂດຊານເມືອງຂອງນະຄອນຫຼວງ Damascus ພວກປະທ້ວງພາກັນຮ້ອງ
ຄຳຂວັນວ່າ “ບອກໃຫ້ໂລກຮູ້ Bashar ເປັນຜູ້ປົກຄອງທີ່ບໍ່ມີຄວາມຖືກຕ້ອງຊອບທຳແລ້ວ”.
ມີລາຍງານວ່າ ມີຜູ້ເສຍຊີວິດຈຳນວນນຶ່ງ ໃກ້ໆນະຄອນຫຼວງ Damascus ແລະ ຢູ່ບ່ອນ
ອື່ນໆ.

ໂທລະພາບຂອງທາງການຊີເຣຍໄດ້ຖິ້ມໂທດໃສ່ກຸ່ມອັນທະພານປະກອບອາວຸດວ່າ ຍິງປືນ
ເຂົ້າໃສ່ກຳລັງຮັກສາຄວາມສະຫງົບ ໃນເຂດຊານເມືອງ ຂອງນະຄອນຫຼວງ Damascus
ເປັນເຫດໃຫ້ມີຜູ້ເສຍຊີວິດ 3 ຄົນ.

ລາຍລະອຽດຂອງຄວາມຮຸນແຮງໃນມື້ວັນສຸກວານນີ້ ຍັງບໍ່ທັນໄດ້ຮັບການຢືນຢັນຈາກແຫຼ່ງ
ຂ່າວທີ່ເປັນອິດສະຫຼະເທື່ອສ່ວນໃຫຍ່ແລ້ວກໍເປັນຍ້ອນຊີເຣຍບໍ່ອະນຸຍາດໃຫ້ສື່ມວນຊົນຈາກ
ຕ່າງປະເທດ ເຂົ້າໄປເກັບກຳຂ່າວການປະທ້ວງ. ພວກນັກເຄື່ອນໄຫວ ກ່າວວ່າ ການປາບ
ປາມຂອງທາງການຊີເຣຍ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງນ້ອຍ 1,400 ຄົນໃນໄລຍະ 3
ເດືອນຜ່ານມານີ້.

ຂະນະດຽວກັນ ເຈົ້າໜ້າທີ່ເຕີກກີກ່າວໃນມື້ວັນສຸກວານນີ້ວ່າ ມີອົບພະຍົບຊາວຊີເຣຍຫຼາຍ
ກວ່າ 1,500 ຄົນໄດ້ຂ້າມຊາຍແດນເຂົ້າໄປໃນປະເທດເຕີກກີຫຼັງຈາກທະຫານຊີເຣຍໄດ້ບຸກ
ໂຈມຕີເມືອງ Khirbet al-Jouz.

ອີງຕາມການກະປະມານຂອງລັດຖະບານເຕີກກີແລ້ວມີຊາວຊີເຣຍເກືອບ 12,000 ຄົນອາ ໄສຢູ່ໃນສູນຕູບຜ້າຕັ້ງຂະໜາດໃຫຍ່ໃນປະເທດເຕີກກີ.

ມີລາຍງານວ່າ ທະຫານຊີເຣຍຢູ່ຫ່າງຈາກສູນດັ່ງກ່າວໃນລັດສະໝີ 500 ແມັດຂອງບໍລິເວນ
ຊາຍແດນ.

XS
SM
MD
LG