ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

1 ລ້ານ 5 ແສນຄົນ ໃນຊີເຣຍ ຕ້ອງການ ຄວາມຊ່ອຍເຫຼືອ ດ້ານມະນຸດສະທຳ (ວີດີໂອ)


ການຍິງປືນໃຫຍ່ໂຈມຕີ ຂອງລັດຖະບານຊີເຣຍ (20 ມິຖຸນາ 2012)
ການຍິງປືນໃຫຍ່ໂຈມຕີ ຂອງລັດຖະບານຊີເຣຍ (20 ມິຖຸນາ 2012)

ອົງການ​ສະຫະ​ປະຊາ​ຊາດ​ ກ່າວ​ວ່າ ມີ​ຊາວ​ຊີ​ເຣຍຫຼາຍ​ເຖິງ 1 ລ້ານ 5 ​ແສນ​ຄົນ ຕ້ອງການ
​ຄວາມ​ຊ່ອຍ​ເຫຼືອທາງ​ດ້ານ​ມະນຸດສະທຳ​ໃນ​ເວລາ​ນີ້ ຂະນະ​ທີ່​ສະຫະ​ປະຊາ​ຊາດ​ເຕືອນກ່ຽວ​
ກັບ​ສະຖານະ​ການ ​ທີ່​ພວມ​ຊຸດ​ໂຊມ​ລົງ​ຢູ່​ໃນ​ຊີ​ເຣຍ ​ແລະ​ພວກນັກ​ເຄື່ອນ​ໄຫວ​ ລາຍ​ງານ​ໃຫ້​
ຊາບ ​ໃນ​ການ​ປະ​ທະ​ກັນຮອບ​ໃໝ່.

​ໂຕ​ເລກ​ທີ່​ລາຍ​ງານ​ໃຫ້​ຊາບ​ໂດຍ​ອົງການ​ປະສານ​ງານ​ກິດຈະກຳດ້ານ​ມະນຸດສະທຳ​ຂອງສະ
ຫະ​ປະຊາ​ຊາດ ​ໄດ້​ເພີ່ມ​ຂຶ້ນຈາກ​ກ່ອນ​ໜ້ານີ້ ທີ່​ກະ​ປະມານ​ວ່າ​ມີ 1 ລ້ານ​ຄົນ​ນັ້ນ.

ອົງການ​ສະຫະ​ປະຊາ​ຊາດ​ ໄດ້​ບັນລຸ​ການ​ຕົກລົງ​ກັບ​ພວກ​ເຈົ້າໜ້າ​ທີ່​ຊີ​ເຣຍ ​ໃນຕົ້ນ​ເດືອນ​ນີ້
​ເພື່ອ​ສ້າງຕັ້ງ​ເຂດ​ໃຫ້ການ​ຊ່ອຍ​ເຫຼືອທາງ​ດ້ານ​ມະນຸດສະທຳ​ຂຶ້ນທີ່​ຈະ​ອຳນວຍ​ໃຫ້​ມີ​ການຈັດ​
ສົ່ງ​ການ​ຊ່ອຍ​ເຫຼືອ​ໄປ​ໃຫ້​ພົນລະ​ເຮືອນ ​ໃນ​ຈຳນວນ​ຫຼາຍຂຶ້ນນັບມື້ ທີ່​ຕ້ອງການ​ປັດໄຈ​ພື້ນ
ຖານ​ແລະ​ການໃຫ້​ຄວາມ​ຄຸ້ມ​ຄອງ.

​ແຕ່​ອົງການ​ສະຫະ​ປະຊາ​ຊາດ ​ເວົ້າວ່າ ຕົນ​ບໍ່​ສາມາດ​ສົ່ງ​ພະນັກງານ​ ໄປ​ຍັງ​ເຂດ​ເຫຼົ່ານີ້​ໄດ້​
ຍ້ອນ​ຄວາມ​ຮຸນ​ແຮງ​ທີ່​ເພີ່ມ​ທະວີ​ຂຶ້ນ ຊຶ່ງ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ​ໃນ​ທີ່​ໝັ້ນ​ຫຼາຍແຫ່ງ​ຂອງ​ພວກ​
ກະບົດ​ໃນ​ວັນ​ສຸກ​ມື້ນີ້.

ຄະນະ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍກ່າວ​ຕໍ່​ວີ​ໂອ​ເອວ່າ ​ໄດ້​ມີ​ການ​ປະ​ທະ​ກັນ​ຮອບ​ໃໝ່​ລະ
ຫວ່າງ​ກຳລັງ​ທະຫານ​ລັດຖະບານ​ແລະ​ພວກ​ກະບົດທີ່​ເມືອງ Homs ບ່ອນ​ທີ່​ເຊື່ອ​ກັນ​ວ່າມີ​
ພົນລະ​ເຮືອນ​ຫຼາຍຮ້ອຍ​ຄົນ​ຍັງ​ຕົກ​ຄ້າງ​ແລະ​ບໍ່​ສາມາດ​ຫາບ່ອນ​ພັກ​ພາ​ໄດ້​ນັ້ນ.

ສະພາກາ​ແດງ​ສາກົນ​ໄດ້​ຍົກ​ເລີກ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ທີ່​ຈະ​ຍົກຍ້າຍພົນລະ​ເຮືອນ​
ອອກ​ຈາກ​ເມືອງ Homs ​ໃນ​ວັນ​ພະຫັດ​ວານ​ນີ້ຫຼັງຈາກ​ໄດ້​ປະ​ເຊີນກັບ​ການ​ຍິງ​ຕໍ່ສູ້​ກັນ​ ​ໃນ​
ໄລຍະ​ໃກ້. ສະພາກາ​ແດງ​ສາກົນ ​ເວົ້າວ່າ ຕົນ​ຈະ​ພະຍາຍາມ​ກັບ​ຄື​ນ​ໄປ​ຍັງ​ເຂດ​ດັ່ງກ່າວ​ໂດຍ
ໄວ​ເທົ່າ​ທີ່​ສະຖານະ​ການ​ອຳນວຍ​ໃຫ້.

ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍຍັງ​ແຈ້ງ​ໃຫ້​ວີ​ໂອ​ເອຊາບ​ວ່າ ​ແມ່ຍິງ​ຄົນ​ນຶ່ງ​ໄດ້ຖືກ​ຂ້າ​ຕາຍ
​ແລະ​ອີກຫຼາຍໆ​ຄົນ ​ໄດ້​ຮັບ​ບາດ​ເຈັບ ຈາກ​ການ​ຍິງ​ໂຈມ​ຕີ ​ຂອງ​ຝ່າຍ​ລັດຖະບານ ​ທີ່​ເມືອງ
Deraa ຢູ່​ໃນ​ພາກ​ໃຕ້​ຂອງ​ຊີ​ເຣຍ. ກຸ່ມ​ສິ້ງຊອມສິດທິ​ມະນຸດ ​ທີ່ມີ​ສຳນັກງານ ​ຢູ່​ປະເມດອັງ
ກິດ​ດັ່ງກ່າວ​ເວົ້າວ່າທະຫານ​ລັດຖະບານ 2 ຄົນ​ກໍ​ໄດ້​ຖືກ​ຂ້າຕາຍ​ເຊັ່ນ​ດຽວ​ກັນ​ໃນ​ການ​ດັກ​
ສະກັດ​ໂຈມ​ຕີ​ຂອງ​ພວກ​ກະບົດ​ທີ່ແຂວງ Aleppo.

ຂະນະ​ດຽວ​ກັນ ​ຈໍ​ແດັນ​ໄດ້​ອະນຸມັດ​ການ​ຂໍ​ລີ້​ໄພ​ການ​ເມືອງ​ໃຫ້​ແກ່​ນັກ​ບິນ​ຊີ​ເຣຍ ພັນ​ເອກ
Hassan al-Hamade ທີ່​ຂັບ​ເຮືອບິນ​ລົບມິກ 21 ​ເຮັດ​ໂດຍຣັດ​ເຊຍໄປ​ຍັງ​ປະ​ເທດ​ດັ່ງກ່າວ
​ໃນ​ວັນ​ພະຫັດ​ວານ​ນີ້ ຂະນະ​ທີ່​ພວມ​ທຳ​ການ​ຝຶກ​ບິນ. ລັດ ຖະບານຊີ​ເຣຍປະກາດ​ວ່າ ນັກ​
ບິນ​ຄົນ​ນີ້ເປັນ​ທະຫານ​ໂຕນ​ທັບ​ແລະ​ຄົນຂາຍ​ຊາດ​ແລະ​ໄດ້​ຕິດ​ຕໍ່​ໄປ​ຍັງ​ເຈົ້າໜ້າ​ທີ່​ຈໍ​ແດັນເພື່ອ​
ໃຫ້​ສົ່ງ​ເຮືອບິນ​ກັບ​ຄືນ​ໃຫ້​ຕົນ.

ທ່ານ​ນາງ Victoria Nuland ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້ກ່າວ​ຊົມ​ເຊີຍ​
ການ​ກະທຳ​ຂອງ​ນັກ​ບິນ​ຊີ​ເຣຍວ່າ ມີ​ຄວາມ​ກ້າຫານ​ເປັນ​ພິ​ເສດ.

XS
SM
MD
LG