ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊີເຣຍ ເຄື່ອນກຳລັງທະຫານ ເຂົ້າໄປໃນອີກ 2 ເມືອງ (ວີດິໂອ)


ລົດທະຫານຊີເຣຍ ພວມປະຕິບັດງານ ປາບປາມພວກປະທ້ວງລັດຖະບານ ຢູ່ໃນເຂດພາກຕາເວັນຕົກສຽງເໜືອ ຂອງປະເທດ
ລົດທະຫານຊີເຣຍ ພວມປະຕິບັດງານ ປາບປາມພວກປະທ້ວງລັດຖະບານ ຢູ່ໃນເຂດພາກຕາເວັນຕົກສຽງເໜືອ ຂອງປະເທດ

ກຳລັງຮັກສາຄວາມສະຫງົບຂອງຊີເຣຍ ໄດ້ທຳການໂຈມຕີຮອບໃໝ່ຢູ່ໃນເຂດພາກຕາເວັນ
ຕົກສຽງເໜືອທີ່ວຸ້ນວາຍຂອງປະເທດ ໂດຍໄດ້ສົ່ງລົດຖັງແລະກຳລັງທະຫານເຂົ້າໄປໃນອີກ
2 ເມືອງ.

ພວກນັກເຄື່ອນໄຫວເພື່ອສິດທິມະນຸດ ແລະພວກທີ່ເຫັນເຫດການ ກ່າວໃນວັນສຸກມື້ນີ້ວ່າ
ກອງທັບຊີເຣຍໄດ້ສົ່ງກຳລັງທະຫານຈຳນວນຫຼວງຫຼາຍ ເຂົ້າໄປໃນເມືອງ Maarat al-
Numaan ຊຶ່ງເປັນຫົວເມືອງທີ່ມີປະຊາຊົນອາໄສຢູ່ 100,000 ຄົນ ເທີງທາງຫຼວງທີ່ເຊື່ອມ
ຕໍ່ນະຄອນຫຼວງ Damuscus ແລະເມືອງ Aleppo ຊຶ່ງເປັນຫົວເມືອງໃຫຍ່ສຸດຂອງຊີເຣຍ.

ປະຊາຊົນຈຳນວນນຶ່ງໃນເມືອງ Maarat al-Numaan ໄດ້ພາກັນຫຼົບໜີໄປກ່ອນແລ້ວໃນ
ໄລຍະສອງສາມມື້ຜ່ານມາ ຂະນະທີ່ທະຫານຊີເຣຍພວມທຳການປາບປາມພວກປະທ້ວງຢູ່
ໃນເຂດດັ່ງກ່າວ ທີ່ພາກັນຕໍ່ຕ້ານລັດຖະບານຜະເດັດ ການຂອງປະທານາທິບໍດີ Bashar
al-Assad.

ນອກນັ້ນແລ້ວ ພວກທະຫານຊີເຣຍຍັງໄດ້ບຸກເຂົ້າໄປໃນເມືອງ Khan Sheikhoun ທີ່ຕັ້ງ
ຢູ່ໃນເຂດດຽວກັນນຳອີກ.

ບິ່ງວີດິໂອການປາບປາມການປະທ້ວງ

XS
SM
MD
LG