ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊີເຣຍກວດລ້າງ ພວກປະທ້ວງ ຕໍ່ຕ້ານລັດຖະບານ ຢູ່ໃນພາກເໜືອ


ພວກອົບພະຍົບຊີເຣຍພາກັນຍົກປ້າຍປະທ້ວງ ຊຶ່ງປ້າຍແຜ່ນທີ 2 ຈາກຊ້າຍກ່າວວ່າ ປົກປ້ອງເມືອງ Jisr al-Shughour ຈາກ Bashar al-Assad ຂອບໃຈທ່ານ Erdogan ແຫ່ງເຕີກກີ (10 ມິຖຸນາ 2011)
ພວກອົບພະຍົບຊີເຣຍພາກັນຍົກປ້າຍປະທ້ວງ ຊຶ່ງປ້າຍແຜ່ນທີ 2 ຈາກຊ້າຍກ່າວວ່າ ປົກປ້ອງເມືອງ Jisr al-Shughour ຈາກ Bashar al-Assad ຂອບໃຈທ່ານ Erdogan ແຫ່ງເຕີກກີ (10 ມິຖຸນາ 2011)

ກຳລັງພິເສດຂອງຊີເຣຍພ້ອມດ້ວຍລົດຖັງທີ່ໄດ້ຮັບການ
ສະໜັບສະໜຸນ ຈາກເຮືອບິນເຮຣີຄອບເຕີ້ຕິດປືນກົນ
ໄດ້ທຳການກວດລ້າງ ຢູ່ໃນເຂດພາກເໜືອ ທີ່ວຸ້ນວາຍ
ຂອງປະເທດໃນມື້ວັນສຸກວານນີ້ ໂດຍໄດ້ສັງຫານພວກ
ປະທ້ວງຕໍ່ຕ້ານລັດຖະບານທີ່ຂັດຂືນໃນຂະນະທີ່ຊາວຊີ
ເຣຍອື່ນໆ ພາກັນຫຼົບໜີຂ້າມຊາຍແດນ ເຂົ້າໄປໃນປະ
ເທດເຕີກກີນັ້ນ.

ລຸນຫຼັງວັນແຫ່ງການປະທ້ວງ ຕໍ່ຕ້ານລັດຖະບານປະ
ທານາທິບໍດີ Bashar al-Assad ອີກມື້ນຶ່ງ ຢູ່ໃນ
ຫຼາຍແຫ່ງຂອງປະເທດແລ້ວພວກນັກເຄື່ອນໄຫວກ່າວ
ວ່າ ກຳລັງຮັກສາຄວາມສະຫງົບຂອງຊີເຣຍໄດ້ສັງຫານພວກປະທ້ວງຢ່າງນ້ອຍ 32 ຄົນແລະ
ເວົ້າຕື່ມວ່າ 7 ຄົນໄດ້ຖືກຂ້າຕາຍຂະນະທີ່ພວກເຂົາເຈົ້າພວມພາກັນມ້າງທຳລາຍຮູບໂປສເຕີ້
ຂະໜາດໃຫຍ່ ຂອງທ່ານ Assad ທີ່ເມືອງ Lata-kia ຊຶ່ງເປັນຫົວເມືອງແຄມທະເລຂອງຊີ
ເຣຍ.

ທີ່ກຸງວໍຊິງຕັນ ທຳນຽບຂາວໄດ້ປະນາມຕໍ່ອັນທີ່ທຳນຽບຂາວເອີ້ນວ່າ ການໃຊ້ຄວາມຮຸນແຮງ
ເກີນຂອບເຂດໃນການປາບປາມພວກປະທ້ວງຮຽກຮ້ອງເອົາປະຊາທິປະໄຕທີ່ດຳເນີນມາເປັນ
ເວລາ 3 ເດືອນຂອງລັດຖະບານຊີເຣຍ. ສະຫະລັດກ່າວວ່າ ທ່ານ Assad ພວມນຳພາຊີ
ເຣຍໄປສູ່ເສັ້ນທາງທີ່ເປັນໄພອັນຕະລາຍ.

ຊາວຊີເຣຍຫຼາຍກວ່າ 4,000 ຄົນໄດ້ພາກັນຂ້າມຊາຍແດນເຂົ້າໄປໃນປະເທດເຕີກກີຊຶ່ງໄດ້
ມີການຕັ້ງສູນຕູບຜ້າຕັ້ງຂຶ້ນຫຼາຍບ່ອນໃນໄລຍະຫຼາຍໆມື້ຜ່ານມາ. ນາຍົກລັດຖະມົນຕີເຕີກກີ
ທ່ານ Recep Tayyip Erdogan ຊຶ່ງເປັນພັນທະມິດ ມາເປັນເວລາດົນນານ ຂອງທ່ານ
Assad ນັ້ນ ໄດ້ກ່າວຫາລັດຖະບານຂອງທ່ານ Assad ວ່າ “ໂຫດຮ້າຍປ່າເຖື່ອນ”.

ທີ່ອົງການສະຫະປະຊາຊາດ ພວກນັການທູດໄດ້ເຈລະຈາຫາລືຄັ້ງໃໝ່ ກ່ຽວກັບຮ່າງຍັດຕິປະ ນາມການກໍ່ຄວາມຮຸນແຮງ ແຕ່ບໍ່ສາມາດບັນລຸການຕົກລົງກັນໄດ້. ປະເທດຕາເວັນຕົກຫຼາຍ
ປະເທດ ໃຫ້ການສະໜັບສະໜຸນຕໍ່ຮ່າງຍັດຕິດັ່ງກ່າວ ແຕ່ຣັດເຊຍກັບຈີນໄດ້ສະແດງການຄັດ
ຄ້ານ.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານ Ban Ki-moon ໄດ້ໂທລະສັບຫຼາຍ
ຄັ້ງ ໄປຫາທ່ານ Assad ແຕ່ເຈົ້າໜ້າທີ່ສະຫະປະຊາຊາດເວົ້າວ່າ ຜູ້ນຳຊີເຣຍໄດ້ປະຕິເສດບໍ່
ຍອມຮັບໂທລະສັບ. ໃນເວລາຕໍ່ມາ ທ່ານ Ban ກ່າວວ່າ ການໃຊ້ກຳລັງທະຫານ ຕໍ່ພົນລະ
ເຮືອນ ແມ່ນເປັນສິ່ງທີ່ຮັບເອົາບໍ່ໄດ້ ແລະທ່ານໄດ້ສະແດງຄວາມວິຕົກກັງວົນ ກ່ຽວກັບການ
ສັງຫານປະຊາຊົນດັ່ງກ່າວນີ້.

XS
SM
MD
LG