ຊີເຣຍພວມກຽມຮັບມືກັບການປະທ້ວງຕໍ່ຕ້ານລັດຖະບານຕື່ມອີກໃນວັນສຸກມື້ນີ້ຂະນະທີ່ພວກ
ນັກເຄື່ອນໄຫວກ່າວຫາກຳລັງຮັກສາຄວາມສະຫງົບວ່າ ໄດ້ສັງຫານພວກປະທ້ວງໃນຈຳນວນ
ເພີ່ມຂຶ້ນ.
ພວກນັກເຄື່ອນໄຫວເວົ້າວ່າກຳລັງຮັກສາຄວາມສະຫງົບໄດ້ຍິງສັງຫານພົນລະເຮືອນຢ່າງນ້ອຍ
2 ຄົນໃນຄືນວັນພະຫັດວານນີ້ທີ່ແຂວງ Deir el-Zour ໃນພາກຕາເວັນອອກຂອງຊີເຣຍ.
ຊາວຊີເຣຍໃນທົ່ວປະເທດໄດ້ພາກັນໂຮມຊຸມນຸມປະທ້ວງຕໍ່ຕ້ານລັດຖະບານມາໄດ້ຫຼາຍເດືອນ
ແລ້ວ ເພື່ອຮຽກຮ້ອງໃຫ້ປະທານາທິບໍດີ Bashar al-Assad ລາອອກ.
ລັດຖະບານຊີເຣຍໄດ້ທຳການປາບປາມການເດີນຂະບວນປະທ້ວງທີ່ກຸ່ມ Avaaz ຊຶ່ງເປັນກຸ່ມ ພວກນັກເຄື່ອນໄຫວລະດັບໂລກລາຍງານວ່າ ມີເກືອບ 3 ພັນຄົນແລ້ວໄດ້ຫາຍສາບສູນນັບ
ແຕ່ໄດ້ມີການລຸກຮືຂຶ້ນຢູ່ໃນຊີເຣຍ ທີ່ເລີ່ມມາແຕ່ເດືອນມີນາແລ້ວ.
ບັນດາກຸ່ມປົກປ້ອງສິດທິມະນຸດເວົ້າວ່າກຳລັງຮັກສາຄວາມສະຫງົບຂອງຊີເຣຍໄດ້ສັງຫານພົນ
ລະເຮືອນຢ່າງນ້ອຍ 1,600 ຄົນ ໃນໄລຍະ 4 ເດືອນຜ່ານມານີ້. ພວກນັກເຄື່ອນໄຫວລາຍ
ງານໃນແຕ່ລະມື້ ກ່ຽວກັບການປາບປາມຂອງກຳລັງຮັກສາຄວາມສະຫງົບ ຢູ່ຕາມຫົວເມືອງ
ຕ່າງໆຊຶ່ງໄດ້ຈົດບັນທຶກກ່ຽວກັບການສັງຫານແລະການຈັບກຸມເປັນຈຳນວນຫຼາຍຮ້ອຍຄົນ.
ໃນອີກດ້ານນຶ່ງນັ້ນ ໃນວັນສຸກມື້ນີ້ສື່ມວນຊົນຂອງທາງການຊີເຣຍລາຍງານວ່າພວກກໍ່ວິນາດ ສະກຳໄດ້ແນເປົ້າໝາຍໃນການໂຈມຕີ ໃສ່ທໍ່ສົ່ງນໍ້າມັນໃກ້ໆເມືອງ Homs ຊຶ່ງຕັ້ງຢູ່ໃນພາກ
ກາງຊີເຣຍ. ອົງການຂ່າວເອພີໄດ້ອ້າງຄຳເວົ້າຂອງໂທລະພາບຊີເຣຍທີ່ລາຍງານວ່າເປັນການ
ໂຈມຕີດ້ວຍລະເບີດນັ້ນ.