ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຝ່າຍຄ້ານຊີເຣຍ ປະຊຸມກັນທີ່ເຕີກກີ (ເບິ່ງວີດີໂອ)


ພວກຜູ້ນຳຝ່າຍຄ້ານຂອງຊີເຣຍ ປະຊຸມກັນທີ່ນະຄອນຫຼວງອິສຕັນບູລຂອງເຕີກກີ ເພື່ອປຶກສາຫາລືກ່ຽວກັບການ ປ່ຽນແປງໄປສູ່ປະຊາທິປະໄຕ ຢູ່ໃນຊີເຣຍ (16 ກໍລະກົດ 2011)
ພວກຜູ້ນຳຝ່າຍຄ້ານຂອງຊີເຣຍ ປະຊຸມກັນທີ່ນະຄອນຫຼວງອິສຕັນບູລຂອງເຕີກກີ ເພື່ອປຶກສາຫາລືກ່ຽວກັບການ ປ່ຽນແປງໄປສູ່ປະຊາທິປະໄຕ ຢູ່ໃນຊີເຣຍ (16 ກໍລະກົດ 2011)

ພວກຝ່າຍຄ້ານຂອງຊີເຣຍຫຼາຍຮ້ອຍຄົນພວມທຳການເຈລະຈາທີ່ປະເທດເຕີກກີໃນວັນເສົາ
ມື້ນີ້ ເພື່ອຫາລືກ່ຽວກັບແຜນການຂັບໄລ່ປະທານາທິບໍດີຊີເຣຍ ທ່ານ Bashar al-Assad
ອອກຈາກອຳນາດ.

ພວກຝ່າຍຄ້ານຂອງຊີເຣຍປະມານ 350 ຄົນໄດ້ໄປຮ່ວມກອງປະຊຸມຊ່ອຍເຫຼືອໃຫ້ພົ້ນໄພ
ແຫ່ງຊາດທີ່ນະຄອນອິສຕັນບູລ. ບັນດາສະມາຊິກຝ່າຍຄ້ານກ່າວວ່າ ການພົບປະໃນທຳ
ນອງດຽວກັນນີ້ທີ່ວາງແຜນຈະຈັດຂຶ້ນຢູ່ນະຄອນຫຼວງ Damascus ໄດ້ຖືກຍົກເລີກຍ້ອນ ການປາບປາມຢ່າງນອງເລືອດຂອງລັດຖະບານຕໍ່ພວກປະທ້ວງໃນມື້ກ່ອນ.

ກຳລັງຮັກຄວາມສະຫງົບຂອງຊີເຣຍໄດ້ຍິງປືນເຂົ້າໃສ່ພວກປະທ້ວງໃນການໂຮມຊຸມນຸມຕໍ່
ຕ້ານລັດຖະບານທີ່ໃຫຍ່ທີ່ສຸດຈຳນວນນຶ່ງເທົ່າທີ່ເຄີຍມີມາໃນມື້ວັນສຸກວານນີ້ ເຮັດໃຫ້ມີຜູ້
ເສຍຊີວິດຢ່າງນ້ອຍ 32 ຄົນ.

ມີບໍ່ຕໍ່າກວ່າ 23 ຄົນເສຍຊີວິດຢູ່ທີ່ນະຄອນຫຼວງ Damascus ແລະໃນເຂດ ຊານເມືອງ.
ນອກນັ້ນແລ້ວ ກຳລັງຮັກສາຄວາມສະຫງົບຂອງຊີເຣຍ ຍັງໄດ້ຍິງພວກປະທ້ວງຈຳນວນນຶ່ງ
ເສຍຊີວິດທີ່ເມືອງ Daraa ໃນພາກໃຕ້ຂອງປະເທດ ເມືອງ Hama ໃນພາກກາງແລະທີ່
ແຂວງ Idlib ໃນພາກຕາເວັນຕົກສຽງເໜືອ.

ພວກປະທ້ວງຈຳນວນຫຼາຍສິບພັນຄົນໄດ້ພາກັນໂຮມຊຸມຢູ່ໃນທົ່ວປະເທດ. ຈຳນວນນຶ່ງໄດ້
ພາກັນໂບກທຸງຊາດຊີເຣຍຜືນໃຫຍ່ໆແລະຮ້ອງຄຳຂວັນຕໍ່ຕ້ານລັດຖະບານ.

ພວກທີ່ເຫັນເຫດການແລະພວກນັກເຄື່ອນໄຫວເວົ້າວ່າ ຕຳຫຼວດໄດ້ຮັບມືດ້ວຍການຍິງລູກ
ປືນແທ້ແລະລະເບີດນໍ້າຕາເຂົ້າໃສ່ພວກໂຮມຊຸມນຸມປະທ້ວງຢູ່ໃນບາງແຫ່ງໃນມື້ວັນສຸກວານ
ນີ້ຊຶ່ງເປັນການສືບຕໍ່ປາບປາມພວກປະທ້ວງຢ່າງບໍ່ລົດລະຂອງລັດຖະບານ.

XS
SM
MD
LG