ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຕິຕຽນຊີເຣຍ ແຮງຂຶ້ນ


ທະຫານແລະຕຳຫຼວດຊີເຣຍ ເຂົ້າຮັກສາການ ໃນບໍລິເວນໃກ້ໆສະຖານທູດສະຫະລັດທີ່ນະຄອນຫຼວງ Damas-
cus (12 ກໍລະກົດ 2011)
ທະຫານແລະຕຳຫຼວດຊີເຣຍ ເຂົ້າຮັກສາການ ໃນບໍລິເວນໃກ້ໆສະຖານທູດສະຫະລັດທີ່ນະຄອນຫຼວງ Damas- cus (12 ກໍລະກົດ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາກ່າວວ່າ ປະທານາທິບໍດີຊີເຣຍທ່ານ Bashar
al-Assad ພວມສູນເສຍຄວາມຖືກຕ້ອງຊອບທຳ ໃນສາຍຕາຂອງປະຊາຊົນຂອງ​ທ່ານ​ເອງ ແລະໄດ້ພາດໂອກາດຊໍ້າແລ້ວຊໍ້າອີກທີ່​ຈະ​ທໍາການປະຕິຮູບຢ່າງແທ້ຈິງນັ້ນ.

ທ່ານໂອບາມາກ່າວຕໍ່ລາຍການຂ່າວຂອງໂທລະພາບ CBS ໃນມື້ວັນອັງຄານວານນີ້ວ່າລັດ
ຖະບານຊີເຣຍໄດ້ກໍ່ໃນອັນທີ່ທ່ານເອີ້ນວ່າ ຄວາມໂຫດຮ້າຍທາລຸນໃນລະດັບທີ່ຮັບເອົາບໍ່ໄດ້ ຕໍ່ພວກໂຮມຊຸມນຸມຢ່າງສັນຕິ ທີ່ປະທ້ວງການປົກຄອງແບບຜະເດັດການຂອງທ່ານ Assad.

ຊີເຣຍໄດ້ຕຳໜິຕິຕຽນຢ່າງແຮງ ຕໍ່ການໃຫ້ຄວາມເຫັນທີ່ຄ້າຍຄືກັນນີ້ ຂອງລັດຖະມົນຕີການ
ຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໂດຍເວົ້າວ່າການໃຫ້ຄວາມເຫັນຂອງ
ທ່ານນາງ ແມ່ນເປັນຫຼັກຖານເພີ່ມຂຶ້ນຂອງການແຊກແຊງຢ່າງເປີດແປນຂອງສະຫະລັດເຂົ້າ ໃນກິດຈະການພາຍໃນຂອງຊີເຣຍ.

ທ່ານນາງ Clinton ກ່າວໃນມື້ວັນຈັນຜ່ານມານີ້ວ່າ ທ່ານ Assad ໄດ້ສູນເສຍຄວາມຖືກ
ຕ້ອງຊອບທຳ ໃນການປົກຄອງປະເທດ ແລະບໍ່ແມ່ນບຸກຄົນທີ່ຂາດບໍ່ໄດ້. ນອກນັ້ນທ່ານ
ນາງຍັງເວົ້າວ່າ ສະຫະລັດບໍ່​ໄດ້​ມີ​ການລົງທຶນ​ໃດໆ ໃນ​ການຄອງອຳນາດຕໍ່ໄປ ຂອງ​ທ່ານ
Assad.

ຂະນະດຽວກັນໄຟໄດ້ສ້າງຄວາມເສຍຫາຍໃຫ້ແກ່ທໍ່ສົ່ງແກັສທຳມະຊາດທີ່ເມືອງ Tayanah
ໃນພາກຕາເວັນອອກຂອງຊີເຣຍ ໃກ້ໆຊາຍແດນອີຣັກ ແຕ່ຍັງມີລາຍງານທີ່ຂັດແຍ້ງກັນກ່ຽວ
ກັບສາເຫດທີ່ພາໃຫ້ເກີດໄຟໄໝ້ໃນຄັ້ງນີ້. ໂທລະພາບຂອງທາງການຊີເຣຍລາຍງານວ່າໄຟ ໄດ້ເລີ້ມລຸກໄໝ້ທໍ່ສົ່ງແກັສຂະນະທີ່ພວມມີການບຳລຸງຮັກສາ ແຕ່ປະຊາຊົນໃນເມືອງດັ່ງກ່າວ
ເວົ້າວ່າ ມີສຽງລະເບີດດັງຂຶ້ນໃນຕອນເດິກຂອງຄືນວັນອັງຄານວານນີ້.

XS
SM
MD
LG