ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ເຕືອນຊີເຣຍ ໃຫ້ເລັ່ງລັດການປະຕິຮູບ


ຊາວຊີເຣຍໂຮມຊຸມນຸມສະໜັບສະໜຸນປະທານາທິບໍດີ Bashar al-Assad ທີ່ບ້ານ al-Qarya ໃນແຂວງ Suwayda ໃນພາກຕາເວັນຕົກສຽງເໜືອຂອງປະເທດ (1 ກໍລະກົດ 2011)
ຊາວຊີເຣຍໂຮມຊຸມນຸມສະໜັບສະໜຸນປະທານາທິບໍດີ Bashar al-Assad ທີ່ບ້ານ al-Qarya ໃນແຂວງ Suwayda ໃນພາກຕາເວັນຕົກສຽງເໜືອຂອງປະເທດ (1 ກໍລະກົດ 2011)

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ກ່າວວ່າ ເວລາກຳລັງ
ຈະໝົດລົງແລ້ວສຳລັບລັດຖະບານຊີເຣຍຂອງປະທານາທິບໍດີ Bashar al-Assad ຂະນະ ທີ່ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ຮຽກຮ້ອງໃຫ້ປະຊາຊົນຊາວຊີເຣຍ ຈັດການໂຮມ
ຊຸມນຸມຢູ່ໃນທົ່ວປະເທດໃນວັນສຸກມື້ນີ້ແລະຮຽກຮ້ອງໃຫ້ປະທານາທິບໍດີລາອອກ.

ທ່ານນາງ Clinton ໃຫ້ທັດສະນະດັ່ງກ່າວໃນວັນສຸກມື້ນີ້ ໃນພິທີໂຮມຊຸມນຸມຂອງປະຊາຄົມ
ເພື່ອປະຊາທິປະໄຕທີ່ນະຄອນຫຼວງ Vilnius ຂອງລີທົວເນຍ. ທ່ານນາງເວົ້າວ່າລັດຖະບານ ຊີເຣຍຕ້ອງໄດ້ທຳການປະຕິຮູບຢ່າງແທ້ຈິງຫຼືບໍ່ດັ່ງນັ້ນກໍຈະປະເຊີນກັບການຕໍ່ຕ້ານຫຼາຍຂຶ້ນ.

ທ່ານນາງ Clinton ກ່າວວ່າການດຳເນີນຄວາມພະຍາຍາມຂອງທ່ານ Assad ເພື່ອຍື່ນມື
ໄປຫາພວກຝ່າຍຄ້ານ ໂດຍຜ່ານການພົບປະພຽງຄັ້ງນຶ່ງໃນຕົ້ນອາທິດນີ້ນັ້ນ ແມ່ນເປັນການ
ບໍ່ພຽງພໍ. ທ່ານນາງກ່າວຕື່ມວ່າ ການອະນຸຍາດໃຫ້ມີການພົບປະກັບພວກຝ່າຍຄ້ານ ທີ່ນະ
ຄອນຫຼວງ Damascus ຂະນະທີ່ມີການສົ່ງລົດຖັງ ເຂົ້າໄປໃນພາກເໜືອຂອງປະເທດນັ້ນ ບໍ່ແມ່ນເປັນການສົ່ງສັນຍານທີ່ສອດຄ່ອງກັນ.

ຊີເຣຍ ຍັງສືບຕໍ່ທຳການປາບປາມຢ່າງໂຫດຮ້າຍຕໍ່ພວກປະທ້ວງຕໍ່ຕ້ານລັດຖະບານທີ່ຮຽກ
ຮ້ອງໃຫ້ ປະທານາທິບໍດີ Assad ລາອອກ. ໃນຄວາມຮຸນແຮງຫຼ້າສຸດນັ້ນ ກຳລັງຮັກສາ
ຄວາມສະຫງົບຂອງຊີເຣຍ ໄດ້ສັງຫານປະຊາຊົນຢ່າງນ້ອຍ 12 ຄົນພາຍໃນໄລຍະ 2 ມື້
ໃນການປະຕິບັດງານທາງທະຫານທີ່ພວມດຳເນີນຢູ່ຕໍ່ມາໃກ້ໆຊາຍແດນເຕີກກີໃນເຂດພາກ
ຕາເວັນຕົກສຽງເໜືອຂອງປະເທດນັ້ນ.

XS
SM
MD
LG