ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ບໍ່ເຫັນພ້ອມກັບ ຢູໂຣບ ແລະປະເທດອາຣັບ ນໍາຮ່າງຍັດຕິ ກ່ຽວກັບຊີເຣຍ (ເບິ່ງວີດີໂອ)


ຄະນະສັງເກດການຂອງສັນນິບາດອາຣັບ ໄປຢ້ຽມເມືອງ al-Msefra ໃກ້ໆເມືອງ Deraa ໃນພາກໃຕ້ຊີເຣຍ ເມື່ອວັນທີ 5 ມັງກອນ ໃນຮູບພາບ ທີ່ນຳອອກເຜີຍແຜ່ໂດຍອົງການຂ່າວ SANA ຂອງທາງການຊີເຣຍ.
ຄະນະສັງເກດການຂອງສັນນິບາດອາຣັບ ໄປຢ້ຽມເມືອງ al-Msefra ໃກ້ໆເມືອງ Deraa ໃນພາກໃຕ້ຊີເຣຍ ເມື່ອວັນທີ 5 ມັງກອນ ໃນຮູບພາບ ທີ່ນຳອອກເຜີຍແຜ່ໂດຍອົງການຂ່າວ SANA ຂອງທາງການຊີເຣຍ.

ຣັດ​ເຊຍ​ກ່າວ​ວ່າ ບາງ​ສ່ວນໃນຮ່າງ​ຍັດຕິຂອງຢູ​ໂຣບອາຣັບກ່ຽວ​ກັບ​ຊີ​ເຣຍທີ່​ນຳອອກ​ເຜີຍ​ແຜ່
ຢູ່​ໃນ​ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ​ໃນ​ມື້ວັນ​ສຸກວານ​ນີ້ ​ແມ່ນ​ເປັນ​ທີ່​ຮັບ​ເອົາ
ບໍ່​ໄດ້ ​ແຕ່​ກໍ​ເວົ້າວ່າ ມົສກູ​ພ້ອມ​ແລ້ວ​ທີ່​ຈະ​ທຳ​ການເຈ​ລະ​ຈາກ່ຽວ​ກັບ​ເລື່ອງນີ້.

ເອກ​ອັກຄະ​ລັດຖະທູດ​ຂອງຣັດ​ເຊຍ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດທ່ານ Vitaly Churkin
ກ່າວ​ວ່າ ຮ່າງ​ຍັດຕິ​ດັ່ງກ່າວບໍ່​ໄດ້​ເອົາ​ຫົວຊາ​ຕໍ່​ອັນ​ທີ່​ທ່ານ​ເອີ້ນວ່າ ​ເສັ້ນ​ແດງ​ຂອງ​ມົສກູບ່ອນ​ທີ່​
ພວກ​ເຂົາ​ເຈົ້າຈະ​ບໍ່​ສາມາດ​ຜ່ານ​ໄປ​ໄດ້ ຮວມທັງ​ການບັງຄັບໃນ​ຮູບ​ໃດ​ຮູບ​ນຶ່ງບໍ່​ໃຫ້​ມີ​ການ​ຂາຍ
ອາວຸດ.

ຮ່າງ​ຍັດຕິ​ສະບັບ​ນີ້ ໃຫ້ການ​ສະໜັ​ບສະ​ໜຸນ​ຕໍ່​ແຜນການ​ຂອງ​ສັນນິບາດ​ອາຣັບທີ່ຮຽກຮ້ອງ​ໃຫ້
ປະທານາທິບໍດີ Bashar al-Assad ​ໂອນ​ອຳນາດ​ໃຫ້​ຮອງ​ປະທານາ​ທິບໍດີ​ ແລະ​ຈັດຕັ້ງລັດ
ຖະບານ​ສາມັກຄີ​ຊາດ​ຂຶ້ນ​ເພື່ອ​ກະກຽມ​ການ​ເລືອກຕັ້ງ.

ໃນ​ວັນ​ອັງຄານ​ຈະ​ມານີ້ເລຂາທິການ​ໃຫຍ່​ຂອງ​ສັນນິບາດ​ອາຣັບທ່ານ Nabil ElAraby ​ແລະ
ນາຍົກລັດຖະມົນຕີກາຕ້າຈະ​ແຈ້ງ​ໃຫ້​ສະມາຊິກ 15 ປະ​ເທດຂອງ​ສະພາ​ຄວາມ​ໝັ້ນຄົງ​ຊາບ
ກ່ຽວ​ກັບ​ການ​ປະຕິບັດ​ງານ​ສັງ​ເກດ​ການ​ຢູ່​ໃນ​ຊີ​ເຣຍທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຍຸ່ງຍາກ​ຕ່າງໆ​ນາໆ
ນັ້ນ.

ນອກ​ນັ້ນຍັງ​ເປັນ​ທີ່​ຄາດ​ກັນ​ວ່າສັນນິບາດ​ອາຣັບຈະ​ນຳ​ສະ​ເໜີ​ແຜນການ​ຂອງ​ຕົນຢ່າງ​ເປັນ​ທາງ​
ການ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ໃນ​ອາທິດ​ໜ້າ ​ແລະ​ຄາດ​ວ່າ ການ​ລົງຄະ​ແນນ​ສຽງ​ຈະ​ມີ​ຂຶ້ນບໍ່​ດົນ​
ຫຼັງຈາກ​ນັ້ນ.

ຂະນະ​ດຽວ​ກັນ ຄວາມຮຸນ​ແຮງ​ຢູ່​ໃນ​ຊີ​ເຣຍຍັງ​ສືບ​ຕໍ່​ເພີ່ມ​ທະວີ​ຂຶ້ນໃນ​ມື້ວັນ​ສຸກ​ວານ​ນີ້ ​ເຮັດ​ໃຫ້​
ໂຕ​ເລກ​ຜູ້​ເສຍ​ຊີວິດ​ມີຫຼາຍກວ່າ 70 ຄົນ ​ໃນ​ໄລຍະ​ສອງ​ສາມມື້ຜ່ານ​ມານີ້.

ເບິ່ງວີດີໂອ ຊາວຊີເຣຍໃນຕ່າງປະເທດ ສະໜັບສະໜຸນການປະທ້ວງ

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ກຳລັງ​ຂອງ​ລັດຖະບານ​ໄດ້​ສັງຫານ​ຫຼາຍກວ່າ 37 ຄົນ​ໃນ​ການ​
ໂຈມ​ຕີ​ຢູ່​ທົ່ວ​ປະ​ເທດ​ໃນ​ມື້ວັນ​ສຸກ​ວານ​ນີ້. ນັກ​ເຄື່ອນ​ໄຫວ Rami Ab dul-Raham ກ່າວ​ຕໍ່​
ວີ​ໂອ​ເອວ່າ ກຳລັງ​ຮັກສາ​ຄວາມ​ສະຫງົບ​ຂອງ​ຊີ​ເຣຍ 6 ຄົນ​ກໍ​ໄດ້​ຖືກ​ຂ້າ​ຕາຍຍ້ອນ​ລະ​ເບີດ​ລົດ​
ທີ່​ເມືອງ Idlib ​ໃນພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ ຂອງ​ປະ​ເທດ. ກຳລັງ​ທີ່​ນິຍົມ​ທ່ານ Assad ມີ​
ລາຍ​ງານ​ວ່າ ​ໄດ້ທຳ​ການ​ບຸກເຂົ້າ​ໄປ​ກວດ​ຄົ້ນ​ຢູ່​ທີ່​ເມືອງ Homs ​ໃນ​ພາກ​ກາງຂອງ​ຊີ​ເຣຍ.

ຫົວໜ້າ​ສັງ​ເກດ​ການ​ຂອງ​ສັນນິບາດ​ອາຣັບ​ໃນ​ຊີ​ເຣຍ ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ພວກ​ທີ່​ເຫັນ​
ເຫດການ​ໄດ້​ພົບ​ເຫັນມີ​ການ​ກໍ່​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນ​ເລີ່​ມ​ແຕ່​ມື້ວັນອັງຄານ​ເປັນຕົ້ນມາ ​ໂດຍ
ສະ​ເພາະ​ແລ້ວ​ແມ່ນ​ທີ່​ເມືອງ Homs, Hama ​ແລະ ​ເມືອງ Idlib. ຄະນະ​ສັງ​ເກດ​ການ​ໃນ
ຊີ​ເຣຍ ທີ່​ໄດ້​ຮັບ​ການ​ຕຳ​ໜິຕິຕຽນ​ຢ່າງ​ກວ້າງຂວາງ​ນັ້ນ ​ແມ່ນ​ຕິດຕາມ​ເບິ່ງ​ວ່າ​ປະທານາທິບໍດີ
Assad ໄດ້​ປະຕິບັດ​ຕາມຄຍຳ​ໝັ້ນສັນຍາ​ທີ່​ທ່ານ​ໄດ້​ໃຫ້​ໄວ້ຫຼືບໍ່ທີ່​ຈະ​ຍຸຕິ​ຄວາມ​ຮຸນ​ແຮງ​ນັ້ນ.

ການ​ປະ​ທ້ວງ​ຕໍ່ຕ້ານ​ທ່ານ Assad ​ໄດ້​ລາມ​ໄປ​ຍັງ​ກຸງ​ໄຄ​ໂຣ​ໃນ​ວັນ​ສຸກວານ​ນີ້ ບ່ອນ​ທີ່​ຊາວ​ຊີ
ເຣຍຈຳນວນ​ຫຼາຍສິບ​ຄົນ​ໄດ້​ພາກັນບຸກ​ເຂົ້າ​ໄປ​ໃນ​ສະຖານທູດ​ຊີ​ເຣຍປະຈຳ​ກຸງ​ໄຄ​ໂຣ. ພວກ​ຕໍ່
ຕ້ານ​ປະທານາທິບໍດີ Assad ​ໄດ້​ບຸກຜ່ານ​ ຍາມ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ພາກັນ​ທັບ​ປະຕູ​
ແ​ລະ​ປະຕູ​ປ່ອງຢ້ຽມ ​ຂອງ​ສະຖານທູດ ຂະນະ​ທີ່​ພວກ​ເຂົາ​ເຈົ້າບຸກ​ເຂົ້າ​ໄປ​ໃນ​ຕຶກ​ອາຄານ​ຫ້ອງ
ການ​ຂອງ​ທາງສະຖານທູດ.

XS
SM
MD
LG