ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະປະຊາຊາດ ຈະຫາລືກັນ ກ່ຽວກັບວິກິດການ ໃນຊີເຣຍ (ເບິ່ງສະໄລດ໌ກັບວີດີໂອ)


ນາຍທະຫານຊີເຣຍ ສະແດງອາວຸດ ທີ່ຢຶດໄດ້ຈາກພວກທີ່ທ່ານເວົ້າວ່າ ເປັນມືປືນ ໃຫ້ນັກສັງເກດການຈາກສັນນິ ບາດອາຣັບຄົນນຶ່ງ (ທີ 2 ຈາກຊ້າຍ) ເບິ່ງ (26 ມັງກອນ 2012)
ນາຍທະຫານຊີເຣຍ ສະແດງອາວຸດ ທີ່ຢຶດໄດ້ຈາກພວກທີ່ທ່ານເວົ້າວ່າ ເປັນມືປືນ ໃຫ້ນັກສັງເກດການຈາກສັນນິ ບາດອາຣັບຄົນນຶ່ງ (ທີ 2 ຈາກຊ້າຍ) ເບິ່ງ (26 ມັງກອນ 2012)

ສະພາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຈະ​ສົນທະນາ​ຫາລື​ກັນ ​ກ່ຽວກັບ​ວິດ​ກິດ​
ການ​ໃນ​ຊີ​ເຣຍໃນ​ວັນ​ສຸກ​ມື້ນີ້ຂະນະ​ທີ່​ບັນດາ​ປະ​ເທດ​ອາຣັບ​ແລະ​ປະ​ເທດ​ຕາ​ເວັນ​ຕົກກະກຽມ
ແຜນການ​ຮ່ວມ​ສະບັບ​ນຶ່ງ ແນ​ໃສ່​ເພື່ອ​ຍຸຕິ​ການ​ປາບປາມ​ພວກ​ຄັດຄ້ານ​ລັດຖະບານ​ຂອງ​ປະ
ທານາທິບໍ​ດີ Bashar al-Assad ນັ້ນ.

ສຳນັກງານ​ຜູ້ຕາງໜ້າ​ຝຣັ່ງ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ປະກາດ​ໃຫ້​ຊາບກ່ຽວ​ກັບ​ການ
ປະຊຸມທີ່​ບໍ່​ໄດ້​ຄາດ​ຄິດ​ໄວ້ຂອງ​ສະມາຊິກ 15 ປະ​ເທດ​ໃນ​ສະພາຄວາມ​ໝັ້ນຄົງໃນ​ວັນ​ພະ​ຫັດ​
ວານ​ນີ້ ຜ່ານທາງ Twitter ຂອງ​ສຳນັກງານ.

ເຈົ້າໜ້າ​ທີ່​ກ່າວ​ວ່າພວກ​ນັກ​ການ​ທູດ​ອາດ​ນຳ​ສະ​ເໜີ​ຮ່າງ​ຍັດຕິ​ສະບັບ​ໃໝ່ສະໜັບສະ​ໜຸນ​ແຜນ
ການ​ຂອງ​ສັນນິບາດ​ອາຣັບທີ່​ຮຽກຮ້ອງ​ໃຫ້​ທ່ານ Assad ​ໂອນ​ອຳນາດ​ໃຫ້​ແກ່​ຮອງ​ປະທານາ
ທິບໍດີ​ຊີ​ເຣຍແລະ​ສ້າງຕັ້ງລັດຖະບານ​ສາມັກຄີ​ຊາດ​ຂຶ້ນ ​ເພື່ອ​ກະກຽມ​ຈັດການ​ເລືອກ​ຕັ້ງ.

ເປັນ​ທີ່​ຄາດ​ກັນ​ວ່າຫົວໜ້າ​ສັນນິບາດ​ອາຣັບທ່ານ Nabil Elaraby ​ແລະ​ນາຍົກລັດຖະມົນຕີ
ກາຕ້າ Sheikh Hamad bin Jassim al-Thani ຈະ​ນຳ​ສະ​ເໜີແຜນການ​ດັ່ງກ່າວ ​ຢ່າງ
ເປັນ​ທາງ​ການຕໍ່​ສະພາ​ຄວາມ​ໝັ້ນຄົງ​ໃນ​ອາທິດ​ໜ້າ​ແລະການ​ລົງ​ຄະ​ແນນ​ສຽງ​ກັນຄາດ​ວ່າ​ຈະ
ມີ​ຂຶ້ນບໍ່​ດົນ​ຫຼັງຈາກ​ນັ້ນ.

ມີ​ການ​ເບິ່ງ​ກັນ​ວ່າ ຍັດຕິ​ສະບັບ​ລ່າ​ສຸດ​ນີ້​ແມ່ນ​ເປັນ​ການ​ສະໜອງຕອບ​ຕໍ່​ຂໍ້​ສະ​ເໜີ​ຂອງຣັດ​ເຊຍ
ທີ່​ພວກ​ນັກ​ການ​ທູດ​ຕາ​ເວັນ​ຕົກ​ໄດ້​ປະຕິ​ເສດ​ວ່າ ອ່ອນແອ​ເກີນ​ໄປ.

ພວກ​ນັກ​ການ​ທູດ​ທີ່​ໄດ້​ເຫັນ​ຮ່າງ​ຍັດຕິ​ສະບັບ​ລ່າ​ສຸດ​ເວົ້າວ່າ ຕົນ​ຫວັງ​ວ່າ​ຈະ​ສາມາດ​ດຶງ​ດູ​ດ​ເອົາ​
ການ​ສະໜັບສະ​ໜຸນ​ຂອງຣັດ​ເຊຍ ​ໂດຍ​ໃຊ້​ພາສາ​ທີ່​ອາດ​ປ່ອຍໃຫ້ມີ​ການ​ເປີດ​ຊ່ອງ​ທາງ​ເປັນ​ໄປ
ໄດ້​ໃນ​ການ​ທີ່​ທ່ານ Assad ຈະ​ກຳ​ຕຳ​ແໜ່​ງຕໍ່ໄປ ​ແຕ່​ມີ​ບົດບາດທີ່​ຈຳກັດ. ພວກ​ນັກ​ການ​ທູດ​
ກ່າວ​ວ່າ ຮ່າງ​ຍັດຕິໄດ້​ແຍ້ມ​ໃຫ້​ເຫັນແຕ່​ບໍ່​ໄດ້​ຮຽ​ກຮ້ອງ​ໃຫ້​ສະຫະ​ປະຊາ​ຊາດ​ລົງ​ໂທດ​ຊີ​ເຣຍ.

ຣັດ​ເຊຍຊຶ່ງ​ເປັນ​ປະ​ເທດ​ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ທີ່​ສາມາດ​ໃຊ້​ສິດຢັບຢັ້ງຫຼືວີ​ໂຕ້​ໄດ້​
ນັ້ນ ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ຊໍ້າ​ແລ້ວ​ຊໍ້າ​ອີກ​ທີ່​ຈະ​ສະກັດ​ກັ້ນຍັດຕິໃດ​ກໍ​ຕາມ ທີ່ຮຽກຮ້ອງ​ໃຫ້​ທ່ານ
Assad ລາ​ອອກລົງ​ໂທດ​ທາງ​ດ້ານ​ເສດຖະກິດຫຼືປະຕິບັດ​ງານ​ທາງ​ທະຫານ​ຢູ່​ໃນ​ຊີ​ເຣຍ.

XS
SM
MD
LG