ກອງທັບຊີເຣຍ ກ່າວວ່າ ເຮືອບິນລົບ Israel ໄດ້ໂຈມຕີທີ່ຕັ້ງກອງກຳລັງຊີເຣຍ ໃນເຊົ້າ
ວັນພະຫັດມື້ນີ້ ໃກ້ໆກັບເມືອງ Masayaf ຊຶ່ງໄດ້ສັງຫານທະຫານ 2 ຄົນ ແລະເຮັດໃຫ້
ວັດຖຸ ສິ່ງຂອງຈຳນວນນຶ່ງເສຍຫາຍ.
ລາຍງານຂອງກອງທັບຊີເຣຍ ໄດ້ລະບຸວ່າ ເຮືອບິນລົບ Israel ໄດ້ຍິງລູກສອນໄຟໃນ
ຂະ ນະທີ່ບິນຢູ່ໃນນ່ານຟ້າຂອງເລບານອນ. ເມືອງ Masayaf ແມ່ນຕັ້ງຢູ່ໃນແຂວງ
Hama ໃກ້ໆກັບທະເລ Mediterranean ປະມານ 40 ກິໂລແມັດ ໄປທາງເໜືອຂອງ
ຊາຍແດນ ຊີເຣຍ ກັບເລບານອນ.
ທາງກອງທັບ ໄດ້ເຕືອນເຖິງ “ຜົນສະທ້ອນທີ່ເປັນອັນຕະລາຍຮ້າຍແຮງຈາກການເອົາ
ບາດກ້າວຮຸກຮານດັ່ງກ່າວ ຕໍ່ຄວາມປອດໄພ ແລະສະຖຽນລະພາບໃນຂົງເຂດ.”
ກອງທັບ Israel ຍັງບໍ່ທັນໃຫ້ຄວາມເຫັນໃດໆ ຕໍ່ລາຍງານກ່ຽວກັບການໂຈມຕີທີ່ວ່ານີ້
ຊຶ່ງເປັນການສະແດງທ່າທີແບບປົກກະຕິຕໍ່ການໂຈມຕີຄ້າຍໆຄືກັນນີ້ ໃນວິກິການຊີເຣຍ.
ເຈົ້າໜ້າທີ່ Israel ແນວໃດກໍຕາມ ໄດ້ຢືນຢັນຕໍ່ການໂຈມຕີຜ່ານມາ ໃນຊີເຣຍນັ້ນວ່າ
ໄດ້ແນເປົ້າໝາຍໃສ່ການສົ່ງອາວຸດ ທີ່ເຊື່ອວ່າ ມຸ່ງໜ້າໄປຍັງກຸ່ມຫົວຮຸນແຮງ Hezbollah
ທີ່ມີຖານປະຕິບັດງານຢູ່ທີ່ເລບານອນ.
ກອງກຳລັງ Hezbollah ໄດ້ທຳການສູ້ລົບໃນຊີເຣຍ ເພື່ອສະໜັບສະໜຸນ ກອງກຳລັງ ຂອງປະທານາທິບໍດີ Bashar al-Assad.
ກຸ່ມປົກປ້ອງສິດທິມະນຸດໃນຊີເຣຍ ທີ່ມີສຳນັກງານຢູ່ອັງກິດ ທີ່ຕິດຕາມສິ້ງຊອມເບິ່ງ
ການສູ້ລົບໃນຊີເຣຍ ໄດ້ກ່າວວ່າ ການໂຈມຕີທີ່ວ່ານີ້ ໄດ້ຖືກສູນກາງຄົ້ນຄວ້າວິທະຍາ
ສາດ ແລະຄ້າຍທີ່ຕັ້ງຢູ່ໃກ້ໆ ຊຶ່ງເປັນສາງເກັບລູກສອນໄຟນັ້ນ.
ສະຫະລັດ ໄດ້ກ່າວຫາຊີເຣຍ ວ່າ ໄດ້ໃຊ້ສູນກາງຄົ້ນຄວ້າ ເພື່ອພັດທະນາ ແລະສ້າງ
ອາວຸດເຄມີ ຊຶ່ງທາງລັດຖະບານຊີເຣຍໄດ້ປະຕິເສດໄປນັ້ນ.