ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອິສຣາແອລ ປະຕິເສດວ່າ ເຮືອບິນ​ທະຫານ ​ຂອງຕົນ ບໍ່ໄດ້ຖືກ ຊີເຣຍ ຍິງຕົກ


ທະຫານອິສຣາແອລຄົນນຶ່ງ ກໍາລັງນັ່ງພັກຜ່ອນ ພາຍຫລັງ ທີ່ຍ່າງມາໄດ້ 45 ກິໂລແມັດ ຢູ່ໃນຮ່ອມພູ Jordan Valley ຊຶ່ງເປັນສ່ວນນຶ່ງ ຂອງເຂດຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດັນ
ຫລື West Bank ທີ່ມີຊາຍແດນຕິດກັບປະເທດຈໍແດນ ໃນວັນທີ 2 ມັງກອນ 2014.
ທະຫານອິສຣາແອລຄົນນຶ່ງ ກໍາລັງນັ່ງພັກຜ່ອນ ພາຍຫລັງ ທີ່ຍ່າງມາໄດ້ 45 ກິໂລແມັດ ຢູ່ໃນຮ່ອມພູ Jordan Valley ຊຶ່ງເປັນສ່ວນນຶ່ງ ຂອງເຂດຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດັນ ຫລື West Bank ທີ່ມີຊາຍແດນຕິດກັບປະເທດຈໍແດນ ໃນວັນທີ 2 ມັງກອນ 2014.

ຊີເຣຍກ່າວວ່າ ຕົນໄດ້ຍິງ​ເຮືອບິນ​ທະຫານ​ຂອງອິສຣາແອລລຳ​ນຶ່ງຕົກ ແລະອີກ​ລຳ​ນຶ່ງ​
ເສຍຫາຍ.

ຫາກແຕ່ວ່າ ຝ່າຍອິສຣາແອລ ຜັດເວົ້າວ່າ ເຮືອບິນຂອງຕົນທຸກລໍາແມ່ນໄດ້ກັບຄືນປະ
ເທດ ຢ່າງປອດໄພພາຍຫລັງທີ່ໄດ້ໂຈມຕີເປົ້າໝາຍຕ່າງໆຫລາຍແຫ່ງໃນຊີເຣຍໃນເຊົ້າ
ວັນສຸກມື້ນີ້.

ອິສຣາແອລ ບໍ່ໄດ້ບອກໃຫ້ຮູ້ວ່າ ເປົ້າໝາຍຂອງການໂຈມຕີນັ້ນແມ່ນຫຍັງ ແຕ່ຝ່າຍຊີ ເຣຍເວົ້າວ່າ ​ເຮືອບິນຂອງອິສຣາແອລ ໄດ້ໂຈມຕີເປົ້າໝາຍທາງທະຫານ ຢູ່ໃກ້ເມືອງ
Palmyra ຊຶ່ງທາງຊີເຣຍເວົ້າວ່າ ການຮຸກຮານດັ່ງກ່າວ ​ແມ່ນເພື່ອຊ່ວຍເຫລືອ ພວກ
ລັດອິສລາມ.

ກະຊວງປ້ອງກັນປະເທດຂອງອິສຣາແອລ ຫລື IDF ໄດ້ອອກຖະແຫລງການຮັບຮູ້
ການປະ ຕິບັດງານດັ່ງກ່າວ ຊຶ່ງເປັນການຮັບຮູ້ທີ່ບໍ່ຄ່ອຍມີ.

ຖະແຫລງການດັ່ງກ່າວ ເວົ້າວ່າ “ໃນຄໍ່າຄືນຂອງວັນທີ 17 ມີນານີ້ ເຮືອບິນຂອງ IAF
ໄດ້ໂຈມ​ຕີ​ເປົ້າໝາຍຫລາຍບ່ອນ ໃນຊີເຣຍ.” “ລູກ​ສອນ​ໄຟຕໍ່ຕ້ານ​ເຮືອບິນ​ຫລາຍ​ລູກ ໄດ້ຍິງຂຶ້ນຈາກຊີເຣຍ ພາຍຫລັງທີ່ໄດ້ມີການປະຕິບັດງານ ຂອງເຮືອບິນດັ່ງກ່າວ ແລະ ລະບົບປ້ອງກັນທາງອາກາດຂອງ IDF . ໃນ​ຕະຫລອດ​ເວລາ ຄວາມປອດໄພຂອງ
ພົນລະເຮືອນອິສຣາແອລ ​ຫລື​ຂອງເຮືອບິນ IAF ກໍບໍ່​ໄດ້​ຕົກ​ຢູ່​ໃນ​ອັນຕະລາຍ ​ແຕ່​
ຢ່າງ​ໃດ​ເລີຍ.”

ປົກກະຕິແລ້ວ ອິສຣາແອລບໍ່ຄ່ອຍຈະອອກຄໍາເຫັນຢ່າງເປັນທາງການຕໍ່ການກະທໍາ
ແບບນັ້ນ.

ສຽງຫວໍເຕືອນໄພ ການບຸກໂຈມຕີທາງອາກາດ ໄດ້ດັງ​ຂຶ້ນ ​ເພື່ອ​ເຕືອນໃຫ້ຜູ້ຢູ່ອາໄສ
ໃນ​ເຂດຮ່ອມພູຈໍແດນຂອງອິສຣາແອລ ມີ​ຄວາມ​ລະ​ມັດ​ລະວັງ ກ່ຽວກັບການເຄື່ອນ
ໄຫວທາງອາກາດ ທີ່ມີຂຶ້ນໃນຕອນເຊົ້າໆ ຂອງວັນສຸກມື້ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG