ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົບຫຼາຍຮ້ອຍສົບ ຢູ່ເຂດອ້ອມແອ້ມ ເມືອງຫຼວງຂອງຊີເຣຍ (ວີດີໂອກ່ຽວຂ້ອງ)


ກໍາລັງລັດຖະບານໂຈມຕີເຂດໃກ້ເມືອງຫຼວງ ດາມັສກັສ ທີ່ຍັງຜົນໃຫ້ປະຊາຊົນເສຍຊີວິດ ຫຼາຍຮ້ອຍຄົນ
ກໍາລັງລັດຖະບານໂຈມຕີເຂດໃກ້ເມືອງຫຼວງ ດາມັສກັສ ທີ່ຍັງຜົນໃຫ້ປະຊາຊົນເສຍຊີວິດ ຫຼາຍຮ້ອຍຄົນ
ກຸ່ມ​ຕິດຕາມ​ເບິ່ງ​ຊີ​ເຣຍກຸ່ມ​ນຶ່ງ​ເວົ້າ​ວ່າ ປະຊາຊົນຫຼາຍຮ້ອຍ​ຄົນຖືກ​ຂ້າ​ຕາຍ​ຢູ່​ທົ່ວ ປະ​ເທດ​ຊີ​ເຣຍ​ໃນ​ວັນ​ເສົາ​ວານ​ນີ້.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດຊີ​ເຣຍ ທີ່​ມີ​ສໍານັກງານ​ຢູ່​ລອນ​ດອນ ປະ​ເທດ​ອັງກິດ ​ເວົ້າ​ວ່າ ຈໍານວນ​ຜູ້​ເສຍ​ຊີວິດ​ ​ສໍາລັບວັນ​ເສົາ​ວານນີ້ ​ມີທັງ​ໝົດ 370 ຄົນ.

ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ​ມີ​ການ​ພົບ​ເຫັນ​ຊາກ​ສົບ​ເກືອ​ບ 200 ສົບທີ່​ເມືອງ ດາຣາຢາ ທີ່​ຕັ້ງ​ຢູ່​ໃກ້​ເມືອງຫຼວງດາ​ມັສກັສ ນັ້ນ.

​ຈໍານວນຄົນ​ຕາຍ​ທີ່​ເມືອງ​ດາຣາຢາແລະ​ເວລາ​ທີ່ພວກ​ເຂົາ​ເຈົ້າ​ເສຍ​ຊີວິດນັ້ນ ​ແມ່ນບໍ່​ສາມາດ​ຢືນຢັນ​ໄດ້​ໂດຍ​ແຫ​ລ່ງຂ່າວ​ອິດ​ສະລະ. ​ແຕ່ຮູບ​ວິ​ດີ​ໂອ​ທີ່​ລາຍ​ງານເວົ້າວ່າ ມາ​ຈາກ​ເມືອງ​ດາຣາຢານັ້ນ ສະ​ແດງ​ໃຫ້ເຫັນຜູ້​ເຄາະ​ຮ້າຍ​ຈໍານວນ​ຫລາຍ. ກອງທັບ​ຊີ​ເຣຍ​ໄດ້​ທໍາ​ການ​ໂຈມ​ຕີຢ່າງ​ດຸ​ເດືອດ​ເປັນ​ເວລາ ຫ້າ​ວັນ​ ຕໍ່ພວກ​ນັກລົບຂອງ​ຝ່າຍ​ຕໍ່​ຕ້ານ​ທີ່​ເມືອງ ດັ່ງກ່າວ​.

ອົງການ​ຂ່າວ SANA ຂອງ​ລັດ ​ເວົ້າ​ວ່າ ​ເມືອງ​ດາຣາຢາ “​ໄດ້​ຖືກ​ລ້າງ​ສ່ວາຍ​ໃຫ້​ສະອາດ​ ປອດ​ຈາກເສດ​ເຫລືອ​ຂອງ​ພວກກໍ່​ການ​ຮ້າຍ​ແລ້ວ.”

ປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad ​ໄດ້​ຖິ້ມ​ໂທດ​ໃສ່​ພວກ​ກໍ່ ການ​ຮ້າ​ຍທີ່​ໜຸນຫຼັງ​ໂດຍ​ຕ່າງປະ​ເທດ ວ່າ​ເປັນ​ຕົ້ນເຫດຂອງການ​ກໍ່​ຄວາມ​ຮຸນ​ແຮງ​ສ່ວນໃຫຍ່ ທີ່​ໄດ້​ຄຸກ​ຄາມ​ທໍາລາຍ​ປະ​ເທດ​ຊາດ​ຂອງ​ທ່ານ​ ມາ​ໄດ້​ເກືອບ 18 ​ເດືອນແລ້ວ​ນັ້ນ.

ເບິ່ງວີດີໂອກ່ຽວກັບພວກກະບົດຊີເຣຍ:
XS
SM
MD
LG