ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ກໍາລັງຊີເຣຍ ໃຊ້ຄວາມຮຸນແຮງ ທາງເພດ ຕໍ່ນັກໂທດ


ກູ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ ກໍາລັງລັດຖະບານຊີເຣຍ ໃຊ້ຄວາມຮູ່ນແຮງທາງເພດ ທໍລະມານພວກຜູ້ຊາຍ ແມ່ຍິງ ແລະເດັກນ້ອຍທີ່ຖືກຄູມຂັງ.

ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ກ່າວ​ວ່າ ກໍາ​ລັງ​ລັດຖະບານ
​ຊີເຣຍ ໃຊ້ຄວາມ​ຮຸນ​ແຮງ​ທາງເພດ​ ເພື່ອທໍລະ​ມານ​ພວກ​ຜູ້​ຊາຍ ​ແມ່ຍິງ ​ແລະ​ເດັກ​
ນ້ອຍ​ຜູ້​ຊາຍທີ່ຖືກຈັບ​ກຸມ​ຄຸມຂັງໃນ​ລະຫວ່າງ​ທີ່​ມີ​ການ​ລຸກ​ຮື​ຂື້ນ​ຕໍ່ຕ້ານ ປະທານາ
ທິບໍດີ Bashar al-Assad ​ເປັນ​ເວລາ 15 ​ເດືອນຢູ່​ໃນ​ຊີ​ເຣຍ.

ກຸ່ມປົກ​ປ້ອງສິດທິ​ມະນຸດ ທີ່ມີ​ຫ້ອງການ​ຢູ່​ນະຄອນ​ນີວຢອກກຸ່ມ​ນີ້ ​ໄດ້​ອອກ​ຖະ​ແຫລ​ງ
ການໃນ​ວັນ​ສຸກ​ນີ້​ ກ່າວ​ວ່າ ພວກ​ທະຫານແລະທະຫານ​ບ້ານ​ຕິດ​ອາວຸດ ທີ່​ນິຍົມ​ລັດຖະ
ບານ ຍັງ​ໄດ້ທຳ​ການ​ລວນ​ລາມ​ທາງ​ເພດ​ ຕໍ່​ພວກ​ແມ່ຍິງ ​ແລະ​ເດັກນ້ອຍແມ່​ຍິງ​ທີ່​ມີ​ອາຍຸ
​ພ່ຽງ​ແຕ່ 12 ປີ. ລາຍ​ງານ​ຂອງກຸ່​ມປົກ​ປ້ອງສິດ​ທິມະນຸດດັ່ງກ່າວແມ່ນ​ອີງ​ຕາມ​ການ​
ສໍາພາດ​ກັບພວກ​ທີ່​ເຄີຍ​ຖືກ​ຈັບ ​ແລະກ່າວ​ວ່າ​ເຂົາ ​ເຈົ້າ​ໄດ້​ຖືກ​ລວນ​ລາມ​ທາງ​ເພດ ​ຫລື
ຮູ້ເຫັນເປັນພິຍານກ່ຽວ​ກັບ​ການ​ລ່ວງ​ລະ​ເມີດ ຕ່າງໆ ຮວມ​ທັງ​ການ​ຂົ່ມຂືນ ທຸບ​ຕີ ​ແລະ​
ການ​ໃຊ້​ໄຟຟ້າຊັອດ.

ກຸ່​ມປົກ​ປ້ອງສິດທິ​ມະນຸດ Human Rights Watch ກ່າວວ່າ ​ໄດ້ຈົດ​ບັນທຶກເຫດ
​ການຫລາຍ​ກວ່າ 20 ​ຄັ້ງກ່ຽວ​ກັບການ​ລ່ວງ​ລະ​ເມີດ​ທາງ​ເພດ ລະ​ຫວ່າງ​ເດືອນ ມີນາ
ປີ 2011 ຫາ​ເດືອນມີນາປີ 2012 ຊຶ່ງກໍລະນີ​ສ່ວນ​ໃຫຍ່​ແມ່ນເກີດ​ຂື້ນ​ຢູ່ໃນ​ເຂດ​ເມືອງ
Homs ຊຶ່ງ​ເປັນ​ທີ່​ໝັ້ນຂອງພວກ​ຝ່າຍ​ຄ້ານ. ​ແຕ່ລາຍ​ງານ​ເວົ້າຕື່ມວ່າ ລາຍ​ລະອຽດ​ທັງ​
ໝົດ​ກ່ຽວ​ກັບການ​ກໍ່ຄວາມ​ຮຸນ​ແຮງທາງ​ເພດ ທີ່ຢູ່​ໃນ ​ແລະ​ນອກ​ບ່ອນ​ຄຸມ​ຂັງ​ຂອງ​ຊີ​ເຣຍ
ຍັງບໍ່ທັນ​ເປັນທີ່​ຊາບ​ໄດ້ຢ່າງ​ລະອຽດ​ເທື່ອ.

​ໃນ​ຂະນະ​ທີ່​ກຸ່ມ Human Rights Watch ກ່າວ​ວ່າ ​ເຂົາ​ເຈົ້າບໍ່​ມີ​ຫລັກ​ຖານວ່າ ພວກ​
ນາຍທະຫານຊັ້ນສູງ​ ​ເປັນ​ຜູ້​ສັ່ງ​ໃຫ້​ພວກ​ທະ​ຫານ ທຳ​ການ​ກໍ່​ຄວາມ​ຮຸນ​ແຮງ ທາງ​ເພດ
​ແຕ່​ກໍ​ເວົ້າວ່າ ບໍ່ໄດ້​ມີ​ການ​ເອົາ​ມາດ​ຕະການ​ໃດໆ​ທີ່​ຈະ​ສືບສວນ​ກ່ຽວ​ກັບ ການລ່ວງ​ລະ​
ເມີດດັ່ງ​ກ່າ​ວ. ລັດຖະບານ​ຊີ​ເຣຍ ບໍ່ໄດ້​ໃຫ້​ຄຳ​ຕອບ​ໃດໆ​ກ່ຽວ​ກັບ​ການກ່າວ​ຫາ​ທີ່​ວ່າ​ນີ້.

​ລາຍ​ງານ​ດັ່ງກ່າວ​ໄດ້​ນຳ​ອອກ​ເຜີຍ​ແຜ່ຂະນະ​ທີ່​ພວກ​ນັກ​ເຄື່ອນ​ໄຫວ​ແຈ້ງ​ໃຫ້​ຊາບວ່າ
ຄວາມຮຸນແຮງ​ໄດ້​ເພີ່ມ​ທະວີ​ຂຶ້ນ ທີ່​ຂົ່ມຂູ່​ວ່າ​ຈະ​ເລັ່ງລັດ​ໃຫ້​ບັນຫາ​ຂັດ​ແຍ້​ງຢູ່ ​ໃນ​ຊີ​ເຣຍ
ກາຍ​ເປັນ​ສົງຄາມ​ກາງ​ເມືອງ​ເຕັມ​ອັດຕາ. ກຸ່ມ​ສັງ​ເກດ​ການ​ສິດທິ​ມະນຸດ ​ໃນ​ຊີ​ເຣຍກ່າວ​
ຕໍ່​ວີ​ໂອ​ເອ​ໃນ​ວັນ​ສຸກມື້ນີ້ວ່າ ທະຫານ​ລັດຖະບານ​ໄດ້​ຍິງ​ປືນ​ໃຫຍ່ ​ໂຈມ​ຕີ​ເຂດ​ທີ່​ຄວບ​ຄຸມ​
ໂດຍ​ພວກ​ກະບົດ​ແລະ​ໄດ້​ປະ​ທະ​ກັນກັບ​ກຳລັງ​ຂອງ​ພວກ ຝ່າຍ​ຄ້ານ​ທີ່​ເມືອງ Homs ​
ເມືອງ Aleppo ​ເມືອງ Douma ​ແລະ​ນະຄອນ ຫຼວງ Damascus.

​ໃນ​ວັນ​ສຸກ​ນີ້ ຣັດ​ເຊຍໄດ້​ປະ​ຕິ​ເສ​ດຕໍ່ຂໍ້​ກ່າວ​ຫາ​ຂອງສະຫະລັດ​ທີ່ວ່າ​ ມົສກູເປັນ​ຜູ້ເຮັດ​ໃຫ້​
ຄວມຮຸນແຮງ​ເພີ່ມ​ທະວີ​ຂຶ້ນ ​ໂດຍໄດ້​ສົ່ງ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ໃໝ່ຈຳນວນ ນຶ່ງ​ໄປ​ໃຫ້ຊີ​ເຣຍ.
ກະຊວງການຕ່າງ​ປະ​ເທດຣັດ​ເຊຍກ່າວ​ຢູ່​ໃນ​ຖະ​ແຫລງການວ່າ ມົສກູພຽງແຕ່ແປງ
ເຮືອບິນເຮ​ລີ​ຄອບ​ເຕີ ທີ່ໄດ້​ສົ່ງໄປ​ໃຫ້​ຊີ​ເຣຍ​ເມື່ອ “ຫລາຍ​ປີທີ່​ຜ່ານ​ມາ​ແລ້ວນັ້ນ.” ​ໃນຕົ້ນ
ອາທິດ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton
ກ່າວ​ວ່າ ຣັດ​ເຊຍ ​ໄດ້​ສົ່ງ​ເຮ​ລີ​ຄອບເຕີ​ໃໝ່ຫລາຍ​ລໍາໄປ​ໃຫ້​ຊີ​ເຣຍຊຶ່ງ​ພວກ​ນັກ​ເຄື່ອນໄຫວ
ກ່າວ​ວ່າ ​ນໍາ​ມາໃຊ້​ເຂັ້ນ​ຂ້າ​ປະຊາຊົນ​ນັ້ນ.

XS
SM
MD
LG