ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຊີເຣຍສືບຕໍ່ປາບປາມ ພວກປະທ້ວງ


ພິທີສົ່ງສະການພວກປະທ້ວງທີ່ເສຍຊີວິດ ທີ່ເມືອງ Izraa ໃນວັນເສົາ ທີ 23 ເມສາ 2011.
ພິທີສົ່ງສະການພວກປະທ້ວງທີ່ເສຍຊີວິດ ທີ່ເມືອງ Izraa ໃນວັນເສົາ ທີ 23 ເມສາ 2011.

ບັນດາກຸ່ມ​ສິດ​ທິມະນຸດ​ກ່່າວ​ວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ຊີ​ເຣຍ ​ໄດ້​ເຂົ້າ​ທໍາ​ການ​ກວດ​ຄົ້ນຫລາຍ​ບ່ອນ ​ໃນ​ຕອນເດິກ​ວັນ​ເສົາ​ວານ​ນີ້ຢູ່ ໃກ້ໆ​ກັບ​ນະຄອນຫລວງ​ດາ​ມັສກັສ ໂດ​ຍ​ໄດ້​ຈັບ​ຜູ້​ເຄື່ອນ​ໄຫວ​ທີ່​ນິຍົ​ມປະຊາ​ທິປະ​ໄຕ​ຄົນ​ນຶ່ງ ຫລັງ​ຈາກໄດ້​ທໍາ​ການ​ກວາດ​ລ້າງ​ຢ່າງ​ນອງ​ເລືອດຕໍ່​ພວກ​ປະ​ທ້ວງ.

ມີ​ຢ່າງ​ນ້ອຍ 12 ຄົນ​ເສ​ຍຊີວິດ ​ໃນ​ມື້ວັນ​ເສົາ ​ເວລາ​ກໍາລັງ​ຮັກສາຄວາມປອດ​ໄພແລະ​ພວກ​ດັກ​ຍິງ​ຂອງ​ຊີ​ເຣຍ ​ເປີດ​ສາກ​ຍິງ​ປືນ​ໃສ່​ພວກ​ໄວ້ອາ​ໄລ​ທີ່​ໄປ​ຮ່ວມ​ໃນ​ພິທີ​ສົ່ງສະການ​ພວກ​ທີ່​ເສຍ​ຊີວິດ​ໃນ​ມື້​ວັນ​ສຸກ ຊຶ່ງມາ​ຮອດ​ປັດຈຸບັນ​ ​ແມ່ນ ເປັນ​ມື້​ທີ່ມີ​ການ​ກວາດ​ລ້າງ​ຢ່າງ​ນອງ​ເລືອດ​ທີ່ສຸດ ຕໍ່ການ ລຸກ​ຮືຂຶ້ນ​ຕໍ່ຕ້ານ​ປະທານາທິບໍດີ Bashar al-Assad ນັ້ນ.

ວັນ​ເສົາ​ວານ​ນີ້​ເຊ່ນ​ກັນ ສະມາ​ຊິກສະພາ​ຊີ​ເຮ​ຍສອງຄົນ​ໄດ້ປະກາດ​ລາ​ອອກ ​ໃນ​ການ​ປະ​ທ້ວງ​ຕໍ່​ການ​ສັງຫານ​ພົນລະ​ເຮືອນ​.

ພວກ​ກຸ່ມ​ສິດທິ​ມະນຸດ​ແລະ​ພວກ​ທີ່​ເຫັນ​ເຫດການ​ເວົ້າ​ວ່າ ການ​ສັງຫານ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ຄຸ້ມ Douma ​ໃນ​ເຂດ​ຊານ​ເມືອງ​ຫລວງ​ດາ​ມັສກັສ ​ແລະ​ໃນ​ເມືອງ Izraa ທາງ​ພາກ​ໃຕ້​ຂອງ​ປະ​ເທດ. ປະຊາຊົນ​ຫລາຍ​ພັນ​ຄົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ທັງ​ສອງ​ແຫ່ງ ​ເພື່ອ​ທໍາ​ການ​ປະ​ທ້ວງ​ຕໍ່ ກາ​ນສັງຫານ​ພົນລະ​ເຮືອນ ຢ່າງ​ນ້ອຍ 75 ຄົນ​ໃນ​ມື້​ວັນ​ສຸກ ຊຶ່ງ​ການ​ກວາດ​ລ້າງ​ດັ່ງກ່າວ​ໄດ້​ມີ​ຂຶ້ນ ນຶ່ງ​ມື້ຫລັງ​ຈາກ​ທີ່​ປະທານາທິບໍດີ Assad ​ໄດ້​ເຊັນ​ດໍາລັດ​ຍົກ​ເລີກ​ການ​ປົກຄອງ​ໂດຍ​ກົດ​ພາວະ​ສຸກ​ເສີນ ທີ່​ໄດ້​ມີ​ມາ ​ເກືອບ 50 ປີ ​ແລະ​ດໍາລັດ​ດັ່ງກ່າວ​ກໍ​ແມ່ນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ​ຂອງ​ທ່າ​ນ Assad ​ເພື່ອ​ຢຸດຕິ​ຄວາມ​ວຸ້ນວາຍ​ແລະ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະ ບານ ​ໂດຍ​ການຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການບາງ​ຢ່າງ ຂອງ​ພວກ​ປະ​ທ້ວງ.

ອົງການ​ຂ່າວ AP ລາຍ​ງານ​ວ່າ ມີ​ຢ່າງ​ນ້ອຍ 120 ຄົນ​ຖືກ​ຂ້າ​ຕາຍ ​ໃນ​ຄວາມ​ຮຸນ​ແຮງ​ສອງ​ມື້​ຜ່ານ​ມາ ທີ່​ໄດ້​ຮັບ​ການ​ປະນາມ​ຈາກ​ພວກ​ຜູ້​ນໍາໂລກ ​ໂຮມ​ທັງ​ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ​ນໍາ.

XS
SM
MD
LG