ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະຫານຊີເຣຍ ຍັງສືບຕໍ່ ບຸກໂຈມຕີ ພວກກະບົດ (ສະໄລດ໌)


ພວກບົດປົດປ່ອຍຊີເຣຍ ພາກັນລົບລີ້ຈາກ ການໂຈມຕີຈາກເຮລີຄອບເຕີ
ພວກບົດປົດປ່ອຍຊີເຣຍ ພາກັນລົບລີ້ຈາກ ການໂຈມຕີຈາກເຮລີຄອບເຕີ
ກໍາລັງ​ລັດຖະບານ​ຊີ​ເຣຍ ຍັງ​ສືບ​ຕໍ່ດໍາ​ເນີນ​ຄວາມ​ພະຍາຍາມເພື່ອ​ຈະ​ເຂົ້າຢຶດ​ເອົາ ​ເຂດ​ຕ່າງໆ​ໃນນະຄອນ​ຫລວງແລະ​ບໍລິ​ເວນອ້ອມແອ້ມ​ ຈາກ​ພວກ​ນັກ​ລົບກະບົດ​.

ອົງການ​ສີ້​ງຊອມ​ສິດທິ​ມະນຸດຊີ​ເຣຍທີ່​ມີ​ສຳນັກງານ​ຢູ່​ອັງ​ກິດ ກ່າວ​ວ່າ ທະຫານ​ໄດ້​ຍິງ​ໂຈມ​ຕີຄຸ້ມ Daraya ທີ່ຕັ້ງຢູ່​ໃນ​ເຂດ​ຊານເມືອງ​ຂອງ​ກຸງ​ Damascus ​ແລະ​ຄຸ້ມ Moadamiyeh ທີ່ຢູ່​ໃກ້​ຄຽງ ​ໃນ​ວັນ​ພະຫັດວານ​ນີ້. ຫລັງ​ຈາກ​ນັ້ນ​ກໍາ ລັງ​ທະ​ຫານ​ຊີເຣຍ ​ກໍ​ໄດ້​ເຂົ້າ​ໂຈມ​ຕີ ​ແບບເຮືອນຕໍ່​ເຮືອນ ​ໃນ​ຄຸ້ມ Daraya ​ໃນ​ຂະນະ​ທີ່ເກີດການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງທີ່​ເມືອງ Hajar al-Aswad ໃນເຂດ​ກໍາ​ແພງ​ນະຄອນ​ຫຼວງ Damascus​.

ຜູ້​ສັງ​ເກດ​ການ​ກ່າວ​ວ່າ ປະ​ມານ 100 ຄົນ​ໄດ້​ຖືກ​ສັງຫານ​ ​ໃນ​ຄວາມ​ຮຸນ​ແຮງ ທົ່ວ​ຊີ​ເຣຍ ​ໃນ​ວັນ​ພະຫັດວານ​ນີ້ ຮວມ​ທັງ​ພົນລະ​ເຮືອນ​ເກືອບ 50 ຄົນ​ ໃນ​ກຸງ Damascus ​ແລະຢູ່​ໃນເຂດ​ອ້ອມ​ແອ້ມ.
ໜັງສືພິມ The Washington Post ໄດ້​ລາຍ​ງານ​ເຖິງ​ລະດັບ​ຄວາ​ມຮຸນ​ແຮງ​ໃນ​ປັດ​ຈຸ​ບັນ ​ທີ່​ກຸງ Damascus ໄດ້​ແຊງ​ໜ້າ ການ​ສູ້​ລົບ​ກໍາລັງດໍາ​ເນີນຢູ່​ເພື່ອ
ເຂົ້າຄວບ​ຄຸມເມືອງ Aleppo ນະຄອນຫຼວງການ​ຄ້າ​ຂອງ​ຊີ​ເຣຍທີ່​ຕັ້ງຢູ່ທາງ​ພາກ​ເໜືອປະ​ເທດ. ໜັງສືພິມ Washington Post ລາຍ​ງານ​ວ່າ ຄົນທີ່​ຖືກ​ສັງຫານ​ສ່ວນ​ຫລາຍ​ຢູ່​ໃນ​ກຸງ Damascus ແມ່ນເປັນ​ພົນລະ​ເຮືອນທີ່​ໄດ້​ຫາຍ​ສາບ​ສູນ ​ແລະ​ຊາກ​ສົບ​ຂອງ​ເຂົາ​ເຈົ້າ​ ໄດ້​ຖືກ​ຄົ້ນ​ພົບ​ເຫັນ​ພ້ອມ​ດ້ວຍຮ່ອງຮອຍຂອງ​ການ ຖືກ​ທໍລະມານ ຖືກ​ປາດ​ຄໍ ​ແລະ​ຮອຍ​ລູກປືນ​ຢູ່​ທີ່​ຫົວ.

ຢູ່​ທີ່​ Lebanon ປະ​ເທດ​ເພື່ອນ​ບ້ານນັ້ນ ມື​ປືນຄົນ​ນຶ່ງໄດ້​ສັງຫານຫົວໜ້າ​ເຜົ່າ​ທີ່ ສຳຄັນ​ຄົນ​ນຶ່ງ ຂອງອິສລາມ​ນິກາຍສາສະໜາ Sunni ​ໃນ​ວັນ​ສຸກມື້ນີ້ ທີ່​ເມືອງ ​ Tripoli ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ ທີ່​ພວມ​ເກີດ​ການ​ປະ​ທະ​ກັນ​ຂື້ນ​ອີກ​ຄັ້ງ​ໃໝ່​ ລ​ະຫວ່າງກຸ່ມ​ສະ​ໜັບ​ສະ​ໜູນ ແລະຕໍ່​ຕ້ານຊີ​ເຣຍ ທີ່​ເຮັດ​ໃຫ້ການ​ຢຸດ​ຍິງ​ທີ່​ບໍ່​ມີ​ຄວາມສຳຄັ​ນ​ແຕກ​ຫັກ​ລົງ.

ພວກ​ມຸສລິ​ມນິກາຍ Sunni ​ໄດ້​ນໍາພາ​ການ​ລຸກ​ຕໍ່ຕ້ານປະທານາທິບໍດີ Bashar al-Assad ​ຊຶ່ງ​ພວກ​ທີ່​ນັບຖື​ສາສະໜາ​ອິສລາມ​ ນິກາຍ Alawite ສ່ວນ​ໃຫຍ່ແລ້ວ ​ແມ່ນ​ຢືນ​ຢູ່​ຄຽງຂ້າງທ່ານ. ຄວາມ​ເຄັ່ງຕືງລະຫວ່າງ​ພວກ​ທີ່​ນັບຖື​ນິກາຍ Sunni ​ແລະ​ນິກາຍ Alawite ​ໄດ້​ເພີ້​ມທະວີ​ຂື້ນຢູ່​ໃນ​ບາງ​ເຂດ​ຂອງ Lebanon ດັ່ງ​ຕົວ​ຢ່າງ​ທີ່​ເມືອງ Tripoli ບ່ອນ​ທີ່​ທັງສອງ​ກຸ່ມ​ພາກັນອາ​ໄສ​ຢູ່​ໃນ​ເມືອງ​ຕ່າງໆ​ທີ່ຢູ່​ໃກ້​ຄຽງ​ກັນນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG