ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີເຣຍຢຸດຍິງ 4 ວັນ ເພື່ອພັກບຸນ ແຕ່ກໍຍັງມີ ການຕໍ່ສູ້ກັນຢູ່


ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad (ກາງ) ໂອ້ລົມ ກັບປະຊາຊົນ ລຸນຫລັງທີ່ໄດ້ໄປສວດມົນ ໃນວັນເລີ້ມຕົ້ນບຸນ Eid al-Adha ທີ່ວັດt al-Afram Mosque, ກຸງ Damascus, ໃນວັນທີ 26 ຕຸລາ, 2012.
ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad (ກາງ) ໂອ້ລົມ ກັບປະຊາຊົນ ລຸນຫລັງທີ່ໄດ້ໄປສວດມົນ ໃນວັນເລີ້ມຕົ້ນບຸນ Eid al-Adha ທີ່ວັດt al-Afram Mosque, ກຸງ Damascus, ໃນວັນທີ 26 ຕຸລາ, 2012.
ການຢຸດຍິງເປັນເວລາ 4 ວັນໃນຊີເຣຍ ເພື່ອພັກບຸນ Eid al-
Adha ນັ້ນ ມີຜົນບັງຄັບໃຊ້ນັບແຕ່ວັນສຸກມື້ນີ້ເປັນຕົ້ນໄປ
ແຕ່ວ່າພວກນັກ ເຄື່ອນໄຫວ ລາຍງານວ່າ ຍັງເຫັນການປະ
ທະກັນບາງຄັ້ງຄາວຢູ່ ລະຫວ່າງກໍາລັງຂອງລັດຖະບານ
ກັບພວກກະບົດ.

ກຸ່ມສັງເກດການດ້ານສິດທິມະນຸດຊີເຣຍເວົ້າວ່າ ການສູ້ລົບກັນ
ລະຫວ່າງ ກໍາລັງທະຫານຂອງລັດຖະບານ ແລະພວກກະບົດ
ຍັງມີສືບຕໍ່ໄປຢູ່ໃນ ແຂວງ Idlib ຫລັງການໄຫວ້ພະຕອນເຊົ້າ
ວັນສຸກ ຊຶ່ງເປັນເວລາທີ່ທັງສອງ ຝ່າຍໄດ້ຕົກລົງກັນວ່າ ຈະເລີ້ມຢຸດ ຍິງເປັນການຊົ່ວຄາວນັ້ນ.

ກອງທັບຂອງລັດຖະບານຊິເຣຍເວົ້າໃນວັນພະຫັດວານນີ້ວ່າ ຕົນຈະປະຕິບັດຕາມ ການຢຸດຍິງ ແຕ່ວ່າ ກໍຈະຕອບໂຕ້ຄືນຖ້າມີການໂຈມຕີໃດໆ ຈາກຝ່າຍ ພວກກະບົດ.

ມີລາຍງານວ່າ ສາມຄົນໄດ້ຮັບບາດເຈັບໃນວັນສຸກມື້ນີ້ ໃນຂະນະທີ່ກໍາລັງຮັກສາຄວາມ ສະຫງົບ ໄດ້ຍິງປືນໃສ່ພວກປະທ້ວງ ຢູ່ໃນແຂວງ Deraa ທາງພາກໃຕ້ຂອງປະເທດ.

ປະທານາທິບໍດີ Bashar al-Assad ໄດ້ໄປປະກົດໂຕໃນໂທລະທັດ ຊຶ່ງບໍ່ຄ່ອຍມັກເຫັນ ກັນ ທ່ານໄດ້ໄປປົນຢູ່ກັບພວກທີ່ໄປນົບໄຫວ້ ໃນການເຂົ້າຮ່ວມການສວດມົນເພື່ອເປັນ ຂີດໝາຍຂອງວັນບຸນສາສະໜາອິສລາມວ່າໄດ້ເລີ້ມ ຕົ້ນຂຶ້ນແລ້ວ.
XS
SM
MD
LG