ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາດມີການຕົກລົງຢຸດຍິງກັນ ໃນລະຫວ່າງ ບຸນສາສະໜາ ຢູ່ຊີເຣຍ (ສະໄລດ໌)


ທູດພິເສດນາໆຊາດສໍາລັບຊີເຣຍ ທ່ານ Lakhdar Brahimi
ທູດພິເສດນາໆຊາດສໍາລັບຊີເຣຍ ທ່ານ Lakhdar Brahimi
ທູດພິເສດນາໆຊາດສໍາລັບຊີເຣຍ ທ່ານ Lakhdar Brahimi
ກ່າວວ່າ ລັດຖະບານຊີເຣຍ ແລະບັນດາກຸ່ມກະບົດທີ່ຄັດຄ້ານ
ປະທານາທິບໍດີ Bashar al-Assad ໄດ້ຕົກລົງໃຫ້ມີການຢຸດ
ຍິງກັນ ໃນລະຫວ່າງເທດສະການບຸນ Eid al-Adha ຊຶ່ງຈະ
ເລີ່ມຂຶ້ນ ໃນວັນພະຫັດມື້ອື່ນນີ້.

ທ່ານ Brahimi ທູດພິເສດຂອງສະຫະປະຊາຊາດ ແລະສັນນິ
ບາດຊາດອາຣັບ ກ່ຽວກັບ ຊີເຣຍ ກ່າວຕໍ່ພວກນັກຂ່າວ ວັນພຸດ
ມື້ນີ້ ຢູ່ທີ່ກຸງໄຄໂຣ ວ່າ ທ່ານຫວັງວ່າ ການຢຸດຍິງເປັນເວລາ
ຫລາຍວັນຄັ້ງນີ້ ຈະນໍາໄປສູ່ການສະຫງົບເສິກທີ່ຍາວນານກ່ວາ
ນັ້ນ ໃນຖາະເປັນພາກສ່ວນນຶ່ງຂອງຂັ້ນຕອນແກ້ໄຂບັນຫາທາງ ການເມືອງ.

ກະຊວງການຕ່າງປະເທດຊີເຣຍກ່າວໃນຄໍາຖະແຫລງສະບັບນຶ່ງວ່າຕົນກໍາລັງຊັ່ງຊາເບິ່ງ
ເລື່ອງການຢຸດຍິງນີ້ຢູ່ ແລະຈະທໍາການຕັດສິນ ໃຈຂັ້ນເດັດຂາດໃນວັນພະຫັດມື້ອື່ນ.

ທ່ານ Brahimi ມີໝາຍກໍານົດການທີ່ຈະລາຍງານໂດຍສັງເຂບຕໍ່ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດໃນວັນພຸດມື້ນີ້ ກ່ຽວກັບຜົນການ ພົບປະ ກັບທ່ານອັສຊັດ ແລະ ບັນດາຜູ້ນໍາອື່ນໆເມື່ອບໍ່ດົນມານີ້.

ການຢຸດຍິງ ທີ່ໄກ່ເກ່ຍໂດຍ ທ່ານໂກຟີ ອັນນັນ ອະດີດເລຂາທິການໃຫຍ່ສະຫະປະຊາ ຊາດ ແລະທູດພິເສດກ່ອນທ່ານ Brahimi ໄດ້ແຕກຫັກລົງບໍ່ດົນຫຼັງຈາກມີຜົນບັງຄັບໃຊ້ ເມື່ອເດືອນເມສາຜ່ານມາ.

ທ່ານ Herve Ladsous ຫົວໜ້າກໍາລັງຮັກສາສັນຕິພາບຂອງຢູເອັນກ່າວເມື່ອວັນຈັນ ຜ່ານມານີ້ວ່າ ທ່ານກໍາລັງຕຽມ ກໍາລັງຮັກສາສັນຕິພາບສໍາລັບສົ່ງໄປປະຈໍາການໃນຊີເຣຍ ຖ້າຫາກມີການຕົກລົງຢຸດຍິງກັນ.

ໃນລະຫວ່າງດຽວກັນນີ້ ນາຍພົນລະດັບສູງສຸດຂອງຣັດເຊຍ ກ່າວວ່າ ກຸ່ມກະບົດຊີເຣຍ ມີ ລູກສອນໄຟ ທີ່ຫິ້ວໄປມາໄດ້ ຊະນິດຍິງຈາກພື້ນດິນໄປສູ່ ອາກາດ ໂຮມທັງລຸ້ນນຶ່ງທີ່ເຮັດຢູ່ ໃນສະຫະລັດນັ້ນນໍາ.

ເມື່ອວັນພຸດມື້ນີ້ ອົງການຂ່າວ Interfax ຂອງຣັດເຊຍ ໄດ້ອ້າງເອົາຄໍາເວົ້າຂອງນາຍພົນ Nikolai Makarov ຫົວໜ້າເສນາທິການກອງທັບຣັດ ເຊຍ ທີ່ເວົ້າວ່າ ລູກສອນໄຟຊະ ນິດທີ່ຍິງຈາກບ່າໄຫຼ່ນັ້ນ ແມ່ນຜະລິດຢູ່ໃນ ປະເທດຕ່າງໆ ແຕ່ວ່າແມ່ນໃຜເປັນຜູ້ປ້ອນອາ ວຸດດັ່ງກ່າວນີ້ ໃຫ້ກຸ່ມກະບົດນັ້ນ ຍັງຈະຕ້ອງໄດ້ຕັດສິນກັນຢູ່.

ເບິ່ງສະໄລດ໌ການສູ້ລົບ ແລະການເຈລະຈາຢຸດຍິງຊົ່ວຄາວໃນຊີເຣຍ

XS
SM
MD
LG