ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

200 ກວ່າຄົນ ເສຍຊີວິດ ໃນການຍິງໂຈມຕີ ເມືອງ Homs ຂອງຊີເຣຍ


ການປະທ້ວງ ຕໍ່ຕ້ານປະທານາທິບໍດີ Bashar al-Assad ລຸນຫຼັງພິທີສວດມົນພາວະນາໃນມື້ວັນສຸກວານນີ້ ທີ່ ເມືອງ Baba Amro ທີ່ຕັ້ງຢູ່ໃກ້ໆ Homs (3 ກຸມພາ 2012)
ການປະທ້ວງ ຕໍ່ຕ້ານປະທານາທິບໍດີ Bashar al-Assad ລຸນຫຼັງພິທີສວດມົນພາວະນາໃນມື້ວັນສຸກວານນີ້ ທີ່ ເມືອງ Baba Amro ທີ່ຕັ້ງຢູ່ໃກ້ໆ Homs (3 ກຸມພາ 2012)

ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ກອງທັບ​ຊີ​ເຣຍ​ ໄດ້​ສັງຫານ​ຢ່າງນ້ອຍ 217
ຄົນທີ່​ເມືອງ Homs ​ໃນ​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນທີ່​ເລີ້ມ​ໃນ​ມື້ວັນສຸກ​ວານ​ນີ້ຂະນະ​ທີ່​ອົງການ
ສະຫະ​ປະຊາ​ຊາ​ດພ້ອມ​ແລ້ວ ​ທີ່​ຈະ​ລົງ​ຄະ​ແນນ​ສຽງກ່ຽວ​ກັບ​ຮ່າງຍັດຕິ​ທີ່​ແນ​ໃສ່​ເພື່ອ​ຍຸຕິ​ການ
ນອງ​ເລືອດ​ໃນ​ປະ​ເທດ​ດັ່ງກ່າວ.

ຄະນະ​ສັງ​ເກດ​ການ​ສິດທິ​ມະນຸດ​ຊີ​ເຣຍ ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ນອກ​ນັ້ນ ຍັງ​ມີອີກ​ຫຼາຍ
ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ແລະ​ຕຶກ​ອາຄານ​ຫຼາຍໆ​ຫຼັງຖືກ​ທຳລາຍ. ລູກປືນ​ໃຫຍ່​ສ່ວນ​ຫຼາຍ​
ໄດ້​ຕົກລົງ​ໃສ່​ຄຸ້ມ Khalidiya ຂອງ​ເມືອງ Homs ບ່ອນ​ທີ່​ມີການ​ຕໍ່ຕ້ານ​ລັດຖະບານ​ແຮງ​
ທີ່​ສຸດ​ນັ້ນ. ​ເມືອງ​ດັ່ງກ່າວຊຶ່ງຕັ້ງຢູ່​ໃນ​ພາກ​ຕາ​ເວັນ​ຕົກຂອງ​ຊີ​ເຣຍ​ໃກ້ໆ​ຊາຍ​ແດນ​ເລ​ບາ​ນອນ
ແ​ມ່ນນຶ່ງ​ຂອງ​ຈຸດ​ລະ​ເບີດ​ຮ້າຍ​ແຮງ ​ໃນ​ການ​ຕໍ່ຕ້ານ​ລັດຖະບານ​ ລະຫວ່າງ​ທີ່​ມີ​ການ​ລຸ​ກຮື​ຂຶ້ນ
ທີ່​ເລີິ່ມມາ​ໄດ້ 11 ​ເດືອນແລ້ວນັ້ນ.

ຂະນະ​ທີ່​ໂຕ​ເລກ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນນີ້ສະພາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະປະຊາ​ຊາດ​
ກ່າວ​ວ່າ ຕົນ​ຈະ​ລົງ​ຄະ​ແນນ​ສຽງ​ ກ່ຽວ​ກັບ​ຮ່າງຍັດຕິຊີ​ເຣຍ​ໃນ​ວັນ​ເສົາມື້ນີ້. ຣັດ​ເຊຍ​ໄດ້​ຂູ່​ວ່າ
ຈະ​ໃຊ້​ສິດ​ຢັບຢັ້ງຕໍ່​ຮ່າງ​ຍັດຕິ​ສະບັບ​ກ່ອນ ​ແລະ​ລັດຖະບານທ່ານ​ໂອ​ບາ​ມາ​ໄດ້​ກົດ​ດັນ​ໃຫ້ຣັດ
ເຊຍສະໜັບສະໜຸນ​ຮ່າງ​ຍັດຕິ​ໃໝ່​ທີ່​ໃຊ້​ຄຳ​ເວົ້າອ່ອນ​ເບົາ​ລົງ​ກວ່າ​ເກົ່າ ​ໃນ​ການ​ປະນາມ​ການ
ກໍ່​ຄວາມ​ຮຸນ​ແຮງ​ຢູ່​ໃນ​ຊີ​ເຣຍ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ​ໄດ້​ໂອ້​ລົມ​ທາງ​ໂທ
ລະສັບໃນ​ມື້ວັນ​ສຸກ​ວານ​ນີ້ ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຣັດ​ເຊຍ ທ່ານ Sergey La-
vrov ກ່ຽວ​ກັບ​ຮ່າງ​ຍັດຕິ​ສະບັບ​ນີ້. ພວກ​ທ່ານ​ມີ​ກຳນົດ​ ທີ່​ຈະພົບ​ປະກັນແບບ​ເຊິ່ງໜ້າ ໃນ
ວັນ​ເສົາ​ມື້ນີ້ ທີ່​ນະຄອນ​ມິ​ວນິກ ປະ​ເທດ​ເຢຍຣະມັນ ບ່ອນ​ທີ່​ພວກ​ທ່ານ​ຈະ​ໄປ​ຮ່ວມ​ກອງ​ປະ
ຊຸມ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ ​ທີ່​ນັ້ນ. ​ເປັນ​ທີ່ຄາດ​ກັນ​ວ່າ ທ່ານ​ນາງ Clinton ຈະ​ກົດ​ດັນ​ໃຫ້​
ທ່ານ Lavrov ຊັກ​ຊວນ​ໃຫ້​ມົສກູ ​ໃຫ້ການ​ອະນຸມັດ​ຕໍ່​ຮ່າງ​ຍັດຕິ​ສະບັບ​ນີ້.

XS
SM
MD
LG