ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເພື່ອນມິດ ຈະທວງໃຫ້ ສົ່ງການຊ່ອຍເຫຼືອ ໄປຍັງ ຊີເຣຍ ໃນອີກສອງສາມມື້ (ເບິ່ງສະໄລດ໌ກັບວີດີໂອ)


ຮູບພາບຖ່າຍໂດຍປະຊາຊົນ ທີ່ນຳອອກເຜີຍແຜ່ໂດຍຄະນະກຳມະການປະສານງານທ້ອງຖິ່ນໃນຊີເຣຍສະແດງໃຫ້ ເຫັນໄຟພວມໄໝ້ເຮືອນ ທີ່ເມືອງ Homs ຫຼັງຈາກກຳລັງລັດຖະບານ ຍິງໂຈມຕີເຮືອນດັ່ງກ່າວ (22 ກຸມພາ 2011)
ຮູບພາບຖ່າຍໂດຍປະຊາຊົນ ທີ່ນຳອອກເຜີຍແຜ່ໂດຍຄະນະກຳມະການປະສານງານທ້ອງຖິ່ນໃນຊີເຣຍສະແດງໃຫ້ ເຫັນໄຟພວມໄໝ້ເຮືອນ ທີ່ເມືອງ Homs ຫຼັງຈາກກຳລັງລັດຖະບານ ຍິງໂຈມຕີເຮືອນດັ່ງກ່າວ (22 ກຸມພາ 2011)

ບັນດາປະ​ເທດຕາ​ເວັນ​ຕົກ ​ແລະ​ປະ​ເທດພາຍ​ໃຕ້​ການ​ນຳພາ ​ຂອງອາຣັບກຸ່ມ​ນຶ່ງ ພວມ​ໂຮມ
ຊຸມນຸມ​ກັນ​ທີ່​ຕູ​ນີ​ເຊຍ ​ເພື່ອ​ກະກຽມ​ຮຽກຮ້ອງ​ ໃຫ້ເຈົ້າໜ້າ​ທີ່​ຊີ​ເຣຍ​ໃຫ້ຄຳ​ໝັ້ນສັນຍາ​ທີ່​ຈະຍຸຕິ
ໃນ​ທັນທີ ຄວາມ​ຮຸນ​ແຮງທັງ​ໝົດ ​ແລະ​ອະນຸຍາດ​ໃຫ້ມີ​ການຈັດ​ສົ່ງ​ ການ​ຊ່ອ​ຍ​ເຫຼືອທາງ​ດ້ານ
ມະນຸດສະທຳ​ຂອງ​ຕ່າງປະ​ເທດ ​ໄປ​ຍັງເຂດ​ຕ່າງໆ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ສຸດພາຍ
ໃນ​ໄລຍະ​ສອງ​ສາມມື້ ຂ້າງ​ໜ້ານີ້.

ໃນຮ່າງ​ຄຳ​ປະກາດ​ທີ່​ຈະ​ນຳ​ສ​ະ​ເໜີ​ຕໍ່​ກອງ​ປະຊຸມ “​ເພື່ອນ​ມິດ​ຊີ​ເຣຍ” ​ໃນ​ວັນ​ສຸກມື້ນີ້ ​ເປັນ​ທີ່​
ຄາດ​ກັນ​ວ່າ​ ພວກ​ນັກ​ການ​ທູດ​ ຈະ​ຮຽກຮ້ອງ​ໃຫ້ ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-
Assad ອອກ​ຄຳ​ສັ່ງ ໃຫ້​ຢຸດ​ເຊົາໃນ​ທັນທີ ຕໍ່ການ​ປາ​ບປາມການ ​ລຸກ​ຮືຂຶ້ນທີ່​ດຳ​ເນີນ​ມາ​ໄດ້
11 ​ແລ້ວນັ້ນ ​ເພື່ອ​ຈະ​ສາມາດ​ຈັດ​ສົ່ງ​ການ​ຊ່ອຍເຫຼືອ​ໄປ​ຍັງ​ຊີ​ເຣຍ​ໄດ້​ພາຍ​ໃນ​ເວລາ 48 ຊົ່ວ
ໂມງ.

ປະຊາ​ຊົນ​ທີ່​ເມືອງ Homs ​ໃນເຂດ​ພາກ​ກາງຂອງ​ຊີ​ເຣຍກ່າວ​ວ່າ ອາຫານ​ການ ກິນ ນໍ້າ​ດື່ມ​
ແລະ​ເຄື່ອ​ງ​ໃຊ້​ດ້ານ​ແພດ​ພ້ອມ​ດ້ວຍ​ຢາ​ປົວ​ພະຍາດ ​ພວມ​ໃກ້​ຈະ​ໝົດແລ້ວຫຼັງຈາກ​ການ​ຍິງ​ຖະ
ຫຼົ່ມທີ່​ດຳ​ເນີນ​ມາ​ແບ​ບບໍ່​ລົດ​ລະ ​ເປັນ​ເວລາ​ເກືອບ 3 ອາທິດ ​ໂດຍ​ກຳລັງ​ນິຍົມ​ທ່ານ Assad
ທີ່​ປິດ​ລ້ອມຫົວ​ເມືອງ​ສູນ​ກາງຂອງ​ພວກປະ​ທ້ວງ​ຝ່າຍ​ຄ້ານ​ນັ້ນ.

ກຸ່ມ​ປະ​ເທດ​ທີ່​ເອີ້ນຕົນ​ເອງ​ວ່າ “​ເພື່ອນ​ມິດ​ຊີ​ເຣຍ” ກ່າວ​ວ່າ ຕົນ​ມີ​ຄວາມ​ໝາຍ​ໝັ້ນທີ່ຈະ​ທຳ​
ການ​ລົງ​ທີ່​ບໍ່​ໄດ້​ລະບຸຊື່​ຈຳນວນ​ນຶ່ງ​ ຮວມທັງ​ການ​ຫ້າມ​ເດີນທາງ ການກັກ​ຊັບ​ສິນ ​ແລະ​ຢຸດ
ເຊົາ​ການ​ຊື້ນໍ້າມັນ​ຂອງ​ຊີ​ເຣຍ.

ພວກ​ຜູ້ຕາງໜ້າ​ຂອງ​ 70 ກວ່າ​ປະ​ເທດ​ແລະ​ອົງການ​ຈັດຕັ້ງຕ່າງໆ​ຈະ​ເຂົ້າຮ່ວມ ການ​ປະຊຸມ
ໃນ​ມື້ນີ້ ຊຶ່ງ​ຮວມຢູ່​ໃນ​ນັ້ນ ກໍ​ມີ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່າ​ນນາງ Hillary
Clinton. ຣັດ​ເຊຍ​ແລະ​ຈີນກ່າວ​ຕົນ ພວກ​ຕົນ​ຈະ​ບໍ່​ໄປ​ຮ່ວມກອງ​ປະຊຸມ ທີ່​ນະຄອນ​ຕູ​ນິສ.
ປະ​ເທດ​ມະຫາ​ອຳນາດ​ທັງ​ສອງ​ ໄດ້​ພາກັນ​ຂັດຂວາງຊໍ້າ​ແລ້ວ​ຊໍ້າ​ອີກ ​ບໍ່​ໃຫ້​ສະພາ​ຄວາມ​ໝັ້ນ
ຄົງ​ຂອງ​ອົງການ​ສະຫະ​ປະຊາຊາດ​ ເອົາ​ມາດ​ຕະການ​ຕໍ່ລັດຖະບານ​ຊີ​ເຣຍ​ໂດຍ​ກ່າວ​ວ່າ ສະ
ພາ​ຄວ​າມໝັ້ນຄົງ​ບໍ່​ຄວນ​ທີ່ຈະ​ເຂົ້າຂ້າງ​ອອກ​ຂາ​ກ່ຽວ​ກັບ​ບັນຫາ​ຂັດ​ແຍ້​ງພາຍ​ໃນ.

ກ່ອນ​ການ​ພົບ​ປະກັນອົງການ​ສະຫະ​ປະຊາ​ຊາດ​ໄດ້​ແຕ່ງຕັ້ງ​ໃຫ້​ທ່ານ Kofi Annan ອະດີດ
ເລຂາທິການ​ໃຫຍ່​ຂອງ​ສະຫະ​ປະຊາ​ຊາດ ​ເປັນ​ທູດ​ພິ​ເສດ​ ຂອງອົງການ​ສະຫະ​ປະຊາ​ຊາດ
ແລະ​ສັນນິບາດ​ອາຣັບຮັບຜິດຊອບ​ກ່ຽວ​ກັບ​ວິ​ກິດ​ການໃນ​ຊີ​ເຣຍ. ອົງການ​ສະຫະ​ປະຊາຊາດ​
ກ່າວ​ວ່າ ພາລະ​ໜ້າ​ທີ່​ຂອງ​ທ່ານ​ກໍ​ຄື ​ເພື່ອຍຸຕິ​ຄວາມ​ຮຸນ​ແຮງແລະ​ຊຸກຍູ້​ໃຫ້​ແກ້​ໄຂ​ວິ​ກິດ​ການ
ດ້ວຍ​ສັນຕິ​ວິທີ.

ໂຄສົກ​ຂອງ​ປະທານາທິບໍ​ດີ​ຕູ​ນີ​ເຊຍ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ລັດຖະບານຂອງ​ທ່ານ​ຈະ​
ສະ​ເໜີ​ໃຫ້​ຕັ້ງກອງ​ກຳລັງ​ຮັກສາ​ສັນຕິພາບ ​ເພື່ອ​ແກ້​ໄຂ​ວິ​ກິ​ດການ​ໃນ​ຊີ​ເຣຍ

XS
SM
MD
LG