ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ ທ່ານ Zhai Jun ຮຽກຮ້ອງໃຫ້ທຸກພັກຝ່າຍ
ໃນຊີເຣຍຍຸຕິການກໍ່ຄວາມຮຸນແຮງ ແລະອຳນວຍໃຫ້ມີການເລືອກຕັ້ງດຳເນີນໄປດ້ວຍຄວາມ
ສັນຕິ.
ທ່ານ Zhai ຊຶ່ງໄດ້ຖະແຫຼງທີ່ນະຄອນຫຼວງດາມັສກັສຂອງຊີເຣຍ ລຸນຫຼັງການພົບປະກັບປະ
ທານາທິບໍດີ Bashar al-Assad ໂດຍກ່າວວ່າ ຈີນຂໍຮຽກຮ້ອງໃຫ້ລັດຖະບານ ພວກຝ່າຍ
ຄ້ານແລະພວກທີ່ມີອາວຸດຢູ່ໃນກຳມື ຈົ່ງຢຸດເຊົາການກໍ່ຄວາມຮຸນແຮງໃນທັນທີ.
ທ່ານກ່າວວ່າ ປັກກິ່ງຫວັງວ່າການລົງປະຊາມະຕິ ກ່ຽວກັບລັດຖະທຳມະນູນສະບັບໃໝ່ໃນ
ຄັ້ງຈະມາ ພ້ອມໆກັບການເລືອກຕັ້ງສະພາແຫ່ງຊາດ ຈະມີຂຶ້ນດ້ວຍຄວາມສະຫງົບ.
ຈີນ ແລະຣັດເຊຍ ຊຶ່ງຕ່າງກໍບໍ່ຍອມກ່າວປະນາມຊີເຣຍ ກ່ຽວກັບການປາບປາມພວກຕໍ່ຕ້ານ
ລັດຖະບານ ຊຶ່ງເຮັດໃຫ້ປະຊາຊົນເສຍຊີວິດໄປແລ້ວຫຼາຍກວ່າ 6 ພັນຄົນນັບແຕ່ເດືອນມີນາ
ເປັນຕົ້ນມາ.
ໃນວັນພະຫັດຜ່ານມານີ້ ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ຮັບຮອງ
ເອົາມະຕິສະບັບນຶ່ງດ້ວຍຄະແນນ 137 ສຽງ ຈາກປະເທດສະມາຊິກທີ່ມີທັງໝົດ 193 ປະ
ເທດ ຮຽກຮ້ອງໃຫ້ລັດຖະບານຜະເດັດການ ຂອງທ່ານ Assad ຢຸດເຊົາການໂຈມຕີພົນລະ
ເຮືອນໃນທັນທີ.