ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທະຫານ ລັດຖະບານຊີເຣຍ ຍິງຖະຫຼົ່ມ ເມືອງ Homs ຄັ້ງໃໝ່ (ເບິ່ງສະໄລດ໌ກັບວີດີໂອ)


ຮູບຖ່າຍຂອງມື້ກ້ອງສະມັກຫຼິ້ນ ທີ່ພິມເຜີຍແຜ່ໂດຍຕາໜ່າງຂ່າວ Shaam ສະແດງໃຫ້ເຫັນວ່າ ມີຄວັນສີດຳກຸ້ມ ຂຶ້ນສູ່ທ້ອງຟ້າ ຈາກເມືອງ Homs ໃນເຂດພາກກາງຂອງຊີເຣຍ (16 ກຸມພາ 2012)
ຮູບຖ່າຍຂອງມື້ກ້ອງສະມັກຫຼິ້ນ ທີ່ພິມເຜີຍແຜ່ໂດຍຕາໜ່າງຂ່າວ Shaam ສະແດງໃຫ້ເຫັນວ່າ ມີຄວັນສີດຳກຸ້ມ ຂຶ້ນສູ່ທ້ອງຟ້າ ຈາກເມືອງ Homs ໃນເຂດພາກກາງຂອງຊີເຣຍ (16 ກຸມພາ 2012)

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ທະຫານ​ຊີ​ເຣຍ​ໄດ້​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ຢ່າງ​ໜັກ​ຕໍ່​ເຂດ​ຄວບ​ຄຸມ​
ຂອງ​ພວກ​ກະບົດ​ໃນ​ເມືອງ Homs ​ຢູ່ໃນ​ພາກ​ກາງຂອງ​ຊີ​ເຣຍນຶ່ງມື້ຫຼັງຈາກກອງ​ປະຊຸມ​ສະ
ມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ປະນາມ​ອຳນາດ​ການ​ປົກຄອງ​ຂອງ​ຊີ​ເຣຍວ່າລ່ວງ​
ລະ​ເມີດ​ສິດທິ​ມະນຸດ​ໃນ​ການ​ປາບ​ປາມພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ການ​ຍິງ​ໂຈມ​ຕີ​ໂດຍ​ລົດ​ຖັງ​ແລະ​ປືນ​ໃຫຍ່​ຂອງ​ທະຫານ​ຊີ​ເຣຍ
ໃນ​ວັນ​ສຸກ​ມື້ນີ້ ໄດ້​ຖືກ 4 ຄຸ້ມ​ໃນ​ເຂດ​ໃຈກາງ​ເມືອງ Homs ຊຶ່ງ​ເປັນຫົວ​ເມືອງທີ່​ມີ​ການ​ປະ
ທ້ວງ​ແລະ​ນຳ​ໜ້າ​ໃນ​ການ​ລຸກ​ຮື​ຂຶ້ນຕໍ່ຕ້ານ​ປະທານາທິບໍດີ Bashar al-Assad ທີ່​ດຳ​ເນີນ
ມາ​ເປັນ​ເວລາ 11 ​ເດືອນ​ແລ້ວນັ້ນ.

ໃນ​ວັນ​ພະຫັດ​ວານ​ນີ້ ​ເລຂາທິການ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-
moon ​ໄດ້​ກ່າວ​ຫາ​ລັດຖະບານ​ທ່ານ Assad ວ່າ ​ເກືອບ​ເປັນ​ທີ່​ແນ່ນອນ​ແລ້ວໃນ​ການ​ກໍ່​
ໂທດ​ກຳ​ຕ້ານ​ມະນຸດຊາດ.

ນອກ​ນັ້ນສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຍັງ​ໄດ້ຮັບ​ຜ່ານ​ມະຕິ​ສະບັບນຶ່ງ ຊຶ່ງ​ໄດ້​
ຮັບ​ການ​ອະນຸມັດ​ດ້ວຍ​ຄະ​ແນນ​ສຽງ 137 ສຽງຂອງ​ສະມັດຊາ​ໃຫຍ່​ທີ​ມີ​ສະມາຊິກທັງ​ໝົດ
193 ປະ​ເທດຮຽກຮ້ອງ​ໃຫ້​ລັດຖະບານ​ຜະ​ເດັດ​ການ​ Assad ຍຸຕິ​ໃນທັນທີ​ຕໍ່​ການ​ໂຈມ​ຕີ
ພົນລະ​ເຮືອນ. ນອກ​ນັ້ນ ມະຕິ​ດັ່ງກ່າວ ​ຍັງ​ໄດ້​ໃຫ້ການ​ສະໜັບສະ​ໜຸນ​ ຕໍ່​ແຜນການ​ຂອງ
ສັນນິບາດ​ອາຣັບ ​ເພື່ອ​ໃຫ້​ມີ​ການ​ຫັນປ່ຽນ ​ໄປ​ສູ່​ປະຊາທິປະ​ໄຕ​ໃນ​ຊີ​ເຣຍ ​ໂດຍບັງຄັບ​ໃຫ້​
ທ່ານ Assad ມອບ​ອຳນາດ​ໃຫ້​ຜູ້​ຮອງ​ຂອງ​ທ່ານ ​ແລະ​ສ້າງຕັ້ງລັດຖະບານ​ສາມັກຄີ​ຊາດ​
ຂຶ້ນ ​ເພື່ອ​ກະກຽມ​ການ​ເລືອກ​ຕັ້ງທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ນາໆ​ຊາດ.

ມະຕິ​ຂອງ​ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ເປັນ​ມະຕິ​ທີ່​ບໍ່​ມີ​ຜົນ​ບັງຄັບ ​ແຕ່​ໄດ້​ສະທ້ອນ​ໃຫ້
ເຫັນ​ເຖິງ​ຫາງ​ສຽງ​ຂອງ​ມະຫາຊົນ​ໂລກ​ ກ່ຽວ​ກັບບັນຫາ​ທີ່​ສຳຄັນ​ດັ່ງກ່າວ. 11 ປະ​ເທດ​ໄດ້​
ຮ່ວມ​ສົມທົບ​ກັບ​ຊີ​ເຣຍ ໃນ​ລົງ​ຄະ​ແນນ​ສຽງ​ຄັດຄ້ານ​ ຕໍ່​ມະຕິ​ສະບັບນີ້ຈະ​ແ​ຈ້ງທີ່​ສຸດ​ກໍ​ແມ່ນ
ຣັດ​ເຊຍ​ກັບ​ຈີນຊຶ່ງ​ໄດ້​ໃຊ້​ສິດ​ວີີ​ໂຕ້​ຕໍ່​ຮ່າງ​ຍັດຕິ​ໃນ​ລັກສະນະດຽວ​ກັນນີ້ຢູ່​ທີ່​ສະພາ​ຄວາມ​ໝັ້ນ
ຄົງ ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໃນຕົ້ນ​ເດືອນ​ນີ້ ຜູ້​ສື່​ຂ່າວ​ຂອງ​ວີ​ໂອ​ເອ ທີ່​ນະຄອນ​ນິວ
ຢອກ​ກ່າວ​ວ່າປະ​ເທດ​ຕ່າງໆ​ທີ່​ໃຫ້​ເອກ​ອັກຄະ​ລັດຖະທູດ​ຂອງ​ຕົນ ​ຂຶ້ນກ່າວ​ຖະ​ແຫຼງຄັດຄ້ານ​
ຮ່າງ​ຍັດ​ຕິຂອງ​ສະມັດຊາ​ໃຫຍ່ກໍ​ມີ​ຮວມທັງ​ອີຣ່ານ ​ເກົາຫຼີ​ເໜືອ ​ໂບລີ​ເວ​ຍ​ແລະ​ເວ​ເນ​ຊູ​ເອລາ.

ເອກອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Susan Rice
ກ່າວ​ວ່າສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ສົ່ງ​ຂ່າວ​ອັນ​ຈະແຈ້ງ​ໄປ​ຍັງ​ປະຊາຊົນ​ຊາວ​ຊີ​ເຣຍ
ວ່າ ​ໂລກ​ແມ່ນ​ຢູ່​ກັບ​ພວກ​ເຈົ້າ ​ແລະ​ປະທານາທິບໍດີ Assad ບໍ່​ເຄີຍ​ຖືກ​ໂດດດ່ຽວ​ແບບ​ນີ້ມາ
ກ່ອນ.

ເອກ​ອັກຄະ​ລັດຖະທູດ​ຊີ​ເຣຍປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Bahar Jaafari ​ໄດ້​
ກ່າວ​ຫາ​ຮ່າງ​ຍັດຕິ​ ທີ່​ປະ​ເທດອາຣັບ​ເປັນ​ຜູ້ຮ່ວມ​ສະ​ເໜີ​ສະບັບ​ນີ້ວ່າ ສົມຮູ້​ຮ່ວມ​ຄິດ​ກັບ​ພວກ​
ກໍ່​ການ​ຮ້າຍ​ເພື່ອ​ບ່ອນ​ທຳລາຍ​ລັດຖະບານ​ຊີ​ເຣຍ.

XS
SM
MD
LG