ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

ເຫດລະເບີດ ໃນພາກເໜືອຊີເຣຍ ສັງຫານ 25 ຄົນ (ເບິ່ງສະໄລດ໌ກັບວີດີໂອ)


ພວກຄົນງານຊີເຣຍ ສຳຫຼວດເບິ່ງຄວາມເສຍຫາຍ ຢູ່ບ່ອນເກີດລະເບີດ ນອກຕຶກອາຄານສືບລັບທະຫານ ທີ່ເມືອງ Aleppo ໃນພາກເໜືອຊີເຣຍ (10 ກຸມພາ 2010)

ໂທລະພາບ​ຂອງ​ທາງ​ການ​ຊີ​ເຣຍລາຍ​ງານ​ວ່າ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 25 ຄົນ ​ແລະ​ອີກ
175 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ເຫດ​ລະ​ເບີດ​ສອງ​ຄັ້ງ ທີ່​ເມືອງ Aleppo ​ໃນ​ພາກ​ເໜືອ​ຂອງ
ຊີ​ເຣຍ ​ໃນ​ວັນ​ສຸກ​ມື້ນີ້.

ເຫດ​ລະ​ເບີດ ທີ່​ແນ​ໃສ່​ຕຶກ​ອາຄານ​ສື​ບລັບ ​ຂອງ​ກອງທັບ​ຊີ​ເຣຍ ​ແລະ​ຄ້າຍ​ກຳລັງຮັກສາ​
ຄວາມ​ສະຫງົບ​ແຫ່ງ​ນຶ່ງຊຶ່ງຕັ້ງຢູ່​ໃນ​ຫົວ​ເມືອງ​ການຄ້າທີ່​ສຳຄັນ​ຂອງ​ຊີ​ເຣຍ ທີ່​ຂ້ອນ​ຂ້າງມີ
ຄວາມ​ສະຫງົບ ​ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ລຸກ​ຮື​ຂຶ້ນຕໍ່ຕ້ານ​ອຳນາດ​ການ​ປົກຄອງ​ຂອງ​ປະທາ
ນາທິບໍດີ Bashar al-Assad ​ໃນ​ເດືອນ​ມີນາ​ປີ​ແລ້ວ.

ຢູ່​ທີ່​ເມືອງ Homs ຊຶ່ງ​ຕັ້ງຢູ່​ໃນ​ເຂດ​ພາກ​ກາງຂອງ​ປະ​ເທດນັ້ນ ພວກ​ນັກ​ເຄື່ອນ​ໄຫວ​ຊີ
ເຣຍກ່າວ​ວ່າ ລົດ​ຖັງ​ຂອງ​ລັດຖະບານ​ໄດ້​ຊຸມນຸມ​ກຳລັງ​ຢູ່ອ້ອມ​ຄຸ້ມ​ຕ່າງໆຂອງ​ພວກ​ຝ່າຍ
ຄ້ານ ​ເປັນ​ມື້ທີ 7 ລຽນຕິດ ອັນ​ເປັນ​ພາກສ່ວນ​ນຶ່ງ​ໃນ​ການ​ສືບ​ຕໍ່ປາບ​ປາມ​ຂອງ​ລັດຖະ
ບານ​ຕໍ່​ເຂດ​ທີ່​ທີ​ການ​ລຸກ​ຮື​ຂຶ້ນປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຢູ່​ໃນ​ທົ່ວ​ປະ​ເທດ.

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ມີຫຼາຍຮ້ອຍ​ຄົນ​ແລ້ວ ​ໄດ້​ເສຍ​ຊີວິດ​ນັບ​ແຕ່​ການ​ໂຈມຕີ​
ຂອງ​ລັດຖະບານ​ໄດ້​ເລີ່​ມຂຶ້ນທີ່​ເມືອງ Homs ​ໃນ​ວັນ​ເສົາ​ແລ້ວ. ມີ​ລາຍ​ງານ​ວ່າຫຼາຍໆ​
ຄຸ້ມ​ບໍ່​ມີ​ນໍ້າ​ປະປາ​ແລະ​ໄຟຟ້າ​ໃຊ້​ແລະ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ຕ່າງໆ​ກໍ​ພວມ​ຈະໝົດລົງ.

ໃນ​ວັນ​ພະຫັດ​ວານ​ນີ້ ປະທາ​ນາ​ທິບໍດີ​ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາ​ໄດ້​ຮຽກຮ້ອງ
ໃຫ້​ຍຸຕິ​ການ​ນອງ​ເລືອດ ​ທີ່​ຮ້າ​ຍ​ແຮງຢູ່​ໃນ​ຊີ​ເຣຍ ​ໃນ​ການ​ປະ​ນາມ​ເທື່ອ​ລ່າ​ສຸດ ຕໍ່ການ​
ປາບ​ປາມ​ຂອງທ່ານ Assad ​ໃນການ​ລຸກ​ຮື​ຂຶ້ນປະ​ທ້ວງ​ຂອງ​ປະຊາຊົນ​ນັ້ນ.

ວີ​ໂອ​ເອ​ໄດ້​ໂອ້​ລົມ​ກັບນັກ​ເຄື່ອນ​ໄ​ຫວຄົນ​ນຶ່ງ​ຢູ່​ເມືອງ Homs ທີ່​ເວົ້າວ່າການ​ໂຈມຕີ​ຂອງ
ລັດຖະບານ​ໄດ້ດຳ​ເນີນ​ໄປແບບ​ບໍ່​ລົດ​ລະແລະ​ການ​ຍ່າງ​ອອກ​ໄປ​ພຽງ​ແຕ່ຂ້າມທາງຮ່ອມ
ດຽວ​ກໍ​ອາດ​ຕາຍ​ໄດ້. ລາວ​ເວົ້າວ່າການ​ໂຈມ​ຕີ​ແມ່ນ​ນັບ​ມື້ນັບ​ຮ້າຍ​ແຮງຂຶ້ນໂດຍມີ​ຜູ້​ຕາຍ
ເພີ່ມ​ຂຶ້ນ ບາດເຈັບ​ເພີ່ມ​ຂຶ້ນ​ແລະ​ຕຶກ​ອາຄານ​ຖືກ​ທຳລາຍຫຼາຍຂຶ້ນ. ລາວ​ເວົ້າວ່າພວກ​ຄົນ
ເຈັບ​ໄດ້​ລົ້ນ​ໂຮງໝໍ​ອອກ​ມາ.

XS
SM
MD
LG