ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

EU ຫາທາງ ຊ່ວຍໃຫ້ ຝ່າຍຄ້ານ ຂອງຊີເຣຍ ໄດ້ຮັບໄຊຊະນະ (ສະໄລດ໌ແລະວີດິໂອກ່ຽວຂ້ອງ)


ທ່ານ Herman Van Rompuy ປະທານສະພາປົກຄອງຂອງ EU ມີຄວາມເຫັນຕໍ່ກອງປະຊຸມສຸດຍອດ ຂອງອີຢູ ທີ່ນະຄອນຫລວງ Brussels ຂອງປະເທດເບັນຢ້ຽມ ໃນວັນສຸກ ທີ 14 ທັນວາ 2012.
ທ່ານ Herman Van Rompuy ປະທານສະພາປົກຄອງຂອງ EU ມີຄວາມເຫັນຕໍ່ກອງປະຊຸມສຸດຍອດ ຂອງອີຢູ ທີ່ນະຄອນຫລວງ Brussels ຂອງປະເທດເບັນຢ້ຽມ ໃນວັນສຸກ ທີ 14 ທັນວາ 2012.
ເຈົ້າໜ້າທີ່ຂັ້ນສູງຂອງສະຫະພາບຢູໂຣບ ຫລື EU ເວົ້າວ່າ
ກໍາລັງມີການພິຈາລະນາຫາ “ທຸກວິທີທາງ” ເພື່ອຈະຊ່ວຍໃຫ້ ຝ່າຍຄ້ານຂອງຊີເຣຍໄດ້ຮັບໄຊຊະນະ ໃນການສູ້ລົບຕ້ານປະ
ທານາທິບໍດີ Bashar al-Assad.

ຄໍາຖະແຫລງດັ່ງກ່າວ ແມ່ນມາຈາກທ່ານ Herman Van
Rompuy ປະທານສະພາປົກຄອງຂອງ EU ທີ່ກ່າວຢູ່ນະ
ຄອນຫລວງ Brussels ໃນວັນສຸກວານນີ້ ຫລັງຈາກກອງ
ປະຊຸມສຸດຍອດຂອງ EU ສິ້ນສຸດລົງ ຊຶ່ງທ່ານ ກ່າວວ່າ:
“ພວກເຮົາເນັ້ນຢໍ້າ ເຖິງຄວາມຕ້ອງການໃຫ້ທ່ານ Assad
ລົງ ຈາກຕໍາແໜ່ງໄປ ແລະໃຫ້ມີຂັ້ນຕອນທາງການເມືອງທີ່
ແທ້ຈິງເກີດຂຶ້ນ. ສະຫະພາຢູໂຣບ ຍັງມີການພົວພັນຢ່າງຫ້າວ
ຫັນ ແລະໄດ້ມອບໝາຍໃຫ້ສະພາດ້ານການຕ່າງປະເທດ
ຊອກຫາທຸກວິທີທາງເພື່ອໃຫ້ ການສະໜັບສະໜຸນແກ່ຝ່າຍຄ້ານຂອງຊີເຣຍແລະເພື່ອ
ໃຫ້ສາມາດທໍາການສະໜັບສະໜຸນສູງທີ່ສຸດ ຕໍ່ການປົກປ້ອງພົນລະເຮືອນໄວ້ໄດ້.”

ເບິ່ງວິດິໂອກ່ຽວຂ້ອງກັບຂ່າວນີ້

ລາຍງານຈາກນະຄອນ Brussels ເວົ້າວ່າ ຄໍາຖະແຫລງດັ່ງກ່າວເທົ່າກັບເປັນການແນະ ໃຫ້ເຫັນເຖິງຄວາມເປັນໄປໄດ້ ທີ່ EU ອາດຈະສະໜອງອຸປະກອນສູ້ລົບທາງທະຫານ ທີ່ ບໍ່ເປັນອັນຕະລາຍຮ້າຍແຮງ ຫລືແມ່ນກະທັ້ງອາວຸດໃຫ້ແກ່ພວກກະບົດຊີເຣຍ ກໍເປັນໄດ້.

ທາງດ້ານນາຍົກລັດຖະມົນຕີອັງກິດ ທ່ານ David Cameron ໄດ້ກ່າວຕໍ່ ບັນດາຄູ່ຕໍາ ແໜ່ງຂອງທ່ານທີ່ເປັນຜູ້ນໍາບັນດາປະເທດໃນຢູໂຣບວ່າ ສະພາບການໃນຊີເຣຍ “ຕາມ ສາຍຕາຂອງພວກເຮົາເບິ່ງ” ແມ່ນວ່າກໍາລັງຮ້າຍແຮງຂຶ້ນນັບມື້.

ສະໄລດ໌ປະມວນພາບກ່ຽວກັບສະພາບຄວາມຮຸນແຮງໃນຊີເຣຍ
ຮອດວັນທີ 14 ທັນວາ
:

ກ່ຽວຂ້ອງກັນ

XS
SM
MD
LG