ປະຊາຊົນຊີເຣຍກໍາລັງເລືອກເອົາສະມາຊິກສະພາແຫ່ງຊາດຊຸດໃໝ່ໃນວັນຈັນມື້ນີ້ ໃນການເລືອກຕັ້ງທີ່ມີຫຼາຍພັກການເມືອງເຂົ້າປະກອບສ່ວນນໍາໃນປະເທດຄັ້ງທໍາອິດ.
ບັນດານັກເຄື່ອນໄຫວຝ່າຍຄ້ານເອີ້ນການເລືອກຕັ້ງນີ້ວ່າ ເປັນຄວາມພະຍາຍາມທີ່ປອມແປງຂອງປະທານາທິບໍດີເພື່ອຢາກຄອງອໍານາດຢູ່ຕໍ່ໄປ. ທາງການຊີເຣຍກໍາລັງຍ້ອງຍໍການປ່ອນບັດເລື້ອກຕັ້ງນີ້ວ່າເປັນການປະຕິຮູບຄັ້ງສໍາຄັນ.
ພວກປະຊາຊົນທີ່ພາກັນລຸກຮືຂຶ້ນຕໍ່ຕ້ານປະທານາທິບໍດີ Bashar al-Assad ພາກັນ
ຮວມຫົວກັນ ບໍ່ເຂົ້າຮ່ວມໃນການປ່ອນບັດເລືອກຕັ້ງຄັ້ງນີ້. ພວກຝ່າຍຄ້ານທີ່ອາໄສຢູ່ໃນ
ຕ່າງປະເທດແລະປະເທດຕ່າງໆທີ່ພາກັນຮຽກຮ້ອງໃຫ້ທ່ານອັສສັສລາອອກຈາກຕໍາ
ແໜ່ງນັ້ນປະຕິເສດວ່າ ເປັນຄວາມພະຍາຍາມຄັ້ງໃໝ່ຂອງລັດຖະບານເພື່ອໜ່ວງເວລາ
ອອກໄປອີກ.ມາຮອດປັດຈຸບັນນີ້ ລັດຖະບານຊີເຣຍໄດ້ຮັບເອົາແຜນການສັນຕິພາບຂອງ
ສັນນິບາດອາຣັບ ຊຶ່ງປະສົບກັບຄວາມລົ້ມແຫລວໃນການທໍາຄວາມຄືບໜ້າ ແລະລົງນາມ
ໃນຂໍ້ຕົກລົງຢຸດຍິງທີ່ໄກ່ເກ່ຍໂດຍສະຫະປະຊາຊາດໃນເດືອນເມສາຜ່ານມາເພື່ອສົ່ງພວ
ນັກສັງເກດການໄປຍັງປະເທດຊຶ່ງເວລານີ້ກໍາລັງດໍາເນີນໄປຢຸູ່ນັ້ນ.
ການເລືອກຕັ້ງທີ່ວ່ານີ້ເຫັນວ່າເປັນການຍິນຍອມທາງການເມືອງຕໍ່ການລຸກຮືຂຶ້ນຂອງປະ
ຊາຊົນຕໍ່ຕ້ານລັດຖະບານນັ້ນ. ບັນດາເຈົ້າໜ້າທີ່ກໍາກັບການເລືອກຕັ້ງຊີເຣຍກ່າວວ່າ ມີຜູ້
ສະມັກເຂົ້າແຂ່ງຂັນໃນການເລືອກຕັ້ງ 7195 ຄົນຊຶ່ງຫຼາຍຄົນມາຈາກພັກການເມືອງໃໝ່
ຢ່າງໜ້ອຍ 7 ພັກ ເຂົ້າປະກອບສ່ວນໃນການເລືອກຕັ້ງເພື່ອຊີງເອົາບ່ອນນັ່ງ 250 ບ່ອນ
ຢູ່ໃນສະພາແຫ່ງຊາດ ຊຶ່ງເປັນການອະວະສານລົງຂອງພັກ Ba’ath ທີ່ເປັນຜູ້ຜູກຂາດ
ຄອບຄອງອໍານາດໃນປະເທດມາເປັນເວລາເກືອບ 50 ປີນັ້ນ.
ລັດຖະທໍາມະນູນສະບັບໃໝ່ອະນຸມັດໃຫ້ຈັດຕັ້ງພວກພັກຝ່າຍຄ້ານຂຶ້ນໄດ້ ເພື່ອແຂ່ງຂັນ
ກັບພັກແນວໂຮມກ້າວໜ້າແຫ່ງຊາດພາຍໃຕ້ການນໍາພາຂອງພັກ Ba’ath ຫຼັງຈາກມີ
ການປະທ້ວງທີ່ມີຜູ້ຄົນເສຍຊີວິດໄປຈໍານວນຫຼວງຫຼາຍມາໄດ້ເກືອບ 1 ປີນັ້ນ.
ໂຄສົກຍິງປະຈໍາກຸ່ມຝ່າຍຄ້ານທີ່ອາໄສຢູ່ໃນຕ່າງປະເທດ ຄື ສະພາປົກຄອງແຫ່ງຊາດຊົ່ວ
ຄາວຊີເຣຍ ກ່າວຕໍ່ວີໂອເອວ່າ ການເລືອກຕັ້ງສະພາເທື່ອນີ້ເປັນການໝິ່ນປະໝາດຕໍ່ລະ
ບອບປະຊາທີປະໄຕ.
ທ່ານນາງ Bassma Kodmani ກ່າວວ່າ ລັດຖະບານກໍາລັງເຂັ່ນຂ້າປະຊາຊົນທຸກໆ
ມື້ໃນສູນແຫ່ງຕ່າງໆຂອງການກໍ່ການກະບົດຂຶ້ນຕໍ່ຕ້ານການປົກຄອງແບບຜະເດັດການ
ມາຂອງທ່ານອັສສັສນັ້ນ. ທ່ານນາງ Kodmani ກ່າວຕໍ່ໄປພວກປະຊາຊົນທີ່ຈະໄປປ່ອນ
ບັດໃນສະພາບແວດລ້ອມເຊ່ນນີ້ ແມ່ນພວກທີ່ຖືກບັງຄັບໃຫ້ໄປປ່ອນບັດເທົ່ານັ້ນ.