ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ຊີເຣຍ ປະມານ105,000 ຄົນໄດ້ໜີ ອອກຈາກພາກພື້ນ ກູຕາຕາເວັນອອກ


ພວກນັກຮົບຕໍ່ຕ້ານລັດຖະບານພາກັນສູດມົນ ກ່ອນເຂົາເຈົ້າ
ຈະອົບພະຍົບອອກຈາກພື້ນທີ່, ທາງນອກເມືອງ ຮາຣາສຕາ ໃນພາກພື້ນກູຕາ, ນະຄອນຫຼວງ ດາມາສກັສ, ປະເທດ ຊີເຣຍ. 23 ມີນາ, 2018.
ພວກນັກຮົບຕໍ່ຕ້ານລັດຖະບານພາກັນສູດມົນ ກ່ອນເຂົາເຈົ້າ ຈະອົບພະຍົບອອກຈາກພື້ນທີ່, ທາງນອກເມືອງ ຮາຣາສຕາ ໃນພາກພື້ນກູຕາ, ນະຄອນຫຼວງ ດາມາສກັສ, ປະເທດ ຊີເຣຍ. 23 ມີນາ, 2018.

ສື່ມວນຊົນຂອງ ຣັດເຊຍ ແລະ ຊີເຣຍ ເວົ້າວ່າ ປະຊາຊົນຫຼາຍກວ່າ 105,000 ຄົນໄດ້
ໜີອອກຈາກພາກພື້ນ ກູຕາຕາເວັນອອກ ຂອງ ຊີເຣຍ ລວມທັງສະມາຊິກຂອງກຸ່ມ
ຕ່າງໆ ທີ່ຕໍ່ຕ້ານລັດຖະບານທີ່ຍຶດຄອງເຂດດັ່ງກ່າວ ປະມານ 7,000 ຄົນນຳ.

ອີງຕາມຂໍ້ຕົກລົງລະຫວ່າງ ກຸ່ມ ເຟລັກ ອາລຣັກມັນ ກັບເຈົ້າໜ້າທີ່ ຣັດເຊຍ ແລະ
ຊີເຣຍ ແລ້ວແມ່ນວ່າ ພວກນັກຮົບຫຼາຍພັນຄົນພ້ອມດ້ວຍຄອບຄົວຂອງພວກເຂົາເຈົ້າ
ໄດ້ໜີອອກໄປຈາກເຂດດັ່ງກ່າວ ໂດຍທາງລົດເມ.

ການຈາກໄປທີ່ວ່ານີ້ ໄດ້ມີຂຶ້ນນຶ່ງວັນ ລຸນຫຼັງທີ່ກຸ່ມ ເຟລັກ ອາລຣັກມັນ ໄດ້ຕົກລົງຍອມ
ມອບດິນແດນຂອງຕົນໃນພາກພື້ນ ກູຕາ ລວມທັງເຂດນອກເມືອງ ອາກບີນ ຊາມາລກາ
ອຽນຕາກມາ ແລະ ໂຊບາ ນຳ ເພື່ອເປັນການແລກປ່ຽນ ເອົາການເດີນທາງດ້ວຍຄວາມ
ປອດໄພໄປສູ່ແຂວງ ອິດລີບ ຢູ່ທາງພາກເໜືອ.

ພວກກຸ່ມຕໍ່ຕ້ານດັ່ງກ່າວ ໄດ້ເວົ້າຢູ່ໃນຖະແຫຼງການຄັ້ງນຶ່ງ ທີ່ອອກໃນວັນສຸກຜ່ານມາວ່າ
ຂໍ້ຕົກລົງດັ່ງກ່າວ ຈະປ່ອຍໃຫ້ເຄື່ອງຊ່ອຍເຫຼືອດ້ານມະນຸດສະທຳ ແລະ ຢຸກຢາປົວພະ
ຍາດເຂົ້າໄປເຖິງພົນລະເຮືອນໃນເຂດດັ່ງກ່າວ ພວກທີ່ໄດ້ໃຊ້ຊີວິດຢູ່ມາຫຼາຍປີ ພາຍ
ໃຕ້ການຍຶດຄອງ ແລະ ການສູ້ຮົບກັນເກືອບວ່າບໍ່ມີເວລາຢຸດເຊົານັ້ນ. ສູນກາງສື່ມວນ
ຊົນທາງທະຫານ ຂອງ ຊີເຣຍ ກ່າວວ່າ ທາງອອກທີ່ປອດໄພພວມຖືກກະກຽມຢູ່ ສຳລັບ
ພວກກຸ່ມຕໍ່ຕ້ານ, ຄອບຄົວຂອງພວກເຂົາເຈົ້າ ແລະ ພົນລະເຮືອນອື່ນໆ ໃນການອອກ
ໄປຈາກເຂດດັ່ງກ່າວ. ຖົງດິນຊາຍທີ່ໃຊ້ເປັນສິ່ງກີດກັ້ນໃນແຫ່ງຕ່າງໆຂອງເມືອງ
ຮາຣາສຕາ ພວມຖືກເຄື່ອນຍ້າຍອອກ ເພື່ອໃຫ້ປະຊາຊົນໄດ້ໄປເຖິງເຂດທີ່ພວກຕໍ່ຕ້ານ
ຍຶດຄອງ ຢູ່ທາງພາກເໜືອຂອງ ຊີເຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG