ທ່ານ William Hague ລັດຖະມົນຕີການຕ່າງປະເທດອັງ
ກິດເວົ້າວ່າ ລັດຖະບານ ຊີເຣຍ “ນັບມື້ ນັບກາງຕໍ່ອາໄສ” ການຊ່ວຍເຫລືອຂອງຕ່າງປະເທດເພີ້ມຫລາຍຂຶ້ນ ຊຶ່ງເປັນ
ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຢູ່ໃນຂົງເຂດ ທີ່ສະແດງໃຫ້ເຫັນເຖິງ
ຄວາມຈຳເປັນອັນຮີບດ່ວນ ໃນການເຈລະຈາກັນ ເພື່ອຊອກ
ຫາຊ່ອງທາງແກ້ໄຂບັນຫາທາງດ້ານ ການເມືອງຕໍ່ວິກິດການ
ໃນປະເທດດັ່ງກ່າວ.
ທ່ານໃຫ້ຄວາມເຫັນໃນວັນພຸດມື້ນີ້ ທີ່ນະຄອນຫລວງອໍາມານ
ຂອງຈໍແດນ ບ່ອນທີ່ລັດຖະມົນຕີຂອງ 11 ປະເທດ ຈາກອັນ
ທີ່ເອີ້ນວ່າ ກຸ່ມປະເທດເພື່ອນມິດຂອງຊີເຣຍ ມີ ກຳນົດທີ່ສົນຈະສົນທະນາຫາລືກັນ ກ່ຽວກັບກອງປະຊຸມສັນຕິພາບໃນຊີເຣຍ ທີ່ໄດ້ ສະເໜີໄປແລ້ວນັ້ນ.
ຜູ້ຈັດຕັ້ງກອງປະຊຸມຢາກໃຫ້ມີການເຈລະຈາກັນ ທີ່ມີທັງຝ່າຍຕໍ່ຕ້ານລັດຖະບານແລະ ຝ່າຍລັດຖະບານຂອງປະທານາທິບໍດີ Bashar al-Assad ເຂົ້າຮ່ວມນໍາໃນເດືອນໜ້ານີ້. ທ່ານ Hague ໄດ້ເນັ້ນເຖິງຄວາມຕ້ອງການເພື່ອກໍານົດວັນເວລາ ໃນສອງສາມມື້ຕໍ່ໜ້ານີ້ ແລະເຮັດໃຫ້ “ການກໍ່ຄວາມຮຸນແຮງທີ່ໜ້າຕົກໃຈ” ຢູ່ໃນຊີເຣຍ ນັ້ນ ສິ້ນສຸດລົງ.
ທ່ານກ່າວວ່າ ຖ້າວ່າຝ່າຍລັດຖະບານຊີເຣຍ ບໍ່ພ້ອມທີ່ຈະເຂົ້າຮ່ວມໃນການເຈລະຈາແລ້ວ ໃນທີ່ສຸດ ມັນກໍຈະນໍາໄປສູ່ “ການພັງທະລາຍຢ່າງຮາບຄາບຂອງປະເທດ” ຂອງພວກເຂົາ ເຈົ້າ.
ໃນວັນພຸດມື້ນີ້ ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດຈະກ່າວ
ຄຳປາໄສຕໍ່ກອງປະຊຸມ ທີ່ມີຜູ້ແທນມາຈາກປະເທດຕ່າງໆ ທີ່ໃຫ້ການສະໜັບສະໜຸນ
ຕໍ່ຝ່າຍຕໍ່ຕ້ານລັດຖະບານຊີເຣຍ.
ເບິ່ງວີດິໂອກ່ຽວກັບຂ່າວນີ້:
ນັກວິເຄາະອະວຸໂສຂອງສະຫະລັດ ໄດ້ກ່າວເຖິງການພົບປະດັ່ງກ່າວນີ້ວ່າ ເປັນພາກ
ສ່ວນນຶ່ງຂອງການດໍາເນີນຄວາມພະຍາຍາມໃນຂອບເຂດທີ່ກວ້າງຂວາງຂອງສະ
ຫະລັດ ເພື່ອທໍາງານຮ່ວມກັນກັບພັນທະມິດຂອງຕົນ ໃນການແກ້ໄຂບັນຫາຂັດແຍ້ງ
ໃນຊີເຣຍ.
ຈໍແດນເວົ້າວ່າ ມີລັດຖະມົນຕີຈາກປະເທດອັງກິດ, ຝຣັ່ງ, ເຢຍຣະມັນ, ແລະອີຕາລີ ພ້ອມທັງຈາກອີຈິບ, Qatar, Saudi Arabia ແລະສະຫະລັດ Arab Emirates ຈະເຂົ້າ
ຮ່ວມກອງປະຊຸມຄັ້ງນີ້.
ເບິ່ງປະມວນພາບກ່ຽວກັບຂ່າວນີ້: