ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊີ​ເຣຍ ​​ປະຕິ​ເສດ ການໂຈມຕີ ຂະບວນລົດ ທ່ານ Assad (ວີດີໂອ)


ປະທານ​າທິບໍດີ Bashar al-Assad (ຊ) ແລະ ທ່ານ Mufti Ahmed Hassun ພາວັນນາ ສະຫຼອງບຸນ Eid al-Fitr ໃນກຸງ Damascus.
ປະທານ​າທິບໍດີ Bashar al-Assad (ຊ) ແລະ ທ່ານ Mufti Ahmed Hassun ພາວັນນາ ສະຫຼອງບຸນ Eid al-Fitr ໃນກຸງ Damascus.
ເຈົ້າ​ໜ້າ​ທີ່​ຊີ​ເຣຍ ​ໄດ້​ປະຕິ​ເສດຕໍ່​ລາຍ​ງານ​ທີ່​ວ່າ ຂະ​ບວນລົດຂອງ
ປະທານ​າທິບໍດີ Bashar al-Assad ໄດ້​ຖືກ​ໂຈມ​ຕີ​ໃນ​ວັນ​ພະຫັດ​
ມື້​ນີ້ໃນ​ຂະນະ​ທີ່​ທ່ານ​ກໍາລັງເດີນທາງໄປ​ຍັງວັດ​ສາສະໜາ​ອິສລາມ​
ໃນ​ກຸງ Damascus.

ລັດ​ຖະມົນ​ຕີກະຊວງ​ຖະ​ແຫຼງ​ຂ່າວຊີ​ເຣຍ ທ່ານ Omran al-Zoubi ​
ເອີ້ນລາຍ​ງານ​ກ່ຽວ​ການ​ໂຈມ​ຕີນັ້ນ​ວ່າ ບໍ່​ມີມູນ​ຄວາມ​ຈິງ.

ໂທລະ​ພາບ​ຂອງລັດຖະບານ ​ໄດ້​ອອກພາບ​ຂອງ​ທ່ານ Assad
ທີ່​ກໍາລັງ​ສູດ​ມົນ​ພາວະນາ​ທີ່ວັດ​ ​ແຫ່ງ​ນຶ່ງ ໃນ​ນະຄອນຫຼວງ​
Damascus ໃນ​ວັນ​ພະຫັດມື້​ນີ້ ຊຶ່ງ​ເປັນ​ວັນພັກ​ບຸນ Eid al-Fitr ​
ເພື່ອ​ສະຫລອງ​ມື້​ສຸດ​ທ້າຍ​ຂອງເດືອນ​ສັກສິດ Ramadan.

ກຸ່ມສິ້ງຊອມ​ສິດທິ​ມິ​ນຸດ​ໃນ​ຊີ​ເຣຍ ຊຶ່ງ​ມີ​ສຳນັກງານ​ຢູ່ອັງກິດ ກ່າວ​ວ່າ
ລູກປືນ​ຄົກຫລາຍໆ​ລູກ ​ໄດ້ຕົກໃສ່ ​ໃກ້ໆກັບຄຸ້ມ Malki ຊຶ່ງ​ຕັ້ງຢູ່​ໃນ
​ເຂດ​ໃຈກາງຂອງກຸງ Damascus​, ​ແຕ່​ວ່າ​ບໍ່​ໄດ້​ໃຫ້ການ​ຢືນຢັນ​
ກ່ຽວ​ກັບ​ການ​ໂຈມຕີຂະ​ບວນລົດຂອງທ່ານ Assad.

​ເປັນ​ການ​ຍາກ​ທີ່​ຈະ​ໄດ້​ຮັບ​ການ​ຢືນຢັນຢ່າງອິດ​ສະລະ​ ກ່ຽວ​ກັບ
​ເຫດການ​ຕ່າງໆໃນ​ຊີ​ເຣຍ ​ເພາະມີ​ການ​ຈຳກັດ​ຮັດແຄບໃນ​ການ
​ເກັບ​ກຳ​ຂ່າວ​ຂອງສື່ມວນ​ຊົນນາໆ​ຊາດ​.

SYRIA VO.mov
please wait
Embed

No media source currently available

0:00 0:00:53 0:00
XS
SM
MD
LG